ສະຫະຣາຊະອານາຈັກ ບໍ່ເຫັນດີກັບການທີ່ຈະດູແລຄຸ້ມຄອງ Crypto “ໃນລັກສະນະດຽວກັບການພະນັນ”


ໃນເດືອນພຶດສະພາທີ່ຜ່ານມາ, ຄະນະກຳມະການກະຊວງການເງິນຂອງອັງກິດໄດ້ຮຽກຮ້ອງໃຫ້ມີການຄວບຄຸມ Crypto ໃນລັກສະນະດຽວກັນກັບການພະນັນ ພ້ອມກັບຕັ້ງຂໍ້ສັງເກດໃນເວລານັ້ນວ່າ ການເກັງກຳໄລໃນ Crypto ນັ້ນ “ຄ້າຍຄືການພະນັນຫຼາຍກວ່າການບໍລິການທາງການເງິນ”

ທັງນີ້ Andrew Griffith ລັດຖະມົນຕີກະຊວງການເງິນກໍໄດ້ອອກມາກ່າວໃນວັນພະຫັດທີ່ຜ່ານມາວ່າ ກະຊວງການເງິນ “ບໍ່ເຫັນດີເປັນຢ່າງຍິ່ງ” ກັບຄໍາແນະນໍາໃນການປະຕິບັດຕໍ່ສິນຊັບດິຈິຕອລໃນຖານະຮູບແບບໜຶ່ງຂອງການພະນັນ ເພາະມັນຈະຂັດຕໍ່ຄຳແນະນຳທີ່ມີການຕົກລົງຮ່ວມກັນລະຫວ່າງໜ່ວຍງານຈາກປະເທດຕ່າງໆ ລວມທັງຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນສາກົນ (IO​SCO) ແລະ ຄະນະກໍາມະການຄວາມໝັ້ນຄົງທາງດ້ານການເງິນ G20.

Griffith ກ່າວຕື່ມວ່າ ລະບົບການຄວບຄຸມການພະນັນສາມາດຜິດພາດໃນການລົດຜ່ອນຄວາມສ່ຽງທີ່ສໍາຄັນຫຼາຍຢ່າງເຊັ່ນ ການລວມສິນຊັບຂອງລູກຄ້າເຂົ້າກັບຊັບສິນຂອງບໍລິສັດ, ເຊັ່ນດຽວກັນກັບກໍລະນີທີ່ເຄີຍເກີດຂຶ້ນກັບ FTX ທີ່ລົ້ມລະລາຍ. ນອກຈາກນີ້, ລະບົບການດູແລຄຸ້ມຄອງການພະນັນຍັງບໍ່ສາມາດລະບຸການຄວບຄຸມຕະຫຼາດ, ຄວາມບໍ່ຮອບຄອບ ຫຼື ຂໍ້ບົກຜ່ອງໃນການບໍລິຫານຄວາມສ່ຽງທາງດ້ານການເງິນ.

ເພາະສະນັ້ນ ກອບຂອງກົດລະບຽບໃນການດູແລຄຸ້ມຄອງການເງິນ ຈຶ່ງເໝາະສົມສຳລັບການຄວບຄຸມຄວາມສ່ຽງຂອງສິນຊັບດິຈິຕອລ ແລະ ສ້າງສະພາບແວດລ້ອມທີ່ປອດໄພຕໍ່ນະວັດຕະກຳຫຼາຍກວ່າ.

ໃນປັດຈຸບັນ ລັດຖະບານໄດ້ມີການດຳເນີນການເພື່ອທີ່ຈະດູແລຄຸ້ມຄອງຕະຫຼາດ Crypto ແລະ ໄດ້ສະເໜີກົດໝາຍດ້ານການຄຸ້ມຄອງກັບສະພາ ເຊິ່ງອາດມີຜົນບັງຄັບພາຍໃນທ້າຍປີນີ້.

ທີ່ມາ:

cryptonews

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/