ເຄື່ອງດື່ມທີ່ພາເຂົ້າສູ່ຈິນຕະນາການທີ່ລ້ຳເລີດ Psychedelic Water


Psychedelic Water ແປຕາມຕົວ ຄຳວ່າ Psychedelic ກໍຄືການທີ່ເຮັດໃຫ້ຮູ້ສຶກປະສາດຫຼອນ ເມື່ອລວມກັບ Water ກໍກາຍເປັນເຄື່ອງດື່ມທີ່ເຮັດໃຫ້ຮູ້ສຶກປະສາດຫຼອນນັ້ນເອງ. ມັນເປັນເຄື່ອງດື່ມປະສາດຫຼອນທຳອິດໃນໂລກທີ່ຖືກກົດໝາຍ ເຊິ່ງຜູ້ສ້າງກໍຄື Murda Beatz ຜູ້ຜະລິດເພງແນວຮິບຮັອບທີ່ໄດ້ຖືກສະເໜີຊື່ເຂົ້າຊິງຮາງວັນແກຣມມີ.

ພວກເຂົາໄດ້ມີການພັດທະນາເຄື່ອງດື່ມ Psychedelic Water ຫຼື ເຄື່ອງດື່ມຫຼອນປະສາດທີ່ມີແກສຄືນ້ຳອັດລົມນີ້ ໃຫ້ກາຍເປັນອີກໝວດໝູ່ໜຶ່ງໃນວົງການເຄື່ອງດື່ມ. ໂດຍໃຊ້ສ່ວນປະກອບທີ່ທາງອົງການອາຫານ ແລະ ຢາໃຫ້ມີການຍອມຮັບວ່າຖືກກົດໝາຍທັງໝົດ.

ທາງຜູ້ຜະລິດນັ້ນໄດ້ເນັ້ນວ່າເຄື່ອງດື່ມດັ່ງກ່າວບໍ່ໄດ້ມີສານທີ່ເຮັດໃຫ້ເກີດປະສາດຫຼອນໜັກເທົ່າສານປະສາດຫຼອນຕ່າງໆ ເຊັ່ນ LSD ຫຼື ເຫັດທີ່ເຮັດໃຫ້ເກີດປະສາດຫຼອນຢ່າງ psilocybin. ແຕ່ໃນທາງກົງກັນຂ້າມ, ມັນຊ່ວຍໃຫ້ຜູ້ບໍລິໂພກໄດ້ຜ່ອນຄາຍ, ຊ່ວຍໃຫ້ສະຫງົບຈິດໃຈລົງ ແລະ ຊ່ວຍປັບອາລົມໃຫ້ດີຂຶ້ນມາ, ມີບາງຜູ້ໃຊ້ບອກວ່າມັນຊ່ວຍແກ້ອາການເມົາຄ້າງໄດ້ນຳ ແຕ່ມັນບໍ່ໄດ້ສ້າງພາບຫຼອນເລີຍ. ຄົນອາດຈະເຂົ້າໃຈມັນຜິດຈາກຊື່ Psychedelic ທີ່ຕັ້ງໃຈເຮັດເພື່ອດຶງດູດຄວາມສົນໃຈຈາກລູກຄ້າຫຼາຍກວ່າ. ຫຼັງຈາກການເປີດຕົວເຄື່ອງດື່ມໃນເດືອນກຸມພາທີ່ຜ່ານມາ ກໍຄືໄດ້ຮັບຜົນຕອບຮັບທີ່ດີຕາມຄວາມພໍໃຈຂອງກຸ່ມລູກຄ້າ ແລະ ຜູ້ມີອິດທິພົນໃນອິນເຕີເນັດຜ່ານຊ່ອງທາງຕ່າງໆ ທີ່ເກີດຄວາມສົງໄສຕໍ່ເຄື່ອງດື່ມ.

ເຄື່ອງດື່ມປະສາດຫຼອນນີ້ສາມາດຂາຍໄດ້ເຖິງ 50,000 ກະປ໋ອງພາຍໃນສາມອາທິດພາຍໃນລະດູຮ້ອນ ເຊິ່ງເປັນຈຳນວນທີ່ຕັ້ງເປົ້າໄວ້ສຳລັບຂາຍ 3 ເດືອນ. ໃນເດືອນກັນຍາ ຍອດຂາຍຂອງມັນໄດ້ທະລຸໄປຮອດ 1 ລ້ານໂດລາສະຫະລັດ ແລະ ໄດ້ຕັ້ງເປົ້າໄວ້ວ່າຈະຂາຍໃຫ້ໄດ້ 5 ລ້ານໂດລາສະຫະລັດພາຍໃນປີນີ້ ເຊິ່ງມີຄວາມເປັນໄປໄດ້ສູງຫຼາຍເນື່ອງຈາກການຂະຫຍາຍຕົວທີ່ໄວຂອງທຸລະກິດ.

