ຍີ່ປຸ່ນປະກາດ ບໍ່ພົບຜູ້ເສຍຊີວິດຈາກໂຄວິດ-19 ເປັນຄັ້ງທຳອິດໃນຮອບ 15 ເດືອນ


ໃນວັນທີ 7 ພະຈິກທີ່ຜ່ານມາ ຍີ່ປຸ່ນໄດ້ລາຍງານສະຖານະການ ການແຜ່ລະບາດຂອງໂຄວິດ-19 ວ່າ  ບໍ່ພົບຜູ້ເສຍຊີວິດຈາກການຕິດໂຄວິດເປັນຄັ້ງທໍາອິດໃນຮອບ 15 ເດືອນ ໂດຍຄັ້ງສຸດທ້າຍທີ່ພົບຜູ້ເສຍຊີວິດແມ່ນໃນ ວັນທີ 2 ເດືອນສິງຫາປີທີ່ຜ່ານມາ.

ລາຍງານດັ່ງກ່າວມີຂຶ້ນໃນລະຫວ່າງສະຖານະການຂອງປະເທດຍີ່ປຸ່ນທີ່ຄ່ອຍໆ ກັບມາສູ່ພາວະປົກກະຕິ ຫຼັງຈາກກໍລະນີການລະບາດຢ່າງຕໍ່ເນື່ອງ. ໂດຍໃນວັນທີ 7 ທີ່ຜ່ານມາ ມີຜູ້ຕິດເຊື້ອກໍລະນີໃໝ່ທົ່ວປະເທດຈຳນວນ 162 ຄົນ, ເຊິ່ງໃນນະຄອນໂຕກຽວ ພົບຜູ້ຕິດເຊື້ອກໍລະນີໃໝ່ຫຼາຍສຸດມີພຽງຈໍານວນ 21 ຄົນ ແລະ ກໍນັບເປັນ 11 ມື້ແລ້ວທີ່ມີຜູ້ຕິດເຊື້ອເພີ່ມຂຶ້ນຕ່ຳກວ່າ 30 ຄົນ. ກະຊວງແຮງງານ ແລະ ສະຫວັດດີການຂອງສັງຄົມຍີ່ປຸ່ນ ເຜີຍວ່າຍັງມີຜູ້ຕິດເຊື້ອທີ່ອາການຮຸນແຮງອີກປະມານ 100 ຄົນ.

ສຳລັບຍອດຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນຍີ່ປຸ່ນຫຼ້າສຸດ ມີຢູ່ປະມານ 18,000 ຄົນ ເຊິ່ງຕົວເລກຜູ້ເສຍຊີວິດເຄີຍເພີ່ມຂຶ້ນສູງສຸດຮອດມື້ລະ 200 ກວ່າຄົນໃນກາງເດືອນພຶດສະພາ ກ່ອນຈະລົດລົງຢ່າງຕໍ່ເນື່ອງຕັ້ງແຕ່ເດືອນກັນຍາ ປີ 2020, ໂດຍຄາດວ່າເປັນຜົນຈາກການສັກວັກຊີນ ແລະ ມາດຕະການຄວບຄຸມແລະປ້ອງກັນການແຜ່ລະບາດຢ່າງຈິງຈັງຂອງທາງການ.

ປັດຈຸບັນຍີ່ປຸ່ນສັກວັກຊີນໃຫ້ປະຊາຊົນຄົບ 2 ໂດສແລ້ວປະມານ 73% ແລະ ຍັງມີມາດຕະການປ້ອງກັນການແຜ່ລະບາດຂອງໂຄວິດຢູ່ 4 ໄລຍະ ເຊິ່ງລັດຖະບານກຳລັງພິຈາລະນາສະເໜີມາດຕະການໄລຍະທີ 5 ເພື່ອມຸ່ງເນັ້ນການບັນເທົາຄວາມເຄັ່ງຕຶງໃນການໃຫ້ບໍລິການທາງການແພດ ເຊັ່ນ: ການໃຊ້ລະບົບຄອມພິວເຕີຊ່ວຍປ້ອງກັນຈຳນວນຜູ້ປ່ວຍລົ້ນໂຮງໝໍ ຕະຫຼອດຈົນປະເມີນມາດຕະການຕາມການປ່ຽນແປງຂອງສະຖານະການທີ່ເປັນຢູ່ ທັງຄວາມຄືບໜ້າຂອງແຜນສັກວັກຊີນທົ່ວປະເທດ ແລະ ການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອທີ່ມີອາການຮຸນແຮງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/