ຫຼຽນ Ethereum ສ້າງສະຖິຕິສູງສຸດ ດ້ວຍລາຄາ 4,700 ໂດລາເປັນຄັ້ງທຳອິດ


ໃນຄືນວັນອາທິດທີ 7 ພະຈິກ 2021 ຕາມຂໍ້ມູນຂອງ Kraken, ຫຼຽນ Ethereum ເປັນ ຫຼຽນ Cryptocurrency ທີ່ໃຫຍ່ເປັນອັນດັບ 2 ຂອງໂລກ ຕາມມູນຄ່າຕະຫຼາດ ສາມາດສ້າງສະຖິຕິສູງສຸດ ດ້ວຍ ລາຄາ 4,708 ໂດລາ ແລະ ເຮັດສະຖິສູງສຸດຢ່າງຕໍ່ເນື່ອງໃນໄລຍະອາທິດທີ່ຜ່ານມາ ນັບຕັ້ງແຕ່ເຮັດລາຄາສູງສຸດທີ່ 4,400 ໂດລາ ເປັ້ນຄັ້ງທຳອິດໃນວັນທີ 28 ຕຸລາທີ່ຜ່ານມານີ້.

ລາຄາຂອງ Ethereum ສູງຂຶ້ນນັບຕັ້ງແຕ່ລາຍງານຂອງ Finder.com ໃນທ້າຍເດືອນຕຸລາທີ່ຜ່ານມາ ແລະ ມີການຄາດການວ່າລາຄາຂອງ Ethereum ຈະຢູ່ທີ່ 5,100 ໂດລາ ພາຍໃນທ້າຍປີນີ້ ໂດຍອີງຈາກການສຳຫຼວດຄວາມຄິດເຫັນຂອງຜູ້ຊ່ຽວຊານດ້ານ FinTech (ເທັກໂນໂລຢີທີ່ກ່ຽວຂ້ອງກັບການເງິນ) ລາຍງານດຽວກັນນີ້ຄາດການວ່າ Ethereum ຈະມີມູນຄ່າສູງຮອດ 50,000 ໂດລາໃນປີ 2030.

ນອກຈາກນີ້ຜູ້ຊ່ຽວຊານດ້ານ Cryptocurrency ຫຼາຍຄົນ ເຊື່ອວ່າ Ethereum ຈະສາມາດແຊງໜ້າ Bitcoin ໃນຖານະສະກຸນເງິນ Digital ອັນດັບ 1 ຂອງໂລກປະມານໃນກາງປີ 2022.

ເຖິງຈະເປັນແບບນັ້ນ ແຕ່ວ່າ ເມື່ອລາຄາຂອງ Ethereum ສູງຂຶ້ນ ຄ່າທໍານຽມການເຮັດທຸລະກໍາກໍສູງຂຶ້ນເຊັ່ນດຽວກັນ ໂດຍທາງ BitInfoChart ພົບວ່າ ຄ່າທຳນຽມການເຮັດທຸລະກຳສະເລ່ຍ ສຳລັບ Ethereum ຢູ່ທີ່ປະມານ 41.53 ໂດລາ ໃນວັນທີ 6 ພະຈິກ ເຊິ່ງເພີ່ມຂຶ້ນ 3 ໃນ 4 ເທົ່າເມື່ອທຽບກັບເດືອນ ສິງຫາທີ່ຜ່ານມາ.

ມູນຄ່າຕາມລາຄາຕະຫຼາດຂອງ Ethereum ແມ່ນຢູ່ທີ່ປະມານເຄິ່ງໜຶ່ງຂອງລາຄາ Bitcoin ໂດຍມູນຄ່າຂອງ Ethereum ມີຢູ່ 5.545 ແສນລ້ານໂດລາ ສ່ວນ Bitcoin ມີມູນຄ່າ 1.226 ລ້ານລ້ານໂດລາ ຕາມລາຍງານໃນຄືນວັນອາທິດ ທີ 7 ພະຈິກ.

ໂດຍລາຄາຂອງ  Bitcoin ກໍປັບຕົວຂຶ້ນໃນວັນອາທິດເຊັ່ນກັນ ໂດຍຢູ່ທີ່ 65,612 ໂດລາຕາມຂໍ້ມູນຂອງ Coindesk ເຊິ່ງ Bitcoin ເພີ່ມຂຶ້ນປະມານ 20% ໃນເດືອນທີ່ຜ່ານມາ ແລະເພີ່ມຂຶ້ນຫຼາຍກວ່າ 125% ເມື່ອທຽບເປັນລາຍປີ ສ່ວນ  Ethereum ເພີ່ມຂຶ້ນ 31% ໃນເດືອນທີ່ຜ່ານມາ ແລະ ສູງຂຶ້ນ 535% ໃນປີ 2021.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/