ຊາຍຊາວຈີນຄົນໜຶ່ງຕິດຄຸກ 9 ມື້ຍ້ອນ ສົ່ງຮູບມີມລົງກຸ່ມ WeChat


ສຳນັກຂ່າວ CNN ອອກມາລາຍງານເຖິງຄະດີຂອງຊາຍໜຸ່ມຊາວຈີນຄົນໜຶ່ງ ທີ່ຖືກຄຸມຂັງເປັນເວລາ 9 ມື້ ຈາກການທີ່ລາວສົ່ງຮູບ “ມີມ (Meme)” ລົງໃນກຸ່ມແຊັດ ທີ່ກຳລັງເປັນກະແສຢູ່ຈີນໃນຕອນນີ້.

ລາຍງານລະບຸວ່າຊາຍຄົນໜຶ່ງ ໄດ້ບອກແຕ່ນາມສະກຸນຂອງລາວ ມີນາມວ່າ Li ໄດ້ຖືກກ່າວຫາວ່າດູໝິ່ນຕຳຫຼວດ ຫຼັງຈາກລາວສົ່ງຮູບ ມີມ ລົງໃນກຸ່ມແຊັດແອັບ WeChat ທີ່ກຳລັງຈົ່ມກ່ຽວກັບມາດຕະການປ້ອງກັນ ໂຄວິດ-19 ໃນຊຸມຊົນທີ່ລາວອາໄສຢູ່ ທີ່ເມືອງ Qingtongxia ເຂດປົກຄອງພິເສດ Ningxia.

ໂດຍຮູບມີມດັ່ງກ່າວເປັນຮູບຕັດຕໍ່ໝາທີ່ໃສ່ໝວກຕຳຫຼວດພ້ອມກັບມີການໂຊບັດຕຳຫຼວດ ແລະ ຊີ້ໜ້າຄົນທີ່ເບິ່ງຮູບຢູ່ ເຊິ່ງສື່ຈີນໄດ້ບອກວ່າຮູບມີມດັ່ງກ່າວຖືກໃຊ້ໄປທົ່ວໃນໂລກອອນລາຍ.

ໃນກຸ່ມແຊັດນັ້ນມີສະມາຊິກຫຼາຍກວ່າ 330 ບັນຊີ ດ້ວຍເຫດນັ້ນຈຶ່ງມີບຸກຄົນປິດສະໜາໄດ້ໄປແຈ້ງຄວາມກັບຕຳຫຼວດວ່າ ສິ່ງທີ່ Li ໄດ້ເຮັດລົງໄປນັ້ນ ເປັນການດູໝິ່ນເຈົ້າໜ້າທີ່ຕຳຫຼວດ.

ຕໍ່ມາຕຳຫຼວດກໍຮັບເລື່ອງມາສືບສວນ ແລ້ວກໍເຊີນ Li ມາແຈ້ງຂໍ້ກ່າວຫາ “ຜິດຖຽງ ແລະ ປຸກປັ່ນໃຫ້ເກີດບັນຫາ” ແລະ ກໍໄດ້ຄຸມຂັງ Li ເປັນເວລາ 9 ມື້ ເພື່ອເປັນການລົງໂທດ.

ຫຼັງຈາກທີ່ເຫດດັ່ງກ່າວໄດ້ຖືກລາຍງານອອກມາ ກໍໄດ້ເຮັດໃຫ້ຊາວຈີນໃນໂລກອອນລາຍ ບໍ່ພໍໃຈຫຼາຍ ຈົນເກີດສຽງວິພາກວິຈານໄປໃນວົງກວ້າງ ແລະ ຄົນສ່ວນຫຼາຍກໍບອກວ່າ Li ບໍ່ສົມຄວນໄດ້ຮັບໂທດຈາກການສົ່ງພຽງຮູບມີມລົງກຸ່ມແຊັດ.

ໃນລາຍງານມີການລະບຸວ່າແຮສແທັກກ່ຽວກັບປະເດັນນີ້ ມີຍອດວິວສູງເຖິງ 170 ລ້ານຄັ້ງໃນເວັບ Weibo ແຕ່ກໍຖືກລຶບໃນເວລາຕໍ່ມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/