ເຄື່ອງດື່ມຫຼອນປະສາດໄດ້ອອກມາ 2 ຣົດຊາດຄື: Blackberry + Yuzu ແລະ Hibiscus + Lime ໂດຍຈະມາໃນແພັກ 6 ກະປ໋ອງ. ສ່ວນປະສົມຫຼັກໃນເຄື່ອງດື່ມມີຄື: ຮາກຕົ້ນກາວາ ເຊິ່ງເປັນສະໝຸນໄພທີ່ດັ່ງໃນເກາະຟິຈິ ໂດຍຄົນທ້ອງຖິ່ນນັ້ນຈະນິຍົມໃຊ້ເພື່ອຊ່ວຍຜ່ອນຄາຍ ແລະ ກຳຈັດຄວາມເຄັ່ງຕຶງໂດຍທຳມະຊາດ, ໄບເດເມຍນາ ເຖິງແມ່ນວ່າຈະເຄີຍຖືກນຳໄປໃຊ້ໃນການກະຕຸ້ນຄວາມຮູ້ສຶກທາງເພດ ແຕ່ປັດຈຸບັນກໍໄດ້ມີການນຳມາໃຊ້ຊ່ວຍກຳຈັດຄວາມຮູ້ສຶກອຶດອັດອອກໄປ ແລະ ສານສະກັດຈາກໃບຊາຂຽວ ເປັນທີ່ຮູ້ຈັກກັນດີວ່າມັນຊ່ວຍເຜົາຜານໄຂມັນໃນຮ່າງກາຍ ແລະ ດີຕໍ່ສຸຂະພາບ.

(ຮາກຕົ້ນກາວາ)

ນອກຈາກນີ້ຍັງມີຄາເຟອີນ ເຊິ່ງເປັນຕົວຊ່ວຍໃຫ້ເຄື່ອງດື່ມໄດ້ເຮັດວຽກຢ່າງສົມດຸນລະຫວ່າງຮາກຕົ້ນກາວາທີ່ເຮັດໃຫ້ຜ່ອນຄາຍ ແຕ່ກໍມີຄາເຟອີນຊ່ວຍເພີ່ມຄວາມກະຕືລືລົ້ນ. ເຄື່ອງດື່ມປະສາດຫຼອນນີ້ບໍ່ມີສ່ວນປະສົມທີ່ກ່ຽວກັບກັນຊາຢ່າງ CBD/THC ພ້ອມທັງຍັງມີພຽງ 25 ແຄລລໍຣີເທົ່ານັ້ນ. ເຖິງແມ່ນວ່າເຄື່ອງດື່ມນັ້ນປອດໄພທີ່ຈະບໍລິໂພກ ແຕ່ກໍສາມາດເກີດຜົນຂ້າງຄຽງຕໍ່ແມ່ຍິງຖືພາ ຫຼື ແມ່ຍິງທີ່ຍັງຕ້ອງໃຫ້ນົມລູກຢູ່ໄດ້. ສະນັ້ນແລ້ວ, ທາງບໍລິສັດຈຶ່ງໄດ້ກຳນົດວ່າບໍ່ແນະນຳໃຫ້ກຸ່ມດັ່ງກ່າວບໍລິໂພກສິນຄ້າ.

(ໃບເດເມຍນາ)

ປັດຈຸບັນໄດ້ມີການວາງຂາຍເຄື່ອງດື່ມ Psychedelic Water ຜ່ານທາງເວັບໄຊ ແລະ ເວັບ Amazon ສຳລັບກຸ່ມຜູ້ບໍລິໂພກໃນສະຫະລັດອາເມຣິກາເທົ່ານັ້ນ. ເຖິງຢ່າງນັ້ນ, ນີ້ກໍເປັນບາດກ້າວໃໝ່ສູ່ວົງການເຄື່ອງດື່ມທີ່ບໍ່ມີແອລກໍຮໍ ແຕ່ສາມາດຊ່ວຍໃຫ້ຮູ້ສຶກດີ ແລະ ຜ່ອນຄາຍ. ບວກກັບການເປັນຜູ້ຈຳໜ່າຍເຄື່ອງດື່ມໃນໝວດດັ່ງກ່າວຢ່າງຖືກກົດໝາຍ ເຊິ່ງເປັນຜູ້ທຳອິດຂອງໂລກ ສົ່ງຜົນໃຫ້ສຽງຕອບຮັບໃນດ້ານທຸລະກິດດີຫຼາຍ. ດ້ວຍເຫດນັ້ນ, ທາງບໍລິສັດກໍໄດ້ປະກາດວ່າກຳລັງກຽມເປີດຕົວສິນຄ້າໃໝ່ໃນສະຫະລາຊະອານະຈັກ, ອອສເຕເລຍ ແລະ ແຄນນາດາໃນອະນາຄົດ.

(ຊາຂຽວ)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/