ວັນທີ 10 ພະຈິກ ວັນວິທະຍາສາດໂລກ ເພື່ອສັນຕິພາບ ແລະ ການພັດທະນາ


ວັນວິທະຍາສາດໂລກເພື່ອສັນຕິພາບ ແລະ ການພັດທະນາ ຫຼື World Science Day for Peace and Development ກົງກັບວັນທີ 10 ພະຈິກຂອງທຸກໆປີ ປະກາດໂດຍອົງການ UNESCO ໃນປີ 2001, ໂດຍມີຈຸດປະສົງຫຼັກຢູ່ 3 ຢ່າງຄື: ເສີມສ້າງຄວາມຮູ້ໃຫ້ຄົນທົ່ວໄປຮັບຮູ້ເຖິງບົດບາດຂອງວິທະຍາສາດເພື່ອສັງຄົມທີ່ສະຫງົບສຸກ ແລະ ຍືນຍົງ, ສົ່ງເສີມວິທະຍາສາດໃຫ້ເປັນອັນໜຶ່ງອັນດຽວກັນໃນລະດັບຊາດ ແລະ ລະດັບສາກົນ, ຕໍ່ຍອດເປົ້າໝາຍລະດັບນານາຊາດໃນການໃຊ້ວິທະຍາສາດເພື່ອໃຫ້ເປັນປະໂຫຍດແກ່ສັງຄົມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/