ແມ່ຍິງຊາວອັບການິສຖານອອກມາປະທ້ວງ ຫຼັງຈາກຕາລີບັນສັ່ງປິດຮ້ານເສີມສວຍ


ກຸ່ມແມ່ຍິງຊາວອັບການິສຖານ ລວມກັນປະທ້ວງ ໄດ້ອອກມາຕໍ່ຕ້ານການຕັດສິນໃຈຂອງລັດຖະບານຕາລີບັນ ທີ່ໄດ້ສັ່ງປິດຮ້າຍເສີມສວຍຂອງແມ່ຍິງທັງໝົດ ແນ່ນອນວ່ານີ້ເປັນການລົດສິດທິຂອງແມ່ຍິງໃນອັບການິສຖານ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ມີກຸ່ມແມ່ຍິງໃນອັບການິສຖານປະມານ 50​ ຄົນ ໄດ້ລວມຕົວກັນອອກມາປະທ້ວງໃນນະຄອນຄາບູນ ເພື່ອສະແດງຈຸດຢືນຕໍ່ຕ້ານການຕັດສິນໃຈປິດຮ້ານເສີມສວຍຂອງລັດຖະບານຕາລີບັນ ເຊິ່ງສະຖານະການເປັນໄປດ້ວຍຄວາມເຄັ່່ງຕຶງ ໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ຍິງປືນຂຶ້ນຟ້າ ແລະ ສີດນ້ຳເພື່ອສະຫຼາຍການຊຸມນຸມ.

ລັດຖະບານຕາລີບັນ ໄດ້ຂີດເສັ້ນຕາຍໃຫ້ທຸລະກິດຮ້ານເສີມສວຍຫຼາຍພັນແຫ່ງທົ່ວປະເທດໃຫ້ປິດບໍລິການພາຍໃນ 1 ເດືອນ ເລີ່ມນັບຕັ້ງແຕ່ວັນທີ 2 ກໍລະກົດ 2023 ໂດຍຍັງໄດ້ຫ້າມການສວມໃສ່ວິກ ແລະ ການຕໍ່ຂົນຕາເຊິ່ງຜິດຕໍ່ຄ່ານິຍົມຂອງສາສະໜາອິດສະລາມ ພ້ອມກັບບອກວ່າ ພໍ່ແມ່ຕ້ອງເສຍເງິນແບບບໍ່ມີປະໂຫຍດໃຫ້ແກ່ຮ້ານເສີມສວຍ.

ການຊຸມນຸມການປະທ້ວງໃນເທື່ອນີ້ ມີການຮ້ອງສະໂລແກນທີ່ວ່າ “ວຽກງານ, ອາຫານ ແລະ ຄວາມຍຸຕິທຳ” ໂດຍສິດທິແມ່ຍິງໃນອັບການິສຖານຖືກຈຳກັດຂຶ້ນເລື້ອຍໆ ນັບຕັ້ງແຕ່ຕາລີບັນກັບມາຄອງອຳນາດອີກຄັ້ງໃນເດືອນ ສິງຫາ 2021. ໃນປັດຈຸບັນແມ່ຍິງໃນອັບການິສຖານຖືກຈຳກັດການແຕ່ງກາຍ, ການເດິນທາງ, ຫ້າມຮຽນໜັງສື, ຫ້າມເຂົ້າໂຮງອອກກຳລັງກາຍ, ຫ້າມໄປສວນສາທາລະນະ ແລະ ຫຼ້າສຸດຖືກຫ້າມເຮັດວຽກໃນໜ່ວຍງານສະຫະປະຊາຊາດ.

ຕາມການຄາດການຂອງຫໍການຄ້າແຫ່ງອັບການິສຖານ ໄດ້ອອກມາຄາດການວ່າການປິດຮ້ານເສີມສວຍທຸກແຫ່ງໃນປະເທດ ອາດຈະເຮັດໃຫ້ມີປະຊາຊົນຕົກງານຫຼາຍກວ່າ 60.000 ຕຳແໜ່ງ ເຊິ່ງອາດຈະເປັນການຕົກງານຄັ້ງໃຫຍ່ໃນປະຫວັດສາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/