ສະຫະລັດອາເມຣິກາ ແລະ ຄ່າຄອງຊີບທີ່ຂຶ້ນສູງທີ່ສຸດໃນຮອບ 30 ປີ


ທີ່ສະຫະລັດອາເມຣິກາ, ລາຄາອາຫານ ແລະ ນ້ຳມັນກຳລັງເປັນປັດໄຈໃຫ້ຄ່າຄອງຊີບສູງຂຶ້ນໄວທີ່ສຸດໃນຮອບ 30 ປີ.

ເຊິ່ງກົມແຮງງານໄດ້ອອກມາລາຍງານວ່າ ດັດຊະນີຂອງລາຄາຜູ້ບໍລິໂພກແມ່ນໄດ້ມີການເພີ່ມຂຶ້ນແບບກ້າວກະໂດດໃນເດືອນກັນຍາທີ່ 5.4% ມາຮອດເດືອນຕຸລາ, ລາຄາກໍໄດ້ເພີ່ມຂຶ້ນອີກ 6.2% ອັນເນື່ອງຈາກໂຣກລະບາດຍັງຄົງທີ່. ຖ້າປຽບທຽບໃສ່ແຕ່ລະເດືອນແລ້ວ, ຫຼັງຈາກທີ່ອັດຕາລາຄາເພີ່ມຂຶ້ນ 0.4% ໃນເດືອນກັນຍາທີ່ຜ່ານມາ ມັນກໍເພີ່ມຂຶ້ນອີກ 0.9% ເຊິ່ງເປັນການເພີ່ມຂຶ້ນທີ່ໄວທີ່ສຸດຕັ້ງແຕ່ປີ 1990. ລາຄາຍັງມີຄວາມເປັນໄປໄດ້ທີ່ຈະເພີ່ມຂຶ້ນສູງອີກໃນອີກສອງສາມເດືອນຕໍ່ໜ້າ ຖ້າຕົວເລກຂອງລາຄາສິນຄ້າຍັງເພີ່ມຂຶ້ນສູງຢູ່.

ເກືອບຈະທຸກພາກສ່ວນໃນສິນຄ້າຍົກເວັ້ນອຸດສາຫະກຳທາງການບິນ ແລະ ເຄື່ອງດື່ມແອລກໍຮໍ ກຳລັງພົບກັບບັນຫາເງິນເຟີ້ ໂດຍປັດໄຈຫຼັກຈະແມ່ນການເພີ່ມຂຶ້ນຂອງລາຄາອາຫານ, ທີ່ພັກອາໄສ, ລົດມືໜຶ່ງ ແລະ ມືສອງ. ສຳລັບລາຄາຊີ້ນ, ປາ ແລະ ໄຂ່ ແມ່ນຂຶ້ນສູງທີ່ສຸດໃນໝວດອາຫານ, ລາຄານ້ຳມັນແອັດຊັງແມ່ນຂຶ້ນສູງທີ່ສຸດໃນຮອບ 7 ປີ.

ຕ່ອງໂສ້ອຸປະທານໄດ້ມີການຕິດຂັດຢ່າງໜັກໜ່ວງ ຕັ້ງແຕ່ບັນດາເສດຖະກິດໄດ້ຖືກໂຣກລະບາດ Covid-19 ເຂົ້າມາກະທົບ ລວມໄປເຖິງຄວາມຕ້ອງການຂອງຜູ້ບໍລິໂພກກໍເພີ່ມຂຶ້ນຫຼັງຈາກການສັກວັກຊີນທີ່ເປັນແຜນສຳລັບການຕົວເປີດເສດຖະກິດອີກຮອບ ເຊິ່ງກໍເປັນອີກໜຶ່ງປັດໄຈທີ່ນຳມາສູ່ການຂາດແຄນສິນຄ້າທີ່ຈະສະໜອງ.

ການລະບາດຂອງ Covid-19 ກໍໄດ້ສົ່ງຜົນກະທົບໃຫ້ທົ່ວໂລກຮັບມືກັບສະພາວະຂາດແຮງງານ ໂດຍສະເພາະແມ່ນພາກສ່ວນທີ່ຕ້ອງຜະລິດວັດສະດຸ ແລະ ເຄື່ອນຍ້າຍສິນຄ້າຈາກໂຮງງານໄປທີ່ຜູ້ບໍລິໂພກ. ຕົວເລກຜູ້ຍິນດີ ແລະ ອາສາອອກວຽກຂຶ້ນສູງທີ່ສຸດໃນເດືອນສິງຫາເປັນ 10.4 ລ້ານຕຳແໜ່ງ. ດ້ວຍເຫດນັ້ນ, ມັນຈຶ່ງເປັນການກະຕຸ້ນໃຫ້ຜູ້ວ່າຈ້າງເພີ່ມຄ່າແຮງງານຂຶ້ນໃນບາງພາກສ່ວນ ເຊິ່ງນີ້ກໍສາມາດເປັນປັດໄຈທີ່ສົ່ງຜົນໃຫ້ລາຄາສິນຄ້າເພີ່ມຂຶ້ນໄດ້ເຊັ່ນກັນ.

