ລັດຖະບານກຽມຈຳໜ່າຍພັນທະບັດດຸ່ນດ່ຽງງົບປະມານ ຕື່ມອີກເປັນຊຸດທີ 4 ເພື່ອດັດສົມງົບປະມານ ແລະ ລົງທຶນຕາມໂຄງການຕ່າງໆຂອງລັດ

ລັດຖະບານ

ລັດຖະບານລາວ, ກະຊວງການເງິນ ໄດ້ຈັດຖະແຫຼງຂ່າວການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ເປັນພັນທະບັດດຸ່ນດ່ຽງງົບປະມານ ຜ່ານຕະຫຼາດຫຼັກຊັບລາວ LSX ເປັນຊຸດທີ 4 ລວມມີ ສະກຸນເງິນກີບ 2.500 ລ້ານກີບ ແລະ ສະກຸນເງິນໂດລາສະຫະລັດ 50 ລ້ານໂດລາສະຫະລັດ.

ການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ຜ່ານຕະຫຼາດຫຼັກຊັບລາວຄັ້ງນີ້ ເປັນຊຸດທີ 4 ທີ່ກະຊວງການເງິນໄດ້ອອກພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ, ໂດຍການຈຳໜ່າຍພັດທະບັດຊຸດໃໝ່ຄັ້ງນີ້ ໄດ້ເລີ່ມຈໍາໜ່າຍມາແຕ່ເດືອນກຸມພາ 2023 ເປັນຕົ້ນມາ ແລະ ຈະດໍາເນີນໄປຈົນກວ່າຈະສໍາເລັດ ເຊິ່ງມີສະກຸນເງິນກີບ 2.500 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ 50 ລ້ານໂດລາ.

ສະເພາະການອອກຈໍາໜ່າຍຄັ້ງນີ້ກະຊວງການເງິນໄດ້ເພີ່ມພັນທະບັດ ແລະ ມີການປັບອັດຕາດອກເບ້ຍເພີ່ມຂຶ້ນສໍາລັບພັນທະບັດສະກຸນເງິນກີບ ໂດຍອີງໃສ່ສະພາບເສດຖະກິດໃນປັດຈຸບັນ, ເພື່ອໃຫ້ຜູ້ລົງທຶນກັນມາລົງທຶນໃນພັນທະບັດລັດຖະບານເພີ່ມຂຶ້ນ, ໂດຍອັດຕາດອກເບ້ຍໃໝ່ສົກ 2023  ພັນທະບັດທີ່ມີອາຍຸ 1 ປີອັດຕາດອກເບ້ຍ 5,80%, ອາຍຸ 2 ປີ 6,90%, ອາຍຸ 3 ປີ 7,60%, ອາຍຸ 5 ປີ 7,75%, ອາຍຸ 7 ປີ 7,90% ແລະ ອາຍຸ 10 ປີ 8,15%.

ລັດຖະບານ

ສ່ວນພັນທະບັດລັດຖະບານສະກຸນເງິນໂດລາອາຍຸ 1 ປີມີອັດຕາດອກເບ້ຍ 5%, ອາຍຸ 2 ປີ 5,50%, ອາຍຸ 3 ປີ 6%, ອາຍຸ 5 ປີ 7%, ອາຍຸ 7,50% ແລະ ອາຍຸ 10 ປີ 8%. ທັງໝົດນີ້, ກະຊວງການເງິນຕາງໜ້າໃຫ້ລັດຖະບານລາວມີແຜນຈະນໍາເງິນໄປໃຊ້ເຂົ້າໃນການບໍລິຫານທົ່ວໄປຂອງລັດຖະບານ ດັດສົມງົບປະມານ ແລະ ລົງທຶນຕາມໂຄງການຕ່າງໆຂອງລັດຖະບານ.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໄດ້ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາກະຊວງການເງິນ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດໂດຍຄົບຕາມຈຳນວນ ແລະ ຖືກຕ້ອງຕາມເວລາທີ່ກຳນົດໄວ້ ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ”.

ລັດຖະບານ

ໂດຍໃນໄລຍະຜ່ານມາກະຊວງການເງິນ ໄດ້ຮ່ວມມືກັບສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບຕະຫຼາດ ຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ, ຈໍາໜ່າຍພັນທະບັດລັດຖະບານທີ່ອອກຈໍາໜ່າຍໂດຍກະຊວງການເງິນ ຜ່ານຕະຫຼາດຫຼັກຊັບລາວນັບແຕ່ປີ 2018 ຫາ ປີ 2022 ແມ່ນໄດ້ອອກມາແລ້ວ 3 ຊຸດ, ເຊິ່ງເປັນສະກຸນເງິນກີບແມ່ນ 5.900 ລ້ານກີບ ແລະ ສະກຸນເງິນໂດລາສະຫະລັດແມ່ນ 100 ລ້ານໂດລາ, ເຫັນວ່າທຸກໆພາກສ່ວນໄດ້ມີການຮ່ວມມືເອົາໃຈໃສ່ໃນການຈໍາໜ່າຍຈົນປະສົບຜົນສຳເລັດ.

ຂອບໃຈຂໍ້ມູນຈາກ: https://bit.ly/3JolUZt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/