ບໍ່ຕ້ອງງໍ້ແຟນ! ເດັກນ້ອຍປະຖົມ ສ້າງເຄື່ອງປອກກຸ້ງອັດຕະໂນມັດ ຈາກເຄື່ອງພິມ 3 ມິຕິ ແລະ ສາມາດໃຊ້ໄດ້ແທ້

ບໍ່ຕ້ອງງໍ້ແຟນ

ເມນູທີ່ເຮັດຈາກກຸ້ງ ບໍ່ວ່າຈະເປັນເມນູໃດກໍຕາມ ຄົງຈະເປັນເມນູໃນໃຈຫຼາຍໆຄົນ ແຕ່ກໍເຊື່ອວ່າຫຼາຍຄົນທີ່ມັກກິນກຸ້ງ ມັກຈະພົບພໍ້ກັບບັນຫາທີ່ວ່າບໍ່ຢາກແກະກຸ້ງເອງ ເພາະມັນແກະຍາກ ແຖມຍັງເປື້ອນມື ແລະ ຍິ່ງກຸ້ງໂຕນ້ອຍໆ ຍິ່ງແກະຍາກຂຶ້ນໄປຕື່ມອີກ. ແຕ່ບັນຫາເຫຼົ່ານີ້ຈະລົດລົງ ເມື່ອເດັກນ້ອຍປະຖົມຈາກໄຕ້ຫວັນ ໄດ້ສ້າງເຄື່ອງປອກກຸ້ງອັດຕະໂນມັດ ຈາກເຄື່ອງພິມ 3 ມິຕິ ແລະ ສາມາດໃຊ້ໄດ້ແທ້.

ບໍ່ຕ້ອງງໍ້ແຟນ

ໂດຍຜົນງານດັ່ງກ່າວ ເປັນຂອງຜົນງານຂອງກຸ່ມນັກຮຽນປະຖົມ 3 ຄົນ ແລະ ອາຈານທີ່ປຶກສາ ຈາກໂຮງຮຽນ Hsinchu ໂດຍເດັກນ້ອຍເຫຼົ່ານີ້ເປັນຄົນອອກແບບ ແລະ ສ້າງເຄື່ອງນີ້ຂຶ້ນມາຈາກເຄື່ອງພິມ 3 ມິຕິ ແລະ ຕິດຕັ້ງວົງຈອນໄຟຟ້າເຂົ້າໄປເຊິ່ງທາງໃນຕົວເຄື່ອງຈະມີຟັນເຟືອງ ແລະ ກົນໄກ ທີ່ຈະເຮັດໜ້າທີ່ປອກເປືອກກຸ້ງໃຫ້ຫຼຸດອອກ.

ບໍ່ຕ້ອງງໍ້ແຟນ

ເຊິ່ງວິທີການໃຊ້ງານເຄື່ອງປອກກຸ້ງອັດຕະໂນມັດ ຂອງເດັກນ້ອຍກຸ່ມນີ້ກໍຄື ເຮົາຕ້ອງຕັດຫົວກຸ້ງອອກກ່ອນ ຈາກນັ້ນນຳຕົວກຸ້ງ ເຂົ້າໄປໃນເຄື່ຶອງ ຈາກນັ້ນກຸ້ງກໍຈະໄຫຼຜ່ານຂະບວນການປອກ ແບບອັດຕະໂນມັດ ແລະ ອອກມາຈາກຊ່ອງທີ່ຢູ່ອີກດ້ານໜຶ່ງ ໃນສະພາບ ເປືອກຂອງກຸ້ງນັ້ນຫຼຸດລອກອອກ ແລະ ເຮົາສາມາດເອົາມືດຶງອອກໄດ້ຢ່າງງ່າຍດາຍ.

ໂດຍລາຍງານລະບຸວ່າ ກ່ອນທີ່ຈະໄດ້ອຸປະກອນນີ້ ຂຶ້ນມາ ພວກນ້ອງໆ ຕ້ອງປະສົບກັບຄວາມລົ້ມເຫຼວ ຊໍ້າໄປຊໍ້າມາຈົນຮອດ 7 ເທື່ອ ກ່ອນທີ່ຈະໄດ້ເຄື່ອງແກະກຸ້ງອັດຕະໂນມັດຕົວນີ້ອອກມາ.

ບໍ່ຕ້ອງງໍ້ແຟນ

ນ້ອງໆນັກປະດິດກຸ່ມນີ້ເຜີຍວ່າ ຄວາມຄິດນີ້ໄດ້ມາຈາກການທີ່ຕົນເອງມັກກິນກຸ້ງ ແຕ່ຂີ້ຄ້ານແກະເປືອກ ຈຶ່ງປຶກສາກັບໝູ່ໆ ແລະ ອາຈານ ເພື່ອປະດິດມັນຂຶ້ນມາ ນ້ອງໆຍັງກ່າວເສີມອີກວ່າ: “ຫວັງວ່າເຄື່ອງນີ້ມັນຈະຊ່ວຍໃຫ້ຫຼາຍໆຄົນໄດ້ປະຢັດເວລາ ແລະ ປະຢັດພະລັງງານໃນການກິນກຸ້ງ”.

ແຕ່ຢ່າງໃດກໍຕາມ ສິ່ງປະດິດນີ້ ເປັນພຽງການເຮັດວຽກກຸ່ມ ຂອງກຸ່ມນັກຮຽນ ແລະ ອາຈານໃນໂຮງຮຽນເທົ່ານັ້ນ ຈຶ່ງຍັງບໍ່ທັນໄດ້ມີຂໍ້ມູນຊັດເຈນ ຫຼື ມີການວາງແຜນຈຳໜ່າຍ ອຸປະກອນດັ່ງກ່າວແຕ່ຢ່າງໃດ.


ເອີ້ນໄດ້ວ່າເປັນອຸປະກອນທີ່ຈະຊ່ວຍໃຫ້ຫຼາຍໆຄົນ ສາມາດກິນກຸ້ງໄດ້ຢ່າງມີຄວາມສຸກຫຼາຍຂຶ້ນ ແລະ ສຳລັບໃຜທີ່ຂີ້ຄ້ານປອກເປືອກກຸ້ງ ແລະ ບໍ່ມີຄົນປອກໃຫ້ ກໍສາມາດພົກພາເຄື່ອງນີ້ໄປຮ້ານຊີ້ນຈຸ່ມຊີ້ນດາດເຄື່ອງດຽວ ກໍບໍ່ຕ້ອງງໍ້ແຟນ ຫຼື ຖ້າໃຜມາປອກໃຫ້ເລີຍ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/