ພູເກັດ sandbox ບົດຮຽນການເປີດປະເທດຂອງໄທ ແລະ ການກຽມຄວາມພ້ອມໃນການເປີດປະເທດຂອງ ສປປ ລາວ


ໃນໄລຍະຫຼາຍເດືອນທີ່ຜ່ານມານີ້ ຄິດວ່າຫຼາຍໆຄົນກໍໜ້າຈະເຄີຍໄດ້ຍິນ ຫຼື ໄດ້ເຫັນຫຼາຍໆປະເດັນກ່ຽວກັບມາດຕະການລັອກດາວແລະການຟື້ນຟູເສດຖະກິດຈາກວິກິດໂຄວິດ-19 ຂອງປະເທດເພື່ອນບ້ານທີ່ຢູ່ຕິດຂ້າງເຮົາຄື ປະເທດໄທ ບໍ່ຫຼາຍກໍໜ້ອຍ. ໂດຍມີໜຶ່ງໂຄງການທີ່ທາງການໄທໄດ້ປະກາດອອກມາເພື່ອເປັນການຊຸກຍູ້ການທ່ອງທ່ຽວພ້ອມກັບການຟື້ນຟູເສດຖະກິດຂອງເຂົາໄປໃນຕົວນັ້ນກໍຄື “ໂຄງການ Phuket sandbox” ແລະ ມື້ນີ້ເຮົາກໍຈະມາຮຽນຮູ້ໄປພ້ອມກັນວ່າ Phuket sandbox ມີຫຍັງທີ່ໜ້າສົນໃຈ ແລະ ສາມາດຖອດຖອນເອົາມາເປັນບົດຮຽນໃຫ້ກັບປະເທດລາວເຮົາທີ່ຈະມີແຜນເປີດປະເທດໃນໄວໆນີ້.

  • Phuket sandbox ແມ່ນຫຍັງ?

Phuket sandbox ແມ່ນໂຄງການໃໝ່ຂອງປະເທດໄທ ເພື່ອສົ່ງເສີມການທ່ອງທ່ຽວທີ່ອະນຸຍາດໃຫ້ນັກທ່ອງທ່ຽວທີ່ໄດ້ຮັບວັກຊີນຄົບໂດສແລ້ວສາມາດເດີນທາງເຂົ້າປະເທດໄທໄດ້ໂດຍບໍ່ຕ້ອງກັກຕົວ ໂດຍໂຄງການນີ້ເລີ່ມຂຶ້ນໃນວັນທີ 1 ກໍລະກົດ 2021 ທີ່ຜ່ານມາ ກ່ອນທີ່ປະເທດໄທຈະກັບມາເປີດປະເທດໃຫ້ນັກທ່ອງທ່ຽວເຂົ້າມາແບບເຕັມຮູບແບບ ເຊິ່ງ ພູເກັດເປັນຈັງຫວັດທຳອິດຂອງໄທທີ່ມີການດຳເນີນຕາມແຜນຂອງໂຄງການ “Sandbox” ນີ້ ແລະນັກທ່ອງທ່ຽວທີ່ມາທ່ຽວໃນພູເກັດນີ້ຈະບໍ່ມີການກັກຕົວໃນຫ້ອງພັກອີກຕໍ່ໄປ.

