OpenAI ປະກາດເປີດຕົວຄຸນສົມບັດໃໝ່ “custom instruction” ທີ່ຈະເຮັດໃຫ້ສາມາດປັບແຕ່ງ AI Chatbot ໄດ້ຕາມຄວາມຕ້ອງການ


ເມື່ອວັນພະຫັດທີ່ຜ່ານມາ, OpenAI ໄດ້ປະກາດເປີດຕົວຄຸນສົມບັດ “custom instruction” ທີ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດປັບແຕ່ງ ChatGPT ໄດ້ຕາມຄວາມຕ້ອງການ ແລະ ຄວາມມັກສ່ວນຕົວຂອງເຂົາເຈົ້າໄດ້. Sam Altman CEO ຂອງ OpenAI ກ່າວວ່າ ໃນປັດຈຸບັນ ຄຸນສົມບັດດັ່ງກ່າວເປີດໃຫ້ໃຊ້ໄດ້ສະເພາະສະມາຊິກ ChatGPT Plus ເທົ່ານັ້ນ ແລະ ມີແຜນວ່າຈະເປີດໃຫ້ຜູ້ໃຊ້ທົ່ວໄປສາມາດໃຊ້ບໍລິການໄດ້ໃນໄວໆນີ້.

ຫຼັງຈາກຜູ້ໃຊ້ປ້ອນຂໍ້ມູນໃນ OpenAI ແລ້ວ, ຜູ້ໃຊ້ສາມາດກໍານົດການຕັ້ງຄ່າພາຣາມິເຕີສໍາລັບຄໍາຕອບທີ່ໄດ້ຮັບຈາກ ChatGPT ເຊັ່ນ: ການຕອບກັບແບບເປັນທາງການ, ວິທີທີ່ ChatGPT ກ່າວເຖິງຜູ້ໃຊ້ ແລະ ຄໍາຄິດຄໍາເຫັນ ChatGPT ໃນການຕອບກັບ ແລະ ອື່ນໆ.

OpenAI ໄດ້ລະບຸວ່າ “ChatGPT ຈະພິຈາລະນາຄໍາແນະນໍາທີ່ເຮົາກໍານົດເອງສໍາລັບການສົນທະນາໃນອະນາຄົດທັງໝົດ ໂດຍຈະພິຈາລະນາຄຳແນະນຳທຸກໆຄັ້ງທີ່ ຕອບສະໜອງ. ສະນັ້ນ ເຮົາຈຶ່ງບໍ່ຈຳເປັນຕ້ອງຕັ້ງຄ່າຂໍ້ມູນໃນທຸກໆການສົນທະນາ”

ເຖິງແມ່ນວ່າການຕັ້ງຄ່າ ChatGPT ໃຫ້ກາຍເປັນ Chatbot ສ່ວນບຸກຄົນນັ້ນເປັນເລື່ອງທີ່ໜ້າສົນໃຈ, ແຕ່ບໍລິສັດ ແລະ ໜ່ວຍງານບັງຄັບໃຊ້ກົດໝາຍໃນສະຫະລັດ ໄດ້​ວາງ​ຂໍ້​ຈໍາ​ກັດ​ໃນ​ການ​ນໍາ​ໃຊ້​ຂອງ ChatGPT ເນື່ອງ​ຈາກ​ຄວາມ​ຢ້ານ​ກົວ​ວ່າ​ຂໍ້​ມູນ​ລະ​ທີ່ອຽດ​ອ່ອນ​ ຫຼື​ ເປັນຄວາມ​ລັບ​ຈະ​ຮົ່ວ​ໄຫຼ​ເຂົ້າ​ໄປ​ໃນ​ໂມເດວ​ພາ​ສາຂອງ AI​.

ທີ່ມາ:

decrypt

openai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/