ສະມາຊິກວຸດທິສະພາຍີ່ປຸ່ນ ຖືກໄລ່ອອກຈາກສະພາ ເພາະບໍ່ເຄີຍມາປະຊຸມເລີຍ

ວຸດທິສະພາຍີ່ປຸ່ນ

ໂຍຊິຄາຊຸ ຮິງາຊິທານິ ສະມາຊິກວຸດທິສະພາ ທີ່ເປັນນັກ YouTuber ຖືກຖອດຖອນອອກຈາກການເປັນສະມາຊິກວຸດທິສະພາຂອງຍີ່ປຸ່ນ ເນື່ອງຈາກບໍ່ເຄີຍເຂົ້້າຮ່ວມປະຊຸມເລີຍຈັກຄັ້ງ ນັບຕັ້ງແຕ່ໄດ້ຮັບການເລືອກຕັ້ງເມື່ອ 7 ເດືອນກ່ອນ ແລະ ກາຍຄົນທຳອິດທີ່ຖືກຖອດຖອນຕຳແໜ່ງດ້ວຍເຫດຜົນບໍ່ເຂົ້າປະຊຸມ.

ວຸດທິສະພາຍີ່ປຸ່ນ

ໂຍຊິຄາຊຸ ຮິງາຊິທານິ ເປັນທີ່ຮູ້ຈາກການເຮັດ YouTube ເຊິ່ງມີຊື່ສຽງຈາກການເຮັດຂ່າວຊຸບຊິບຂອງຄົນດັງໃນສັງຄົມ ກ່ອນຈະຕັດສິນໃຈລົງສະໝັກທ້າຊິງເອົາຕຳແໜ່ງສະມາຊິກວຸດທິສະພາ ພາຍໃຕ້ສັງກັດພັກຝ່າຍຄ້ານ “ເຊຈິກະ ໂຈຊິ 48” ແລະ ມີຫຼາຍຄົນເຊື່ອກັນວ່າປັດຈຸບັນ ໂຍຊິງາຊຸ ອາໄສຢູ່ປະເທດສະຫະລັດອາຣັບເອມິເຣດ ແລະ ສາເຫດທີ່ບໍ່ຍອມກັບມາປະຊຸມເພາະຢ້ານຖືກຈັບໃນຂໍ້ຫາສໍ້ໂກງ ແລະ ໝິ່ນປະໝາດ ທີ່ດາລາຫຼາຍຄົນໄດ້ຍື່ນຟ້ອງຮ້ອງໄວ້.

ວຸດທິສະພາຍີ່ປຸ່ນ

ໃນວັນທີ 14 ມີນາ 2023 ຕາມລາຍງານຂອງ BBC ລາຍງານວ່າ ຄະນະກຳມະການວິນິດໄສຂອງລັດຖະສະພາຂອງຍີ່ປຸ່ນໄດ້ຖອດຖອນ ໂຍຊິຄາຊຸ ອອກຈາກການເປັນວຸດທິສະພາ ໂດຍມີມະຕິເປັນເອກະພາບ ເນື່ອງຈາກມີການໃຫ້ໂອກາດທາງ ໂຍຊິຄາຊຸ ຮິກາຊິທານິ ໃຫ້ກັບມາປະເທດ ເພື່ອກ່າວຄຳຂໍໂທດຕໍ່ໜ້າທີ່ປະຊຸມ ເຊິ່ງນີ້ກໍເປັນໂອກາດສຸດທ້າຍທີ່ທາງສະພາຈະມອບໃຫ້ໄດ້ ແຕ່ກັບກາຍເປັນວ່າ ໂຍຊິຄາຊຸ ຮິກາຊິທານິ ບໍ່ມາປາກົດກາຍໃນທີ່ປະຊຸມ ພ້ອມກັບຍັງອັດວິດີໂອ ປະຕິເສດທີ່ຈະກັບບ້ານເກີດ ແລະ ຍັງປະກາດອີກວ່າຈະເດີນທາງໄປຕຸຣເຄຍ (ຕຸຣກີ) ແລະ ຈະບໍລິິຈາກເງິນເດືອນທັງໝົດໃຫ້ຜູ້ປະສົບໄພແຜ່ນດິນໄຫວໃນຕຸຣເຄຍ. ການກະທຳດັ່ງກ່າວເຮັດໃຫ້ຄະນະກຳມະການສືບສວນວິໄນລົງມະຕິຖອດຖອນອອກຈາກຕຳແໜ່ງ ແລະ ວຸດທິສະພານັ້ນເອງ.

ຢ່າງໃດກໍຕາມ ການຖອດຖອນຕຳແໜ່ງເປັນໂທດທີ່ຮຸນແຮງທີ່ສູດໃນວົງການການເມືອງ ໂດຍມັນເຄີຍເກີດຂຶ້ນພຽງແຕ່ 2 ຄັ້ງເທົ່ານັ້ນໃນການເມືອງຢີ່ປຸ່ນ ນັບແຕ່ປີ 1950 ແລະ ການຖອດຖອນສະມາຊິກສະພາໃນຄັ້ງນີ້ຈະຖືກບັນທຶກລົງໃນປະຫວັດສາດການເມືອງຍີ່ປຸ່ນ ດ້ວຍສາເຫດທີ່ຖືກການຖອດຖອນ ເພາະການບໍ່ມາປະຊຸມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/