+ ເງື່ອນໄຂການເຂົ້າຮ່ວມ Phuket Sandbox

ແຜນຂອງ Phuket Sandbox ໄດ້ປະກາດໃນ ປະກາດສໍາຄັນຂອງລັດຖະບານ ເມື່ອວັນທີ 29 ມິຖຸນາ 2021 ໂດຍໃນໄລຍະເລີ່ມຕົ້ນຂອງໂຄງການ Phuket sandbox ການທ່ອງທ່ຽວແຫ່ງປະເທດໄທ (ທທທ) ໄດ້ມີການຢືນຢັນແຜນເປີດພູເກັດໃນວັນທີ 1 ກໍລະກົດ 2021 ເປັນຕົ້ນໄປ ເພື່ອຮັບນັກທ່ອງທ່ຽວທີ່ສັກວັກຊີນຄົບ 2 ເຂັມ ໂດຍບໍ່ມີການກັກຕົວ ແລະ ຕ້ອງຢູ່ໃນພື້ນທີ່ພູເກັດເປັນເວລາ 7 ວັນ ກ່ອນທີ່ຈະເດີນທາງອອກນອກພື້ນທີ່. ແຕ່ໃນປະກາດໄດ້ລະບຸວ່ານັກທ່ອງທ່ຽວທີ່ໄດ້ສັກວັກຊີນຕ້ອງຢູ່ໃນພື້ນທີ່ຢ່າງໜ້ອຍ 14 ວັນກ່ອນເດີນທາງໄປພື້ນທີ່ອື່ນພາຍໃນປະເທດ.

ມາຮອດວັນທີ 30 ກັນຍາ 2021 ປະເທດໄທໄດ້ປັບມາດຕະການອີກຄັ້ງ ໂດຍມີການປ່ຽນແປງຈຳນວນວັນກັກຕົວສຳລັບຜູ້ເດີນທາງເຂົ້າປະເທດຕັ້ງແຕ່ 1 ຕຸລາເປັນຕົ້ນໄປ ເຊິ່ງມີຜົນເຮັດໃຫ້ຜູ້ທີ່ເດີນທາງເຂົ້າຮ່ວມ Phuket sandbox ຕ້ອງຢູ່ໃນພູເກັດເປັນເວລາ 7 ມື້ ກ່ອນເດີນທາງໄປຈັງຫວັດອື່ນພາຍໃນປະເທດໄທ.

ໂດຍໂຄງການນີ້ສາມາດສ້າງລາຍໄດ້ໃຫ້ລັດຖະບານ ແລະ ຄົນໃນພື້ນທີ່ ພ້ອມທັງເປັນການຟື້ນຟູກິດຈະການ ການທ່ອງທ່ຽວໃຫ້ກັບມາຟົດຟື້ນຄືກັນກັບປີກ່ອນໆ ໂດຍອ້າງອີງຈາກ ກະຊວງການທ່ອງທ່ຽວແຫ່ງປະເທດໄທ ໄດ້ມີລາຍງານວ່າ ຫຼັງຈາກເປີດໂຄງການ Sandbox ໄດ້ເປັນເວລາ  2 ເດືອນ ເຊິ່ງນັບຕັ້ງແຕ່ ວັນທີ 1 ກໍລະກົດ ຫາ ວັນທີ 31 ສິງຫາ ທີ່ຜ່ານມາແມ່ນມີນັກທ່ອງທ່ຽວເດີນທາງເຂົ້າມາປະເທດ 26,400 ຄົນ ໂດຍ 5 ອັນດັບທຳອິດແມ່ນ ອາເມຣິກາ 3,482 ຄົນ , ອັງກິດ 3,351 ຄົນ, ອິດສະຣາເອລ 2,909 ຄົນ, ເຢຍລະມັນ 2,909 ຄົນ, ຝຣັ່ງ 2,083 ແລະ ປະເທດອື່ນໆຕາມລຳດັບ.

ນອກຈາກນີ້ ນັກທ່ອງທ່ຽວທີ່ເດີນທາງເຂົ້າມາແມ່ນມີການໃຊ້ຈ່າຍດ້ານການທ່ອງທ່ຽວລວມທັງໝົດ 1,634 ລ້ານບາດ ເຊິ່ງເປັັນການໃຊ້ຈ່າຍໃນດ້ານອື່ນໆ ຄື ດ້ານທີ່ພັກ 565 ລ້ານບາດ , ການຊື້ສິນຄ້າແລະບໍລິການດ້ານການທ່ອງທ່ຽວ 376 ລ້ານບາດ, ການຊື້ອາຫານແລະເຄື່ອງດື່ມ 350 ລ້ານບາດ, ຄ່າບໍລິການທາງການແພດແລະສຸຂະພາບ 229 ລ້ານບາດ ແລະ ຄ່າໃຊ້ຈ່າຍອື່ນໆ ອີກ 114 ລ້ານບາດຕາມລຳດັບ ແລະ  ສ້າງເງິນໝຸນວຽນ ໃນລະບົບເສດຖະກິດ 3,818 ລ້ານບາດ, ເກັບພາສີໄດ້ 171 ລ້ານບາດ ລວມໄປເຖິງການຈ້າງວຽກໃນຈັງຫວັດ 5,352 ຕຳແໜ່ງວຽກງານ ແລະ ຄ່າຕອບແທນ 416 ລ້ານບາດກະຈາຍສູ່ແຮງງານໄທ.

