ພະລັງ Barbie! ຍອດຊື້ປີ້ລ່ວງໜ້າສູງສຸດ ນັບຕັ້ງແຕ່ Avatar: The Way of Water


ບໍ່ແມ່ນແຕ່ກະແສເທິງໂລກອອນລາຍພຽງເທົ່ານັ້ນ ພະລັງ Barbie ໃນໂລກຄວາມເປັນຈິງນັ້ນກໍບໍ່ທຳມະດາເຊັ່ນກັນ ເພາະວ່າຂໍ້ມູນຍອດຈຳໜ່າຍປີ້ລ່ວງໜ້າຂອງຮູບເງົາເລື່ອງນີ້ມີຍອດຈອງລ່ວງໜ້າຫຼາຍຈົນເປັນທີ່ໜ້າຈັບຕາເບິ່ງວ່າຮູບເງົາເລື່ອງນີ້ອາດຈະກວາດລາຍໄດ້ໄປຢ່າງມະຫາສານ.

Deadline ໄດ້ລາຍງານວ່າຮູບເງົາເລື່ອງ Barbie ມີຍອດຈຳໜ່າຍປີ້ຮູບເງົາລ່ວງໜ້າສູງສຸດໃນສະຫະລັດອາເມຣິກາ ໃນປີ 2023 ພ້ອມກັບລົ້ມແຊ້ມເກົ່າຢ່າງ ‘The Super Mario Bros.’ ແລະ ‘Spider-Man: Across the Spider-Verse’ ນອກຈາກນີ້ຍັງເປັນສະຖິຕິຍອດຈຳໜ່າຍທີ່ດີທີ່ສຸດນັບຕັ້ງແຕ່ Avatar: The Way of Water ທີ່ເຮັດໄວ້ເມື່ອປີ 2022.

ຮູບເງົາເລື່ອງ Barbie ເປັນໜຶ່ງໃນຮູບເງົາທີ່ໄດ້ຮັບການຄາດຫວັງທີ່ສູງໃນປີ 2023 ໂດຍເປັນຜົນງານການກຳກັບຂອງ Greta Gerwig ເຊິ່ງຮ່ວມຂຽນບົດກັບ Noah Baumbach ວ່າດ້ວຍເລືື່ອງຂອງຕຸກກະຕາ Barbie ທີ່ີຮັບບົດໂດຍນັກສະແດງສີມືດີ Margot Robbie ທີ່ອອກເດີນທາງພ້ອມກັບ Ken ທີ່ຮັບບົດໂດຍ Ryan Gosling ໄດ້ພາກັນອອກຈາກ Barbie Land ເພື່ອອອກໄປຄົ້ນຫາຕົນເອງໃນໂລກຄວາມເປັນຈິງ.

ການຄາດຫວັງກັບຮູບເງົາເລື່ອງນີ້ບໍ່ແມ່ນພຽງແຟນໆ ແຕ່ທາງຄ້າຍຢ່າງ Warner Bro. ກໍຄາດຫວັງເຊັ່ນດຽວກັນ. ແນ່ນອນວ່າການຄາດຫວັງໃນເທື່ອນີ້ເປັນໄປໃນທິດທາງທີ່ດີ ໂດຍໄດ້ຮັບຄະແນນວິຈານຈາກ Rotten Tomatoes ໃນລະດັບສູງເຖິງ 90% ໂດຍມີການຄາດການຈາກຍອດຈຳໜ່າຍປີ້ລ່ວງໜ້າ ຈະສາມາດກວາດລາຍໄດ້ມື້ເປີດຕົວຮອດ 110 ລ້ານໂດລາ.

ຫາກລາຍໄດ້ເປີດຕົວເປັນແທ້ຕາມການຄາດການນັ້ນ ຮູບເງົາເລື່ອງ Barbie ຈະຕິດ 5 ອັນດັບທຳອິດຂອງຮູບເງົາທີ່ເຮັດລາຍໄດ້ເປີດຕົວສູງສຸດໃນປີ 2023 ແຊງໜ້າຮູບເງົານາງເງືອກນ້ອຍ The Little Mermaid ແລະ Ant-Man and the Wasp: Quantumania ແນ່ນອນວ່າລາຍໄດ້ແບບນີ້ຈະໃຫ້ຄຽງກັບ Avatar: The Way of Water ທີ່ເຮັດລາຍໄດ້ເປີດຕົວເມື່ອປາຍປີ 2023 ໄວ້ທີ່ 134,1 ລ້ານໂດລາ.

ຢ່າງໃດກໍຕາມ ກໍຕ້ອງຕິດຕາມກັນຕໍ່ໄປວ່າຮູບເງົາ Barbie ຈະສາມາດກວາດລາຍໄດ້ທັງໃນອາເມຣິກາ ແລະ ຕ່າງປະເທດໄປເທົ່າໃດ ເນື່ອງຈາກເຂົ້າສາຍມື້ດຽວກັບຮູບເງົາຂອງສົມເດັດພໍ່ Nolan ກັບຮູບເງົາເລື່ອງ Oppenheimer ທີ່ກໍໄດ້ກະແສນິຍົມຈາກ Rotten Tomatoes ເຖິງ 93% ອາດຈະເວົ້າໄດ້ນີ້ຄືສົງຄາມຍາດບັນລັງ BOX Office ທີ່ແທ້ຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/