ແມ່ລ້ຽງດ່ຽວຊາວມາເລເຊຍອາຍຸ 55 ປີ ຖືກສານຕັດສິນປະຫານດ້ວຍການແຂວນຄໍ ໃນຂໍ້ຫາຄອບຄອງຢາບ້າຈຳນວນ 113.9 ກຣາມ


ການຄອບຄອງຢາບ້າໃນ ສປປ ລາວ ອີງຕາມກົດໝາຍແມ່ນມີຄວາມຜິດທາງອາຍາ ອາດຈະມີການຕັດສິນລົງໂທດຜູ້ຄອບຄອງ ຈຳຄຸກຕັ້ງແຕ່ 5-10 ປີ ຫຼື ຫຼາຍກວ່ານັ້ນ ແຕ່ວ່າໂທດຄະດີຢາເສບຕິດຂອງບັນດາປະເທດເພື່ອນບ້ານໃນເອເຊຍຕາເວັນອອກສຽງໃຕ້ອາດຈະໜັກກວ່ານັ້ນ ເຊິ່ງມີຕັ້ງແຕ່ຕັດອິສະຫຼະພາບ ເຖິງຂັ້ນປະຫານຊິວິດ.

ສໍານັກຂ່າວທ້ອງຖິ່ນ Free Malaysia Today ໄດ້ລາຍງານວ່າ ນາງ Hairun Jalmani ອາຍຸ 55 ປີ ເປັນແມ່ລ້ຽງດ່ຽວເຊິ່ງມີລູກ 9 ຄົນ ຖືກສານຂອງລັດ Tawau ປະເທດມາເລເຊຍ ຕັດສິນປະຫານຊີວິດ “ດ້ວຍການແຂວນຄໍ” ໃນເດືອນຕຸລາທີ່ຜ່ານມາ ໃນຂໍ້ຫາຄອບຄອງຢາບ້າຈໍານວນ 113.9 ກຣາມ ຕັ້ງແຕ່ປີ 2018.

ຫຼັງຈາກນັ້ນກໍໄດ້ມີການເຜີຍແຜ່ວິດີໂອຂອງນາງ Jalmani ລົງໃນອິນເຕີເນັດ ທີ່ກໍາລັງຮ້ອງໄຫ້ຂໍຊີວິດ ພ້ອມບອກອີກວ່າລູກຂອງລາວຈະໄດ້ຮັບການດູແລເບິ່ງແຍງແນວໃດຫຼັງຈາກທີ່ລາວເສຍຊີວິດ ໃນຂະນະທີ່ເຈົ້າໜ້າທີ່ນຳຕົວອອກມາຈາກຫ້ອງພິຈາລະນາຄະດີ ແລະ ຂ່າວນີ້ກໍກາຍເປັນຂ່າວໜ້າໜຶ່ງຂອງສື່ໃນຫຼາຍໆປະເທດ.

ກົດໝາຍຂອງມາເລເຊຍນັ້ນຂຶ້ນຊື່ເລື່ອງຄວາມເຂັ້ມງວດ ໂດຍສະເພາະກັບຜູ້ກະທຳຄວາມຜິດໃນຄະດີຢາເສບຕິດ ໂດຍໃຜກໍຕາມທີ່ຄອບຄອງຄັ້ງແຕ່ 50 ກຣາມ ຂຶ້ນໄປ ມີໂທດປະຫານຊີວິດສະຖານດຽວຄື “ວິທີການແຂວນຄໍ”. ສ່ວນໃນກໍລະນີຂອງນາງ Jalmani ອົງການນິລະໂທດກໍາສາກົນໃນມາເລເຊຍໄດ້ເອົາປະເດັນທີ່ຜູ້ຍິງໄດ້ຮັບການເລືອກປະຕິບັດແບບບໍ່ເປັນທໍາ. 95% ຂອງຜູ້ທີ່ຖືກປະຫານຊີວິດເມື່ອປີ 2019 ແມ່ນກ່ຽວຂ້ອງກັບຢາເສບຕິດ ທັ້ງທີ່ຜູ້ຍິງກຸ່ມນັ້ນຕົກຢູ່ພາຍໃຕ້ການໃຊ້ຄວາມຮຸນແຮງ, ການລ່ວງລະເມີດ ແລະ ການສະແຫວງປະໂຫຍດຈາກຜູ້ອື່ນ ແຕ່ກົດໝາຍປັດຈຸບັນບໍ່ໄດ້ນໍາປັດໄຈເຫຼົ່ານີ້ມາພິຈາລະນາ.

ນອກຈາກນີ້ອົງການນິລະໂທດກໍາສາກົນໃນມາເລເຊຍ ໄດ້ກ່າວວ່າ ນາງ Jalmani ເປັນແມ່ລ້ຽງດ່ຽວໃນລັດທີ່ທຸກຍາກທີ່ສຸດຂອງປະເທດ ລາວພະຍາຍາມຫາລ້ຽງລູກ9 ຄົນ ແລະ ກໍລະນີຂອງນາງ Jalmani ກໍເປັນຕົວຢ່າງຂອງການລົງໂທດປະຫານຊີວິດທີ່ເປັນການເລືອກປະຕິບັດຕໍ່ຜູ້ຍິງ ແລະ ຂໍໃຫ້ທາງລັດຍົກເລີກໂທດປະຫານຊີວິດ ໂດຍພິຈາລະນາເຖິງລູກທັງ 9 ຄົນຂອງລາວ ລວມໄປເຖິງຂໍໃຫ້ເຂົ້າຮ່ວມກັບ 108 ປະເທດທີ່ຍົກເລີກໂທດປະຫານຊີວິດໄປແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/