ສະຫະລັດອາເມຣິກາ ກຽມກັບເຂົ້າເປັນສະມາຊິກ UNESCO ໃນເດືອນກໍລະກົດນີ້


ເມື່ອວັນທີ 13 ມິຖຸນາ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ໄດ້ອອກມາຖະແຫຼງການວ່າ ສະຫະລັດອາເມຣິກາ ມີແຜນກັບເຂົ້າເປັນສະມາຊິກຂອງ UNESCO ໃນເດືອນ ກໍລະກົດ 2023 ທີ່ຈະມາຮອດ.

ໂດຍທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ຂອງອົງການ ການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ໄດ້ກ່າວໃນການຖະແຫຼງການເຖິງການກຽມການກັບມາຂອງ ສະຫະລັດອາເມຣິກາ ທີ່ຈະກັບມາຮ່ວມກັບ UNESCO ສະແດງເຖິງຄວາມເຊື່ອໝັ້ນທີ່ເຂັ້ມແຂງຕໍ່ UNESCO ແລະ ລັດທິພະຫຸພາຄີນິຍົມ.

ທ່ານ Richard R. Verma ລັດຖະມົນຕີຊ່ວຍວ່າການ ການຕ່າງປະເທດຂອງສະຫະລັດອາເມຣິກາ ດ້ານການບໍລິຫານຈັດການ ແລະ ຊັບພະຍາກອນ ສົ່ງໜັງສືເຖິງ ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ຂອງອົງການ ການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ວ່າລັດຖະບານວໍຊິງຕັນມີຄວາມຊົມເຊີຍ ແລະ ຂໍຂອບໃຈ ການທີ່ UNESCO ພາຍໃຕ້ການບໍລິຫານຂອງທ່ານ ມີຄວາມຄືບໜ້າໃນຫຼາຍເລື່ອງ ລວມໄປຮອດ ການດຳເນີນການເພື່ອລົດການເມືອງພາຍໃນອົງການ.

ສະຫະລັດອາເມຣິກາ ໄດ້ຖອນຕົວອອກຈາກການເປັນສະມາຊິກຂອງ UNESCO ເມື່ອປີ 2018 ໃນສະໄໝລັດຖະບານຂອງປະທານາທິບໍດີ Donald Trump ທີ່ໄດ້ກ່າວຫາວ່າອົງການໃນຮົ່ມທຸງ UNESCO ແຫ່ງນີ້ມີອະຄະຕິຕໍ່ຕ້ານປະເທດ ອິດສະລາເອລ ແລະ ບໍລິຫານຈັດການຜີດພາດ ໂດຍທີ່ອິດສະລາເອລກໍໄດ້ຖອນຕົວໄປພ້ອມກັບ ສະຫະລັດອາເມຣິກາ.

ກ່ອນໜ້ານີ້ສະຫະລັດອາເມຣິກາ ເປັນປະເທດຜູ້ບໍລິຈາກເງິນສະໜັບສະໜູນ 1 ໃນ 5 ຂອງອົງການ UNESCO ແລະ ເຄີຍຢຸດການບໍລິຈາກໄປໃນປີ 2011. ແຕ່ເຖິງຢ່າງໃດກໍຕາມປີ 2022 ລັດຖະບານຂອງປະທານາທິບໍດີ Joe Biden ໄດ້ມີມະຕິຈັດສັນງົບປະມານ 150 ລ້ານໂດລາ ສຳລັບການສະໜັບສະໜູນ UNESCO.

ທາງດ້ານປະເທດຈີນ ທ່ານ ຫຍາງຈິນ ເອກອັດຄະລັດຖະທູດຈີນປະຈຳ UNESCO ກ່າວວ່າ ລັດຖະບານປັກກິ່ງ ບໍ່ຄັດຄ້ານ ການທີ່ສະຫະລັດອາເມຣິກາ ຈະກັບເຂົ້າມາເປັນສະມາຊິກ UNESCO ແລະ ຢືນຢັນວ່າ ຈີນສາມາດຮ່ວມມືກັບທຸກປະເທດ ເພື່ອໃຫ້ພາລະກິດຂອງ UNESCO ໄດ້ບັນລຸເປົ້າໝາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/