ເຊິ່ງກ່ອນໜ້ານີ້ ກະຊວງການທ່ອງທ່ຽວແລະກິລາ ແລະ ການທ່ອງທ່ຽວແຫ່ງປະເທດໄທ(ທທທ) ຕັ້ງເປົ້າໝາຍວ່າໃນ 3 ເດືອນທຳອິດຕັ້ງແຕ່ ເດືອນ ກໍລະກົດ-ກັນຍາ ຈະຕ້ອງມີນັກທ່ອງທ່ຽວເຂົ້າຮ່ວມ Phuket Sandbox 1 ແສນຄົນ ແລະ ສ້າງລາຍໄດ້ກວ່າ 8.9 ພັນລ້ານບາດ ແຕ່ຜົນປະກອບການພາຍໃນ 4 ເດືອນນີ້ແມ່ນບໍ່ເປັນໄປຕາມເປົ້າທີ່ວາງເອົາໄວ້ ເພາະວ່າສະຖານະການໂຄວິດ ແລະ ຂໍ້ຈຳກັດໃນການເດີນທາງຕ່າງໆຂອງແຕ່ລະປະເທດ ເຖິງວ່າຈະບໍ່ເປັນໄປຕາມທີ່ຄາດເອົາໄວ້ ແຕ່ໂຄງການນີ້ກໍສາມາດຊຸກຍູ້ເສດຖະກິດແລະການທ່ອງທ່ອງພາຍໃນພາກພື້ນຈັງຫວັດພູເກັດໄດ້.

ປັດຈຸບັນນີ້ ໂຄງການ Phuket sandbox ໄດ້ຜ່ານມາ 4 ເດືອນ, ປະຊາຊົນໄດ້ຮັບການສັກວັກຊີນພາຍໃນຈັງຫວັດແລ້ວ ກວມລວມເກີນ 70% ຈຶ່ງເຮັດໃຫ້ໂຄງການນີ້ກ້າວໄປໃນທິດທາງທີ່ດີ. ນອກຈາກນີ້ ບາງກິດຈະການກໍກັບມາເປີດເກືອບເປັນປົກກະຕິ ແລະ ເຮັດໃຫ້ປະຊາຊົນໃນພາກພື້ນມີການເປັນຢູ່ທີ່ດີຂຶ້ນ .

ທ່ານ ກູ້ສັກ ກູ້ກຽດກູນ (กู้ศักดิ์ กู้เกียรติกูล) ແພດສາທາລະນະສຸກປະຈຳຈັງຫວັດ ໄດ້ກ່າວເຖິງໄລຍະທີ່ສະຖານະການໄດ້ຜ່ອນຄາຍລົງໃນຂະນະທີ່ພູເກັດເອງກໍປົດລັອກມາດຕະການຕ່າງໆໃຫ້ປະຊາຊົນອອກມາໃຊ້ຊີວິດ ແລະ ຍອດຜູ້ຕິດເຊື້ອລາຍວັນກໍລົດລົງມາຢູ່ປະມານ 110-120 ຄົນ ຈາກເມື່ອກ່ອນທີ່ມີ 250 ຄົນຂຶ້ນໄປຕໍ່ມື້.

