ສະເທືອນຕະຫຼາດ! Kylian Mbappé ຍື່ນຈົດໝາຍຈະບໍ່ຕໍ່ສັນຍາກັບ PSG ທາງສະໂມສອນພິຈາລະນາຂາຍໃນຕະຫຼາດນີ້


ນັບເປັນອີກໜຶ່ງການເຄື່ອນໄຫວທີ່ສັ່ນສະເທືອນໄປທົ່ວຕະຫຼາດຊື້ຂາຍນັກເຕະ ໃນຢູໂຣບ ຫຼັງ ຄິລຽນ ເອັມບັບເບ້ (Kylian Mbappé ) ວ່າທີ່ກອງໜ້າເບີ 1 ຂອງໂລກ ຍື່ນຈົດໝາຍໄປຫາຕົ້ນສັງກັດ Paris Saint Germain (PSG) ວ່າຈະບໍ່ຂໍຕໍ່ສັນຍາເຖິງແມ່ນວ່າຈະມີຕົວເລືອກໃຫ້ຂະຫຍາຍເພີ່ມອີກ 1 ປີ ເຮັດໃຫ້ທາງຕົ້ນສັງກັດ ຕ້ອງພິຈາລະນາຂາຍດາວຍິງ ອາຍຸ 24 ປີ ໃນຕະຫຼາດນີ້ ຖ້າບໍ່ຢາກເສຍໄປແບບຟຣີໆ ໃນປີໜ້າ.

ໂດຍເຊົ້າມືດຂອງມື້ນີ້ ສື່ກະແສຫຼັກຫຼາຍສຳນັກທັງໃນອັງກິດ ແລະ ຝຣັ່ງ ເລີຍງານກົງກັນວ່າ ທາງ ຊຸບເປີ້ສະຕາ ຊາວ ຝຣັ່ງ ໄດ້ຍື່ນໜັງສືຫາຜູ້ບໍລິຫານແຈ້ງຄວາມຕ້ອງການຕົນເອງທີ່ຈະບໍ່ຂໍຕໍ່ສັນຍາ ເພື່ອສະແດງເຈຕະນາທີ່ຕ້ອງການຈະຍ້າຍທີມ.

ໂດຍສັນຍາສະບັບປັດຈຸບັນຂອງ ເອັມບັບເບ້ ທີ່ເຊັນກັນຕັ້ງແຕ່ປີ 2022 ແມ່ນຈະສິ້ນສຸດລົງໃນປີ 2024 ແລະ ມີຕົວເລືອກໃຫ້ຕໍ່ເພີ່ມອີກ 1 ປີ ຕາມການຕົກລົງກັນຂອງທັງສອງຝ່າຍ ສະໂມສອນ ແລະ ນັກເຕະ. ແຕ່ເມື່ອນັກເຕະແຈ້ງເຈຕະນາທີ່ຈະບໍ່ຕໍ່ແບບນີ້ ໝາຍຄວາມວ່າ PSG ອາດຕ້ອງພິຈາລະນາ ປ່ອຍຕົວນັກເຕະຄົນນີ້ອອກຈາກທີມ ເພື່ອຫາເງິນເຂົ້າສະໂມສອນ.

ຂ່າວດັ່ງກ່າວເກີດຂຶ້ນພາຍຫຼັງການຍ້າຍທີມຂອງ ຄາຣິມ ເບັນເຊມາ ພຽງແຕ່ບໍ່ເທົ່າໃດມື້ເທົ່ານັ້ນ ເຮັດໃຫ້ ເຣອັລ ມາດຣິດ ຕົກເປັນຂ່າວທີ່ຈະດຶງຕົວ ເອັມບັບເບ້ ເຂົ້າມາໄລ່ລ່າ ປະຕູແທນ ຄາຣິມ ເບັນເຊມາ ໃນລະດູການໜ້າ.

ແຕ່ຢ່າງໃດກໍຕາມ ກ່ຽວກັບຂ່າວດັ່ງກ່າວ ຫຼາຍຝ່າຍກໍຍັງເບິ່ງວ່າ ຈົດໝາຍດັ່ງກ່າວຂອງ ເອັມບັບເບ້ ເປັນພຽງເທັກນິກວິທີການ ທີ່ນັກເຕະຕ້ອງການຈະກົດດັນສະໂມສອນ ເພື່ອຂໍເຈລະຈາ ເຊັນສັນຍາສະບັບໃໝ່ກໍໄດ້. ເຊັ່ນໃນເມື່ອປີ 2022 ທີ່ຫຼາຍຝ່າຍກໍຄາດການກັນວ່າ ເອັມບັບເບ້ ຈະຍ້າຍມາ ເຣອັລ ມາດຣິດ ແຕ່ສຸດທ້າຍກໍມີການເຈລະຈາກັນ ແລະ ຕົກລົງສັນຍາສະບັບໃໝ່ກັນໄດ້ໃນທີ່ສຸດ.

ສຳລັບ ເອັມບັບເບ້ ແມ່ນຍ້າຍມາຫຼິ້ນໃຫ້ກັບ PSG ເທື່ອທຳອິດແມ່ນມາໃນຖານະນັກເຕະຢືມຕົວ ເມື່ອປີ 2017 ກ່ອນທີ່ຈະຊື້ຕົວແບບຖາວອນໃນປີຕໍ່ມາດ້ວຍລາຄາ 180 ລ້ານຢູໂຣ. ເຊິ່ງຮອດຕອນນີ້ ເອັມບັບເບ້ ລົງຫຼິ້ນໃຫ້ PSG ໄປແລ້ວ 260 ນັດ ຍິງໄປເຖິງ 216 ປະຕູ ພາ PSG ຄວ້າແຊ້ມລີກໄປແລ້ວ 5 ສະໄໝຈາກ 6 ລະດູການ ແລະ ຍັງເປັນດາວຍິງສູງສຸດປະຈຳລີກອີກ 5 ປີຕິດຕໍ່ກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/