3 ເຍົາວະຊົນຍິງຈາກໄທ ສາມາດຍາດເອົາຫຼຽນຄຳ ສິ່ງປະດິດລະດັບໂລກ ດ້ວຍຜົນງານ “ທາງຍ່າງສຳລັບຄົນພິການທາງສາຍຕາທີ່ເຮັດຈາກຂີ້ເຫຍື້ອກ່ອງນົມ ແລະ ຢາງພາລາ”


ຖືວ່າເປັນເລື່ອງດີໆ ເມື່ອເຍົາວະຊົນຍິງຊາວໄທ 3 ນ້ອງ ສາມາດຍາດເອົາຫຼຽນຄຳ ສິ່ງປະດິດລະດັບນານາຊາດ The Innovation Week in Africa (IWA 2021) ຈາກຜົນງານ “ທາງຍ່າງສຳລັບຄົນພິການທາງສາຍຕາຈາກຂີ້ເຫຍື້ອກ່ອງນົມ ແລະ ຢາງພາຣາ”

ເຈົ້າຂອງຜົນງານແມ່ນນ້ອງ ພອນພິສຸດ ຊິນອະມອນພົນ (นางสาวพรพิสุทธิ์ ชินอมรพงษ์), ລຶໄທຊະນົກ ແສງເງິນອ່ອນ (นางสาวฤทัยชนก แสงเงินอ่อน) ແລະ ວະຣະມົນ ຈຽມກິມ (นางสาวรมณ เจียมกิม) ທັງ 3 ນ້ອງແມ່ນຮຽນຢູ່ຊັ້ນ ມ.ປາຍເທົ່ານັ້ນ.

ຂະບວນການຜະລິດແຜ່ນທາງຍ່າງດັ່ງກ່າວ ແມ່ນມາຈາກການນຳເອົາຂີ້ເຫຍື້ອກ່ອງນົມມາເຮັດຄວາມສະອາດ ແລະ ປັ່ນໃຫ້ລະອຽດ ແລ້ວຂຶ້ນຮູບດ້ວຍຢາງພາຣາ ເປັນແຜ່ນສຳລັບທາງຍ່າງຜູ້ພິການ.

ແຜ່ນດັ່ງກ່າວຈະມີລັກສະນະແຂງ, ມີນ້ຳໜັກເບົາ ແລະ ມີອັກສອນເບວນູນຂຶ້ນມາ ເພື່ອໃຫ້ຜູ້ພິການທາງສາຍຕາສຳຜັດໄດ້ ທາງຫຼັງຂອງແຜ່ນທາງຍ່າງນີ້ມີກາວທີ່ແຂງແຮງໃນຕົວ ສາມາດອະນາໄມພື້ນດີໆແລ້ວຕິດໄດ້ເລີຍ.

ນ້ອງໆກ່າວວ່າ ແຮງບັນດານໃຈ ແມ່ນເລີ່ມຕົ້ນມາຈາກການທີ່ເຫັນຜູ້ພິການເປັນບຸກຄົນທີ່ມີຂໍ້ຈຳກັດໃນການເຮັດກິດຈະກຳໃນຊີວິດປະຈຳວັນ ຫຼື ການເຂົ້າໄປມີສ່ວນຮ່ວມກັບສັງຄົມ ຈຶ່ງມີຄວາມຈຳເປັນທີ່ຈະໄດ້ຮັບການຊ່ວຍເຫຼືອ, ຍິ່ງພາຍໃນປະເທດຂອງຕົນ ທີ່ມີຜູ້ພິການທາງສາຍຕາຈຳນວນຫຼາຍ ມີການຕິດຕັ້ງເບວບລັອກຕາມສະຖານທີ່ຕ່າງໆ ແຕ່ກໍຍັງບໍ່ຄອບຄຸມ ເນື່ອງຈາກບາງສະຖານທີ່ກໍບໍ່ເອື້ອອຳນວຍ ເຮັດໃຫ້ມີອຸປະສັກໃນການຕິດຕັ້ງ ແລະ ອີກຢ່າງແມ່ນເບວບລັອກແບບເກົ່າຍັງຕ້ອງມີການຂຸດເຈາະເພື່ອຕິດຕັ້ງ ເພີ່ມຂໍ້ຈຳກັດ ແລະ ຂໍ້ຫຍຸ້ງຍາກຂຶ້ນໄປອີກ. ທັງສາມເຫັນກົງກັນວ່າ ບັນຫານີ້ຄວນໄດ້ຮັບການແກ້ໄຂ ຈຶ່ງຕົກລົງກັນວ່າຈະປະດິດນະວັດຕະກຳເບວບລັອກແບບໃໝ່ທີ່ມີຄວາມແຂງແຮງທົນທານຕໍ່ນ້ຳໜັກ ແລະ ສະພາບອາກາດ, ຕ້ອງມີນ້ຳໜັກເບົາ, ສາມາດຕິດຕັ້ງງ່າຍ, ມີຕົ້ນທຶນການຜະລິດບໍ່ສູງ.

ນອກຈາກຈະເກັ່ງແລ້ວ ນ້ອງໆຍັງມີແນວຄິດເຮັດເພື່ອສັງຄົມອີກດ້ວຍ ຍັງບໍ່ພໍ! ຍັງຮັກສິ່ງແວດລ້ອມ ດ້ວຍການນຳເອົາຂີ້ເຫຍື້ອກ່ອງນົມມາຣີໄຊເຄິນໃຫ້ເປັນປະໂຫຍດພ້ອມ!!!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/