ເຖິງວ່ານັກທ່ອງທ່ຽວຈະໄດ້ສັກວັກຊີນຄົບສອງໂດສແລ້ວ ແຕ່ກໍມີລາຍງານວ່າ ຫຼັງຈາກເປີດຕົວໂຄງການໄດ້ພຽງ 1 ອາທິດກໍພົບຜູ້ຕິດເຊື້ອກໍລະນີທຳອິດ ແລະ ຕອນນີ້ຜູ້ຕິດເຊື້ອຢູ່ 171 ຄົນຈາກຕົວເລກນັກທ່ອງທ່ຽວຫຼ້າສຸດ 53,120 ຄົນ ຄິດສະເລ່ຍເປັນ 0,3% ເຊິ່ງຖືວ່າເປັນນິມິດໝາຍອັນດີ ໃນການເລີ່ມກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວໃນຈັງຫວັດ.

ເມື່ອຖາມເຖິງທ່າອ່ຽງຈຳນວນຜູ້ຕິດເຊື້ອຫຼັງການເປີດປະເທດໃນວັນທີ 1 ພະຈິກທີ່ຜ່ານມານີ້ ທ່ານ ກູ້ສັກ ກູ້ກຽດກູນ ຍອມຮັບວ່າຈຳນວນຜູ້ຕິດເຊື້ອຈະຕ້ອງເພີ່ມຂຶ້ນຢ່າງແນ່ນອນ ແຕ່ລາວເຊື່ອວ່າພູເກັດຈະສາມາດຮັບມືໄດ້ ຫຼັງຜ່ານປະສົບການທີ່ມີຜູ້ຕິດເຊື້ອຫຼາຍກວ່າ 250 ຄົນ/ມື້ ນອກຈາກນີ້ຄົນໃນພື້ນທີ່ກໍໄດ້ຮັບວັກຊີນແບບຄອບຄຸມແລ້ວກວ່າ 70% ແລ້ວເຊິ່ງເຮັດໃຫ້ເກີດພູມຕ້ານທານແບບກຸ່ມ.

ຫຼັງຈາກໂຄງການ Phuket Sandbox ຜ່ານມາໄດ້ 4 ເດືອນ ເຖິງວ່າຈະບໍ່ເປັນໄປຕາມເປົ້າທີ່ຄາດເອົາໄວ້ ແຕ່ທາງການໄທກໍມີແຜນກຽມເປີດປະເທດໃນວັນທີ 1 ພະຈິກ ເພື່ອເປັນການກະຕຸ້ນເສດຖະກິດແລະການທ່ອງທ່ຽວ.

ໂດຍໃນວັນທີ 22 ຕຸລາທີ່ຜ່ານມາ ໂຄສົກປະຈຳສຳນັກນາຍົກລັດຖະມົນຕີ ເປີດເຜີຍວ່າ ພົນເອກ ປະຍຸດ ຈັນໂອຊາ (ประยุทธ์ จันทร์โอชา) ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງປະເທດໄທ ໄດ້ປະກາດຈຳນວນກຸ່ມປະເທດທີ່ມີຄວາມສ່ຽງຕ່ໍາ  46 ປະເທດ ຕາມແຜນເປີດຮັບນັກທ່ອງທ່ຽວເຂົ້າປະເທດໂດຍບໍ່ຕ້ອງກັກຕົວ ພ້ອມໄດ້ເນັ້ນໜັກໃຫ້ທຸກໜ່ວຍງານເຮັດວຽກຮ່ວມກັນ ດຳເນີນການຢ່າງຮອບຄອບ, ຮັດກຸມ ແລະ ຄຳນຶງເຖິງດ້ານສາທາລະນະສຸກ ນາຍົກແນເຫັນວ່າ ຫາກປະເທດໄທຕ້ອງການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາປະເທດໃຫ້ຫຼາຍຂຶ້ນເພື່ອກະຕຸ້ນພາກການທ່ອງທ່ຽວ ແລະ ພາກທຸລະກິດອື່ນໆ ທີ່ກ່ຽວຂ້ອງ ໄທຈໍາເປັນຕ້ອງເດີນໜ້າໃຫ້ໄວຂຶ້ນ ແລະ ເຮັດຕັ້ງແຕ່ຕອນນີ້ ເພາະການທີ່ຈະລໍຖ້າໃຫ້ທຸກຢ່າງສົມບູນແບບກ່ອນນັ້ນ ຈະເຮັດໃຫ້ຊ້າເກີນໄປ ອີກທັງນັກທ່ອງທ່ຽວອາດຈະຕັດສິນໃຈເລືອກເດີນທາງໄປປະເທດອື່ນກ່ອນ. ເຖິງວ່າການເລັ່ງເດີນໜ້າແບບໄວວານີ້ຈະມີຄວາມສ່ຽງສູງເພີ່ມຂຶ້ນ ແຕ່ກໍເປັນຄວາມສ່ຽງທີ່ເຮົາຕ້ອງຍອມຮັບ ປະເທດໄທເອງສາມາດຮັບມືກັບຄວາມສ່ຽງຂອງ ໂຄວິດ-19 ໄດ້ດີຂຶ້ນ ແລະເຮົາກໍຕ້ອງຮຽນຮູ້ທີ່ຈະຢູ່ກັບໂຄວິດ-19ໃຫ້ໄດ້.