ປະທານາທິບໍດີ ໂຈ ໄບເດນ ໄດ້ມີການປຶກສາຫາລືກັບບັນຫາເງິນເຟີ້ດັ່ງກ່າວໂດຍກ່າວວ່າມັນເປັນບັນຫາບູລິມະສິດທຳອິດ. ເຖິງຢ່າງນັ້ນ, ທາງສະຫະພັນກອງໜູນລັດ ເຊິ່ງເປັນຜູ້ຮັບຜິດຊອບໃນການກວດສອບເບິ່ງຕົວເລກອັດຕາເງິນເຟີ້ໄດ້ອອກມາບອກວ່າອັດຕາການເພີ່ມຂຶ້ນໃນປັດຈຸບັນນັ້ນແມ່ນ “ຊົ່ວຄາວ” ດ້ວຍເຫດນັ້ນເອງ, ທາງສະຫະພັນຈຶ່ງຍັງບໍ່ໄດ້ວາງແຜນຈະເພີ່ມອັດຕາດອກເບ້ຍ ເຊິ່ງຄວນຈະເພີ່ມຂຶ້ນເພື່ອຕອບຮັບການເພີ່ມຂຶ້ນຂອງເງິນເຟີ້.

ມີນັກເສດຖະສາດຫຼາຍຄົນໄດ້ອອກມາເຕືອນກ່ຽວກັບບັນຫາເງິນເຟີ້ທີ່ອາດພິສູດວ່າມັນບໍ່ສາມາດແກ້ໄຂໄດ້ ເມື່ອການຂາດແຮງງານ ແລະ ສິນຄ້າສະໜອງຍັງກົດລາຄາໃຫ້ສູງຂຶ້ນ. ເຊິ່ງອັດຕາເງິນເຟີ້ກຳລັງສົ່ງຜົນເສຍຫຼາຍກວ່າທີ່ເຄີຍສົ່ງຜົນດີ. ໂດຍສະເພາະການເພີ່ມຂຶ້ນຂອງລາຄາທີ່ພັກອາໄສກໍເປັນອີກໜຶ່ງປັດໄຈສຳຄັນທີ່ສົ່ງຜົນເຊັ່ນກັນ. ໃນລາຄາທີ່ພັກອາໄສນີ້ລວມໄປເຖິງບັນດາຄ່າສ້ອມແປງ, ຄ່າຜ່ອນບ້ານ, ຄ່າເຊົ່າ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ຫຼັງຈາກທີ່ປະຊາຊົນໄດ້ມີການຍ້າຍອອກໄປຢູ່ເຂດນອກເມືອງ ຫຼື ສະຖານທີ່ທີ່ບໍ່ມີຄວາມແອອັດອັນເນື່ອງຈາກການລະບາດຂອງ Covid-19. ປັດຈຸບັນ, ການກຳຈັດໂຄວິດກຳລັງດຳເນີນການໄດ້ດີ, ຄວາມຕ້ອງການເຊົ່າທີ່ພັກພາຍໃນຕົວເມືອງກຳລັງເພີ່ມຂຶ້ນ ສົ່ງຜົນໃຫ້ລາຄາທີ່ພັກກໍເພີ່ມຂຶ້ນທຽບເທົ່າກັບ 1/3 ຂອງດັດຊະນີຂອງລາຄາຜູ້ບໍລິໂພກ.

“ອັດຕາເງິນເຟີ້ນີ້ບໍ່ແມ່ນ ‘ຊົ່ວຄາວ’ ອີກຕໍ່ໄປແລ້ວ” Sung Won Sohn, ສາສະດາຈານທາງການເງິນ ແລະ ເສດຖະສາດທີ່ມະຫາວິທະຍາໄລ Loyola Marymount ໄດ້ກ່າວໄວ້ “ຕ່ອງໂສ້ອຸປະທານທີ່ຍັງຕິດຂັດຢູ່ມັນກຳລັງສົ່ງຜົນເສຍລົງໄປກວ່າເກົ່າ. ການຕິດຂັດດັ່ງກ່າວບໍ່ມີທີທ່າວ່າຈະດີຂຶ້ນໃນໄວໆນີ້ ເຖິງແມ່ນວ່າຈະໄດ້ຮັບການເຂົ້າມາຊ່ວຍເຫຼືອຈາກທຳນຽບຂາວເມື່ອຄັ້ງກ່ອນກໍຕາມ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/