ເນມາ ບໍ່ທຳມະດາ! ຂີ່ເຮລິຄອບເຕີມາຝຶກຊ້ອມບານ


ມີໃຫ້ເຫັນຢູ່ຕະຫຼອດໃນໄລຍະເວລາທີ່ Neymar ນັກເຕະຊື່ດັງຈາກສະໂມສອນ Paris Saint-Germain ແລະ ທີມຊາດ ບຣາຊິວ ຂີ່ເຮລິຄອບເຕີ.

ນອກຈາກນີ້ ເນມາ ເຄີຍຖ່າຍຮູບກັບ ເຮລິຄອບເຕີລຳນີ້ມາແລ້ວໃນ Instagram ມີຄົນຖືກໃຈຫຼາຍກວ່າ 5 ລ້ານຄົນ ແລະ ຍັງບອກອີກວ່າຮັກລຳນີ້ຫຼາຍ, ເວລາມີການຝຶກຊ້ອມກໍຈະຂີ່ໄປໃນສະໜາມຊ້ອມ.

ເຮລິຄອບເຕີລຳນີ້ເປັນຂອງບໍລິສັດ ເມີເຊເດສ ຮຸ່ນ H-145 ສີດຳ, ເນື່ອງຈາກໄດ້ຮັບແຮງບັນດານໃຈມາຈາກ ແບດແມນ ຊຸບເປີ້ຮີໂຣ້ຊື່ດັງທີ່ ເນມາ ຮັກເປັນພິເສດ ໂດຍບໍລິເວນສ່ວນທ້າຍຂອງເຄື່ອງປັກດ້ວຍຕົວອັກສອນ NJR ໝາຍເຖິງ ເນມາ ຈູເນຍ ບົ່ງບອກໃຫ້ຮູ້ວ່າໃຜເປັນເຈົ້າຂອງ.

ສຳລັບເຮລິຄອບເຕີລຳນີ້ ແມ່ນໄດ້ຊື້ມາແຕ່ປີ 2019 ດ້ວຍລາຄາປະມານ 10.5 ລ້ານປອນ ແລະ ເຄີຍໃຊ້ເດີນທາງໄປແຄ້ມຝຶກຊ້ອມຂອງທີມຊາດບຣາຊິວ ຢູ່ເປັນປະຈຳ ແລະ ເມື່ອວັນທີ 10 ພະຈິກ 2021 ທີ່ຜ່ານມາ ກໍໄດ້ຂີ່ໄປຝຶກຊ້ອມເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ: https://bit.ly/3C4Sb1X

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/