ໂຮງໝໍມະໂຫສົດຫຼັງໃໝ່! ກາຍເປັນໂຮງໝໍທີ່ໃຫຍ່ທີ່ສຸດຂອງລາວ


ເມື່ອວັນທີ 11 ພະຈິກ 2021 ທີ່ຜ່ານມາ ໄດ້ມີການເຊັນມອບ-ຮັບ ໂຮງໝໍມະໂຫສົດຢ່າງຮຽບຮ້ອຍ ແລະ ເປັນທາງການ.

ໂຮງໝໍແຫ່ງນີ້ມີເນື້ອທີ່ 5 ເຮັກຕາປາຍ,​ ເນື້ອທີ່ກໍ່ສ້າງປະມານ 3 ເຮັກຕາປາຍ, ເປັນໂຮງໝໍທີ່ໃຫຍ່ທີ່ສຸດໃນລາວ ເຊິ່ງມີ 600 ຕຽງ, ມີເຄື່ອງຈັກອຸປະກອນການແພດທີ່ຄົບຖ້ວນ ມີມາດຕະຖານສູງສຸດ ສາມາດກຳນົດເປັນສູນກາງຝຶກອົບຮົມ ແລະ ຄົ້ນຄວ້າວິທະຍາສາດການແພດທີ່ສຳຄັນທີ່ສຸດ. ສ່ວນຕຶກນອນຄົນເຈັບແມ່ນມີ 8 ຊັ້ນ, ຕຶກຊຶມເຊື້ອ 4 ຊັ້ນ, ສະຖານບຳບັດນ້ຳເສຍ ແລະ ບ່ອນເກັບຂີ້ເຫຍື້ອ.

ພິທີມອບຮັບ: ຕາງໜ້າ​ລັດຖະບານ​ ສປ​ ຈີນ​ ມອບໂດຍ​ ທ່ານ ຈຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ​ ປະຈໍາ ສປປ ລາວ​ ແລະ​ ຕາງໜ້າລັດຖະບານແຫ່ງ ສປປ​ ລາວ​ ຮັບໂດຍ​ ທ່ານ​ ບຸນແຝງ ພູມມະໄລສິດ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​ ໂຄງການດັ່ງກ່າວ​ ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ເປັນໂຄງການທີ່ໃຫຍ່ທີ່ສຸດການຊ່ວຍເຫຼືອດ້ານສາທາລະນະສຸກຂອງ ສປ ຈີນ ຕໍ່ຕ່າງປະເທດ.

ນອກນີ້,​ ຍັງຊ່ວຍເຫຼືອອຸປະກອນການແພດຈໍານວນຫນຶ່ງ ແລະ​ ພາຍຫຼັງສ້າງສໍາເລັດແລ້ວຍັງຈະຊ່ວຍຝຶກອົບຮົມໃຫ້ແກ່ແພດໝໍໂຮງໝໍດັ່ງກ່າວໄປໄລຍະສາມປີ ເພື່ອຍົກສູງຄຸນະພາບການປິ່ນປົວໃຫ້ແພດຫມໍລາວ. ໂຮງໝໍແຫ່ງນີ້ຈະເປັນໂຮງໝໍພາກລັດທີ່ໃຫຍ່ທີ່ສຸດໃນ ສປປ ລາວ, ມີຄວາມທັນສະໄໝ ແລະ​ ທັງປະຢັດພະລັງງານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/