Tim Cook ຜູ້ນຳແຫ່ງ Apple ກັບຄວາມພາກພູມໃຈໃນຖານະ LGBTQ+


Tim Cook ເປັນອີກໜຶ່ງບຸກຄົນທີ່ເປັນຕຳນານຂອງ Apple ຈົນປະຕິເສດບໍ່ໄດ້ວ່າ Tim Cook ເອງກໍຢູ່ໃນລະດັບດຽວກັບ Steve Jobs ແລະ Steve Wozniak ສອງຜູ້ຮ່ວມກໍ່ຕັ້ງ Apple ໂດຍຜົນງານເດັ່ນສຳຄັນທີ່ທາງ Tim Cook ເຮັດໄດ້ຄື ເຮັດໃຫ້ Apple ກາຍເປັນບໍລິສັດທີ່ມີມູນຄ່າຫຼັກຫຼາຍລ້ານລ້ານໂດລາໄດ້ສຳເລັດ.

ມື້ນີ້ທາງ LaoX ຈະພາມາຮູ້ຈັກ Tim Cook ຜູ້ທີ່ສ້າງມູນຄ່າບໍລິສັດເພີ່ມຂຶ້ນ 6,3 ເທົ່າ, ຜູ້ທີ່ເຮັດໃຫ້ iPhone ເພີ່ມຂຶ້ນເຖິງ 3 ເທົ່າ ແລະ ເປັນຜູ້ມາກອບກູ້ບໍລິສັດ.

Tim Cook ຫຼື Timothy Donald Cook ເກີດໃນວັນທີ 1 ພະຈິກ 1960 ໃນຄອບຄົວຊົນຊັ້ນກາງ ໂດຍອາຊີບຂອງພໍ່ລາວເປັນຊ່າງຕໍ່ເຮືອໃນອູ່ ສ່ວນແມ່ເປັນພະນັກງານໃນຮ້ານຂາຍຢາ ຊີວິດໃນໄວເດັກຂອງລາວກໍຄືເດັກນ້ອຍອາເມຣິິກາທົ່ວໄປ ໂດຍຈົບການສຶກສາຊັ້ນມັດທະຍົມຈາກ Robertsdale High School ພ້ອມເຂົ້າສຶກສາຕໍ່ໃນສາຂາ ອຸດສາຫະກຳ ທີ່ Auburn University ສ່ວນຕົວລາວກໍມີຄວາມສົນໃຈດ້ານຄອມພິວເຕີຢູ່ແລ້ວ.

ໃນປີ 1998 ສະຖານະການທາງການເງິນຂອງ Apple ກຳລັງຕົກຕ່ຳຢ່າງຕໍ່ເນື່ອງຈົນ Steve Jobs ໄດ້ຕັດສິນໃຈເດີນທາງໄປຊວນ Tim Cook ໃຫ້ມາຮ່ວມງານດ້ວຍຕົນເອງ ແລະ ນີ້ກໍແມ່ນເຫດການສຳຄັນໃນຊີວິດ ນັ້ນກໍຄືການຖິ້ມຕຳແໜ່ງຮອງປະທານຝ່າຍວັດສະດຸຂອງ Compaq ເພື່ອໄປຮ່ວມ Apple ທີ່ຕອນນັ້ນຄືກັບເຮືອກຳລັງຈະຈົມ.

ແນ່ນອນວ່າການຕັດສິນໃຈຂອງ Tim Cook ນັ້ນຖືກຕ້ອງທີ່ເຂົ້າມາຮ່ວມງານກັບທາງ Apple, ໃນປີ 2011 ກໍຂຶ້ນມາເປັນຜູ້ບໍລິຫານພາຍໃຕ້ບໍລິສັດໃຫຍ່ຢ່າງ Apple ພ້ອມກັບເປົ້າໝາຍທີ່ຈະເຮັດໃຫ້ບໍລິສັດມີມູນຄ່າ 1 ລ້ານລ້ານໂດລາ. ຫຼັງຈາກນັ້ນ Tim Cook ກໍກາຍເປັນທີ່ຈັບຕາຂອງຄົນທົ່ວໂລກ ຈົນຖືກຂະໜານນາມໃຫ້ເປັນໜຶ່ງໃນບຸກຄົນຜູ້ມີອິດທິພົນຂອງໂລກ.

