ເຂົ້າໃຈຜິດ ຄິດວ່າລາອອກ ແຕ່ຄວາມຈິງແມ່ນໄປພັກຜ່ອນ


ຫຼາຍຄົນເກີດມີຄວາມສົງໄສ ແລະ ຄາດເດົາໄປຕ່າງໆນາໆ ກ່ຽວກັບຜູ້ຈັດການທີມຂອງສະໂມສອນຊື່ດັງຢ່າງ Ole Gunnar Solskjaer ເພາະເມື່ອບໍ່ດົນມານີ້ ມີຮູບພາບທີ່ພາໃຫ້ຄົນເຂົ້າໃຈຜິດ ເຊິ່ງເຈົ້າຕົວໄດ້ຍ່າງພາຍກະເປົາ ພ້ອມກັບຮອຍຍິ້ມທີ່ສົດໃສ, ແຕ່ຍັງມີແຟນບານຫຼາຍຄົນ ຄິດວ່າເປັນການເກັບເຄື່ອງລາອອກຈາກສະໂມສອນ ບາງຄົນກໍດີໃຈ ບາງຄົນກໍເສຍໃຈ.

ແຕ່ໃນຄວາມເປັນຈິງແລ້ວ Ole Gunnar Solskjaer  ພຽງແຕ່ພາຍກະເປົາກັບບ້ານເກີດຂອງຕົນກັບຄອບຄົວ ເນື່ອງຈາກການເຕະບານມີການຢຸດພັກ 1 ອາທິດ ເພື່ອຫຼີກທາງໃຫ້ໂປຣແກຣມທີມຊາດ. ສະນັ້ນ ທາງສະໂມສອນກໍຖືເອົາໂອກາດນີ້ ພັກຜ່ອນ, ໃຊ້ຊີວິດກັບຄົນທີ່ຕົນເອງຮັກ ຫຼື ຝຶກຊ້ອມບານ.

ທີ່ມາ: https://bit.ly/3BZkjUf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/