ລັດຖະບານ ແກ້ໄຂບັນຫາຄູອາສາ ຈະໄດ້ຮັບເງິນເດືອນ ຄືກັບຄູທີ່ເປັນລັດຖະກອນ


ການຂາດແຄນຄູ ແມ່ນເປັນບັນຫາໜຶ່ງທີ່ສຳຄັນ ເປັນບັນຫາທີ່ຮີບດ່ວນ ເຊິ່ງສົ່ງຜົນຕໍ່ຄຸນະພາບຂອງການສຶກສາໂດຍລວມ ດັ່ງນັ້ນ ລັດຖະບານຈຶ່ງໃຫ້ຄວາມສຳຄັນໃນເລື່ອງນີ້ທີ່ຈະຕ້ອງໄດ້ຮີບຮ້ອນຫາວິທີທາງນະໂຍບາຍເພື່ອແກ້ໄຂ. ພາຍຫຼັງກອງປະຊຸມເປີດກວ້າງຂອງລັດຖະບານ ຄັ້ງທີ 1 ປີ 2023 ເຊິ່ງໄດ້ຮັບຮູ້ບັນຫາ ແລະ ຮ່ວມກັນປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂ ຈົນໄດ້ບົດສະຫຼຸບ ໂດຍໄດ້ອອກມະຕິຕົກລົງ ເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ເລື່ອງນະໂຍບາຍ ແລະ ມາດຕະການກ່ຽວກັບການແກ້ໄຂບັນຫາການຂາດແຄນຄູສອນ.

ກ່ຽວກັບການແກ້ໄຂບັນຫາການຂາດແຄນຄູສອນ ແມ່ນມີນະໂຍບາຍ ແລະ ມາດຕະການເພື່ອດຳເນີນການແກ້ໄຂຄື: ໃຫ້ຕໍ່ອາຍຸການຂອງຄູທີ່ຄົບກຳນົດອອກພັກຜ່ອນບຳນານ ໂດຍໃຫ້ປະຕິບັດນະໂຍບາຍເງິນເດືອນ ແລະ ອຸດໜູນຄືເກົ່າ ຈົນກວ່າຄູຜູ້ນັ້ນຈະສະເໜີຂໍພັກຜ່ອນ; ໃຫ້ຜູ້ທີ່ເຄີຍເປັນຄູສອນ ທີ່ເຮັດວຽກໃນຂະແໜງການອື່ນ ເມື່ອພັກບຳນານແລ້ວ ສາມາດມາສືບຕໍ່ເປັນຄູສອນໄດ້ ໂດຍປະຕິບັດນະໂຍບາຍເງິນເດືອນ ແລະ ອຸດໜູນໃນຕຳແໜ່ງສຸດທ້າຍ ເວລາຜູ້ກ່ຽວຈະພັກບຳນານ.

ໃຫ້ປະຕິບັດເງິນເດືອນໃຫ້ແກ່ຄູອາສາສະໝັກຕາມຊັ້ນຂັ້ນເງິນເດືອນ ທີ່ລະດັບການສຶກສາຜູ້ກ່ຽວໄດ້ຮຽນມາ ແລະ ນະໂຍບາຍເງິນໂມງສອນຄືກັນກັບຄູທີ່ເປັນລັດຖະກອນ; ໃຫ້ຫັນເປັນພະລາກອນຄູໃນບ່ອນທີ່ມີເງື່ອນໄຂ; ໃຫ້ນໍາໃຊ້ຂະແໜງການອື່ນ ເຊັ່ນ: ທະຫານຊາຍແດນ ເປັນຄູສິດສອນໃນບ່ອນທີ່ມີເງື່ອນໄຂໂດຍໃຫ້ຄິດໄລ່ເງິນນະໂຍບາຍໂມງສອນໃຫ້ຜູ້ກ່ຽວຕື່ມ ຕາມອັດຕາທີ່ລັດກໍານົດ.

ພ້ອມກັນນັ້ນກໍມີມາດຕະການໃຫ້ລັດຖະບານສະໜອງຕົວເລກ (ໂຄຕ້) ຄູສອນ ຕາມຄວາມຕ້ອງການຄູ ທີ່ໄດ້ຮັບການວິເຄາະ ແລະ ຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ ໃຫ້ພຽງພໍໃນແຕ່ລະຊັ້ນ, ແຕ່ລະສາຍ ແລະ ລາຍວິຊາ; ພິເສດໃຫ້ເລັ່ງໃສ່ແກ້ໄຂຄູອາສາສະໝັກ ທີ່ສອນມາໄດ້ຫຼາຍປີເປັນບູລິມະສິດ, ການບັນຈຸລັດຖະກອນໃໝ່ແມ່ນເນັ້ນໃສ່ ໂຮງຮຽນທີ່ບໍ່ມີລັດຖະກອນຄູ, ຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ; ສຳລັບທ້ອງຖິ່ນໃດທີີ່ມີການຂາດຄູສອນຫຼາຍ ແມ່ນບໍ່ອະນຸຍາດໃຫ້ມີການຍົກຍ້າຍຄູສອນມາຂົງເຂດປົກຄອງ.

ຂໍ້ມູນຈາກ:

ຂ່າວເສດຖະກິດ-ການຄ້າ

Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/