Jackson ຄວ້າຕຳແໜ່ງສິລະປິນອັນດັບ 1 ຂອງປະເທດຈີນ


ແຈັກສັນ ຫວັງ ຍັງຄົງຮ້ອນແຮງບໍ່ມີປ່ຽນ, ຫຼ້າສຸດ ກໍຄອງຕຳແໜ່ງສິລະປິນອັນດັບ 1 ຂອງປະເທດຈີນ, ຕິດອັນດັບ 1 ທັງ 16 ແພລັດຟອມໂຊຊຽວ ແລະ ສະຕຣີມມິ່ງລະດັບນາໆຊາດ.

   ແຈັກສັນ ອະດີດສະມາຊິກວົງ GOT7 ບ່າວຫຼໍ່ສຽງດີເຕັ້ນເກັ່ງ ໄດ້ຫັນມາເປັນ CEO ຂອງ TEAMWANG ເພື່ອເຮັດເພງເຕັມຮູບແບບໃນປະເທດຈີນ.

ໃນເດືອນທີ່ຜ່ານມາກໍເຄີຍຕິດອັນດັບ 10 ຄົນດັງໃນຈີນ ປີ 2021 ຈາກວາລະສານ FORBES ແລະ ເຄີຍຕິດອັນດັບມາແລ້ວເຖິງ 3 ປີ ຊ້ອນ, ໃນປີ 2019 ກໍຕິດຢູ່ອັນດັບທີ 40, ປີ 2020 ຕິດອັນດັບທີ 41.

ເປັນອີກເລື່ອງທີ່ໜ້າດີໃຈ ແລະ ເຮັດໃຫ້ແຟນໆ ຍິ້ມຕາມໄປພ້ອມໆກັນ ເຖິງຈະຍັງບໍ່ມີຜົນງານເພງອອກມາໃໝ່ ແຕ່ໃນເລື່ອງຜົນງານການເຄື່ອນໄຫວກິດຈະກຳຕ່າງໆ ກໍຍັງມີໃຫ້ເຫັນຢູ່ຢ່າງສະໝ່ຳສະເໝີ.

ທີ່ມາ: shorturl.asia/slmJH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/