ໃນວັນທີ 1 ພະຈິກທີ່ຜ່ານມານີ້ ປະເທດໄທໄດ້ມີການເປີດປະເທດແບບເຕັມຮູບແບບໂດຍກຳນົດ ເອົາ 63 ປະເທດ (ຈາກປະກາດເກົ່າແມ່ນ 46 ປະເທດ) ທີ່ສາມາດເດີນທາງເຂົ້າໄທໄດ້ໂດຍບໍ່ຕ້ອງກັກຕົວ ແລະ ຕ້ອງໄດ້ຮັບວັກຊີນຄົບໂດສ. ຈາກລາຍງານຕັ້ງແຕ່ວັນທີ 1–9 ພະຈິກ ມີນັກທ່ອງທ່ຽວເດີນທາງເຂົ້າປະເທດຜ່ານທາງສະໜາມບິນຕ່າງໆແລ້ວ 28,021 ຄົນ ແລະ ພົບຜູ້ຕິດເຊື້ອໂຄວິດ 29 ຄົນ ຄິດໄລ່ເປັນ 0.10%  ເຊິ່ງມັນກໍຢູ່ໃນເກນທີ່ດີສໍາລັບການເປີດໃນໄລຍະ 10 ວັນມານີ້.

ສຳລັບປະເທດລາວເຮົາແລ້ວກໍມີການວາງແຜນທີ່ຈະເປີດປະເທດຄືກັນກັບບັນດາປະເທດອື່ນ ອີງຕາມຄຳຖະແຫຼງການຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ ທີ່ໄດ້ກ່າວໃນ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ປະຈຳວັນທີ 5 ພະຈິກ 2021 ທ່ານນາຍົກໄດ້ກ່າວວ່າ:

ສຳລັບການເປີດປະເທດ ມັນເປັນທ່າງອ່ຽງຂອງໂລກກັບພາກພື້ນ ເຮົາກໍຕ້ອງໄດ້ເປີດ ແຕ່ວິທີເປີດຂອງເຮົາແມ່ນ ເຮົາຕ້ອງເຮັດໄປເທື່ອລະກ້າວ ເທື່ອລະຂະແໜງການ ແລະ ທ້ອງຖິ່ນ ທີ່ສຳຄັນທີ່ສາມາດເປີດໄດ້ ບໍ່ແມ່ນປະກາດເປີດແລ້ວ ພາກັນໄປເຮັດຄືໄປເບິ່ງຄືບຸນບັ້ງໄຟ ໃຫ້ເຂົ້າໃຈຄືແນວນັ້ນຍົກຕົວຢ່າງ: ເຮົາຈະເປີດແຫຼ່ງທ່ອງທ່ອງຢູ່ຫຼວງພະບາງ ຫຼວງພະບາງກໍຕ້ອງກຽມພ້ອມ ໂຮງແຮມ ສະຖານທີ່ຕ່າງໆ, ຕ້ອງໄດ້ກຽມພ້ອມທຸກດ້ານ ຕ້ອງມີແບບແຜນຈຶ່ງຈະເປີດ. ການເປີດປະເທດບໍ່ແມ່ນເປີດບາດດຽວຄືກັບປ່ອຍເຂື່ອນມັນບໍ່ແມ່ນ, ເຮົາຕ້ອງໄດ້ເຮັດໄປຕາມລະບຽບ ເຮັດໄປເທື່ອລະກ້າວ.

