TOP 10 Boy – Girls Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023


ມາແລ້ວ! ກັບການຈັດອັນດັບ Boy-Girl Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023 ໂດຍການຈັດອັນດັບເກີດຂຶ້ນຈາກອົງການ The Korean Business Research Institute ຈາກການເກັບຂໍ້ມູນ Big data ລະຫວ່າງວັນທີ 10 ພຶດສະພາ-11 ມິຖຸນາ 2023.

ຈາກຜົນການຈັດອັນດັບ Girl Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023 ນີ້ຍັງຄົງເປັນ BLACKPINK ຄອງອັນດັບ 1 ຂອງຕາຕະລາງ ດ້ວຍຕົວເລກດັດຊະນີຊື່ສຽງ 6.532.714 ໂດຍຄຳຄົ້ນຫາອັນດັບສູງຈາກການວິເຄາະຄີເວີດ Jennie ແລະ ຄອນເສີດລະດັບໂລກ ເຊິ່ງອັດຕາສ່ວນການຕອບສະໜອງໃນທາງບວກມີຮອດ 85,07% ຕາມມາດ້ວຍ (G)I-DLE ທີ່ຂຶ້ນມາຄອງອັນດັບ 2 ດ້ວຍຕົວເລກດັດຊະນີຊື່ສຽງ 4.506.615 ເຊິ່ງເພິ່ມຂຶ້ນມາ 52,89%. ສ່ວນອັນດັນ 3 ຍັງເປັນຂອງ NewJeans ດ້ວຍຕົວເລກດັດຊະນີຊື່ສຽງ 4.462.729 ນັ້ນເອງ.

ສ່ວນທາງດ້ານຂອງຝ່າຍຊາຍ Boy Group ຍອດນິຍົມປະຈຳເດືອນ ມິຖຸນາ 2023 ຍັງຄົງຕົກເປັນຂອງ BTS ທີ່ຄອງອັນດັບ 1 ມາຕະຫຼອດໄລຍະເວລາ 5 ປີແລ້ວ ໂດຍມີຕົວເລກດັດຊະນີຊື່ສຽງ  9.936.435 ເຊິ່ງເພີ່ມຂຶ້ນມາ 96,02% ແລະ ອັນດັບທີ 2 ຍັງເປັນຂອງ SEVENTEEN ມີຕົວເລກດັດຊະນີຊື່ສຽງ 4.379.894. ດ້ານ NCT ຂຶ້ນຄອງອັນດັບ 3 ດ້ວຍຕົວເລກດັດຊະນີຊື່ສຽງ 2.376.715 ຕາມກັນມາຕິດໆຄື BTOB ທີ່ຄອງອັນດັນ 4 ດ້ວຍດັດຊະນີຊື່ສຽງ 2.225.285 ແລະ ອັນດັບ 5 ຕົກເປັນຂອງ Stray Kids ທີ່ມີດັດຊະນີຊື່ສຽງ 2.078.915.

TOP 10 Girls Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023

  1. BLACKPINK
  1. (G)I-DLE
  1. NewJeans
  1. aespa
  1. TWICE
  1. FIFTY FIFTY
  1. IVE
  1. LE SSERAFIM
  1. Girls’ Generation
  1. Red Velvet

TOP 10 Boy Group K-POP ຍອດນິຍົມປະຈຳເດືອນ ມິຖຸນາ 2023

  1. BTS
  1. SEVENTEEN
  1. NCT
  1. BTOB
  1. Stray Kids
  1. SHINee
  1. THE BOYZ
  1. ENHYPEN
  1. MONSTA X
  1. Teen Top

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/