ລັດຖະມົນຕີການຕ່າງປະເທດ ຕູວາລູ ເຂົ້າຮ່ວມການປະຊຸມ COP26 ດ້ວຍການຕັ້ງໂພດຽມແຊ່ໃນນ້ຳ ເພື່ອສະທ້ອນເຖິງບັນຫາລະດັບນ້ຳທະເລສູງຂຶ້ນ


ຈາກການສຶກສາຕັ້ງແຕ່ປີ 1900-2018 ພົບວ່າ ໃນແຕ່ລະປີລະດັບນ້ຳທະເລຈະເພີ່ມສູງຂຶ້ນ 1.56 ມິນລີແມັດ, ສາເຫດສຳຄັນທີ່ເຮັດໃຫ້ລະດັບນ້ຳທະເລໃນສະຕະວັດທີ 20 ເພີ່ມຂຶ້ນ ເກີດຈາກການລະລາຍຕົວຂອງແຜ່ນນ້ຳກ້ອນ ເນື່ອງຈາກສະພາບອາກາດປ່ຽນແປງ ເຮັດໃຫ້ເກີດພາວະໂລກຮ້ອນ.

ໃນການປະຊຸມ ສະມັດຊາປະເທດພາຄີອະນຸສັນຍາ ຫຼື COP26 ເພື່ອປຶກສາຫາລືເລື່ອງສະພາບອາກາດຂອງໂລກ ລັດຖະມົນຕີການຕ່າງປະເທດ ຕູວາລູ Simon Kofe ກໍໄດ້ເຂົ້າຮ່ວມກ່າວປະເດັນກ່ຽວກັບບັນຫາລະດັບນ້ຳທະເລທີ່ເພີ່ມຂຶ້ນ ດ້ວຍການຕັ້ງໂພດຽມແຊ່ໄວ້ຢູ່ນ້ຳ ທີ່ເກາະຂອງປະເທດຕົນເອງ ເພື່ອສະທ້ອນເຖິງບັນຫານ້ຳທະເລທີ່ເພີ່ມສູງຂຶ້ນໃນການປະຊຸມ.

ສະຖານທີ່ທີ່ Simon Kofe ໄປຖ່າຍ ແມ່ນເກາະຟອງກາຟາເລ (Fongafale) ເປັນເກາະທີ່ຕັ້ງເມືອງຫຼວງຂອງປະເທດຕູວາລູ ແລະ ນ້ຳທີ່ຖ້ວມຂຶ້ນມາກໍເປັນລະດັບນ້ຳທີ່ສູງຂຶ້ນມາແທ້ ເປັນສະຖານະການແທ້ທີ່ປະຊາຊົນຊາວຕູວາລູກຳລັງພົບຢູ່.

ໃນການປະຊຸມ COP26 ນີ້ ຜູ້ນຳຫຼາຍປະເທດຕ້ອງບິນໄປປະຊຸມຢູ່ນະຄອນກລາສໂກ ປະເທດສະກັອດແລນ ໃນວັນທີ 9 ພະຈິກ 2021, ແຕ່ Simon Kofe ບໍ່ຈຳເປັນຕ້ອງບິນໄປຮອດບ່ອນນັ້ນເພື່ອກ່າວເຖິງສະພາບອາກາດຂອງໂລກ ກໍສາມາດສະທ້ອນບັນຫາອອກມາໄດ້ຢ່າງດີ.

ຢ່າງໃດກໍຕາມ ປະເທດຕູວາລູ ເປັນປະເທດທີ່ຢູ່ໃນເກາະແຖບມະຫາສະໝຸດປາຊີຟິກ ທີ່ໄດ້ຮັບຜົນກະທົບຈາກບັນຫາລະດັບນ້ຳທະເລທີ່ສູງຂຶ້ນ ໂດຍຈຸດທີ່ມີຄວາມສູງທີ່ສຸດຂອງປະເທດ ສູງກວ່າລະດັບນ້ຳທະເລພຽງ 4.6 ແມັດ ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/