ເມື່ອທົ່ວໂລກຈັບຕາເບິ່ງມາທີ່ Tim Cook ແລະ ແນ່ນອນວ່າການກັບມາເປັນປະເດັນອີກຄັ້ງ ຄົງໜີບໍ່ພົ້ນບົດຄວາມໃນປີ2014 ທີ່ມີຊື່ວ່າ Tim Cook Speaks Up ໂດຍມີຄວາມຕັ້ງໃຈຫຼັກກໍຄື ເພື່ອສົ່ງແຮງບັນດາໃຈໃຫ້ກັບຄົນທີ່ໂດດດ່ຽວ ແລະ ກຳລັງປະສົບບັນຫາເລື່ອງເພດສະພາບ ແຕ່ກໍເປັນການຍອມຮັບວ່າຕົນເອງເປັນເກ ໂດຍໃນບົດຄວາມວ່າ “ ເຖິງແມ່ນວ່າຂ້ອຍຈະບໍ່ປະຕິເສດເລື່ອງເພດສະພາບຂອງຕົນເອວ ແຕ່ກໍບໍ່ເຄີຍອອກມາຍອມຮັບຢ່າງເປີດເຜີຍໃນທີ່ສາທາລະນະເຊັ່ນກັນຈົນມາຮອດຕອນນີ້”ພ້ອມຍັງຂຽນອີກວ່າ “ເພາະສະນັ້ນຂໍໃຫ້ຂ້ອຍໄດ້ເວົ້າຢ່າງຊັດເລີຍວ່າຂ້ອຍພູມໃຈທີ່ເປັນເກ ແລະ ຂ້ອຍກໍຄິດວ່າການເປັນເກຄືຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດທີ່ໄດ້ຮັບຈາກພະເຈົ້າ”.

“ຫຼາຍປີທີ່ຜ່ານມາ ຂ້ອຍໄດ້ເປີດເຜີຍເລື່ອງລົດສະນິຍົມທາງເພດກັບຫຼາຍໆຄົນ ທັງໝູ່ຮ່ວມງານຫຼາຍຄົນທີ່ຮູ້ວ່າຂ້ອຍເປັນເກ ແລະ ເລື່ອງນີ້ກໍບໍ່ໄດ້ເຮັດໃຫ້ພວກເຂົາປະຕິບັດກັບຂ້ອຍແຕກຕ່າງອອກໄປເລີຍ ແນ່ນອນວ່າຂ້ອຍໂຊກດີທີ່ໄດ້ເຮັດວຽກກັບບໍລິສັດທີ່ຮັກຄວາມຄິດສ້າງສັນ ແລະ ນະວັດຕະກຳ ພ້ອມຮູ້ວ່າມັນຈະເຕີບໃຫຍ່ໄດ້ກໍຕໍ່ເມື່ອຍອມຮັບຄວາມແຕກຕ່າງຂອງຜູ້ອື່ນ ແຕ່ບໍ່ແມ່ນກັບຄົນທຸກທີ່ຈະໂຊກດີແບບນີ້”

Tim Cook ເອງກໍເປັນອີກໜືຶ່ງຄົນທີ່ສະໜັບສະໜູນເລື່ອງສິດທິຄວາມເທົ່າທຽມຂອງກຸ່ມ LGBTQ+ ຢູ່ຕະຫຼອດ ແລະ ຈະອອກມາຕໍ່ຕ້ານການເລືອກປະຕິບັດໃນຊົນກຸ່ມນ້ອຍ ດັ່ງທີ່ພວກເຮົາຈະໄດ້ເຫັນຈາກຫຼາຍໆຜະລິດຕະພັນຂອງ Apple ບໍ່ວ່າຈະເປັນໜ້າປັດ ຫຼື ສາຍຂອງໂມງ Apple Watch ຫຼື ຮູບພາບໜ້າປັດ ຫຼື Wallpaper ທີ່ເປັນທຸງຫຼາກສີຂອງ LGBTQ+ ໂດຍທີ່ Tim Cook ກໍບອກວ່າ “ພວກເຮົາບໍ່ສາມາດປ່ຽນອະດີດໄດ້ ແຕ່ສາມາດຮຽນຮູ້ຈາກມັນໄດ້ ແລະ ສ້າງອະນາຄົດທີ່ແຕກຕ່າງອອກໄປ”

ການເປີດເຜີຍລົດສະນີຍົມຂອງ Tim Cook ມີຫຼາຍຄົນອອກມາເວົ້າເຖິງປະເດັ່ນເລື່ອງນີ້ທັງແງ່ບວກ ແລະ ແງ່ລົບ ແຕ່ສຸດທ້າຍແລ້ວເປີດເຜີຍຕົວຕົນຂອງ Tim Cook ນັ້ນສ້າງຄວາມຮືຮ່າແກ່ວົງການທຸລະກິດຢູ່ບໍ່ໜ້ອຍ ແຕ່ສິ່ງນັ້ນກໍບໍ່ໄດ້ເຮັດໃຫ້ບໍລິສັດ Apple ຂາດທຶນແຕ່ຢ່າງໃດ ແຕ່ສິ່ງທີ່ Tim Cook ໄດ້ສົ່ງອອກໄປສະແດງໃຫ້ເຫັນວ່າ ການເປັນເກ ບໍ່ໄດ້ສົ່ງຜົນຍັງຕໍ່ການເຮັດວຽກ ຫຼື ການໃຊ້ຊີວິດ ບໍ່ວ່າໃຜເພດໃດກໍສາມາດປະສົບຄວາມສຳເລັດໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/