ໃນກອງປະຊຸມ ທ່ານນາຍົກກ່າວອີກວ່າ: ກຳລັງປຶກສາຫາຫາລືກັນກັບຜູ້ປະກອບການ, ຂະແໜງການ ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນເລື່ອງການເປີດປະເທດ ແລະ ຕ້ອງໄດ້ວາງແຜນການຢ່າງຄັກແນ່ ບໍ່ແມ່ນເຮັດສຸ່ມສີ່ສຸ່ມຫ້າ.

ຖ້າຫາກວ່າປຽບທຽບຄວາມພ້ອມທີ່ຈະເປີດປະເທດລະຫວ່າງລາວເຮົາ ກັບບັນດາປະເທດທີ່ໄດ້ເປີດໄປກ່ອນໜ້ານີ້ແລ້ວ ແມ່ນໄດ້ຕ້ອງອີງໃສ່ຫຼາຍໆປັດໄຈເຊັ່ນ: ມີມາດຕະການໃດແດ່ທີ່ຈະສາມາດຮອງຮັບເອົານັກທ່ອງທ່ຽວເຂົ້າມາປະເທດແບບປອດໄພ, ຖ້າເປີດປະເທດແລ້ວຈະສາມາດຟື້ນຟູເສດຖະກິດ ດີເທົ່າທີ່ຕັ້ງເປົ້າໄວ້ຫຼືບໍ່, ເຮົາຈະມີຄວາມສາມາດໃນການຮັບມື ແລະ ສະກັດກັ້ນໃນກໍລະນີທີ່ມີການແຜ່ລະບາດຂອງໂຄວິດໄດ້ດີຫຼືບໍ່. ພ້ອມກັນນີ້ ກໍຕ້ອງມີການຮ່ວມມືກັນຂອງທຸກອົງກອນ, ທຸກຄົນພາຍໃນປະເທດ ເພື່ອປະກອບສ່ວນເຮັດໃຫ້ການເປີດປະເທດປະສົບຜົນສຳເລັດອີກພ້ອມ.

ປັດຈຸບັນນີ້ປະຊາຊົນລາວພາຍໃນປະເທດແມ່ນໄດ້ຮັບວັກຊີນແລ້ວ ສະເລ່ຍ 46.84% (3,437,185) ສຳລັບເຂັມທີ 1 ແລະ ສະເລ່ຍ 39.79% (2,919,536) ສຳລັບເຂັມທີ 2 (ຂໍ້ມູນວັນທີ 9 ພະຈິກ 2021) ເຊິ່ງເປັນອັດຕາສ່ວນທີ່ໜ້ອຍ ຖ້າຫາກທຽບໃສ່ກັບຫຼາຍໆປະເທດທີ່ເປີດປະເທດໄປກ່ອນໜ້ານີ້, ເພາະວ່າປະເທດສ່ວນຫຼາຍທີ່ເປີດປະເທດແລ້ວປະສົບຄວາມສໍາເລັດ ແມ່ນລ້ວນແລ້ວແຕ່ປະຊາຊົນໄດ້ຮັບວັກຊີນ 70% ຂຶ້ນໄປທົ່ວປະເທດ. ສະນັ້ນ ລາວເຮົາຄວນຮຽນຮູ້ຈາກປະເທດທີ່ເປີດປະເທດໄປແລ້ວກ່ອນໜ້ານີ້ພ້ອມກັບຮຽນຮູ້ທີ່ຈະອາໃສຢູ່ກັບໂຄວິດແບບວິຖີໃໝ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/