ມາແຮງແບບຢຸດບໍ່ຢູ່! The Glory 2 ຂຶ້ນຄອງອັນດັບ 1 ທົ່ວໂລກ ພ້ອມສະຖິຕິຍອດຮັບຊົມສູງກວ່າ 124 ລ້ານຊົ່ວໂມງ ໃນເວລາ 3 ມື້!

The Glory 2

ມາແຮງສຸດໆກັບຊີຣີ້ແກ້ແຄ້ນສຸດຮ້ອນແຮງແຫ່ງປີກັບເລື່ອງ The Glory ທີ່ຫຼ້າສຸດປ່ອຍຊີຊັນ 2 ອອກມາແລ້ວ ເຊິ່ງບໍ່ພຽງເປັນກະແສທາງໂລກອອນລາຍພຽງເທົ່ານັ້ນ ແຕ່ຍັງສາມາດພິສູດຄວາມນິຍົມຈາກທົ່ວໂລກໄດ້ຢ່າງດີນັ້ນກໍຄືສະຖິຕິທີ່ຊີຣີ້ສ້າງຂຶ້ນມາຫຼັງຈາກເປີດຕົວໄດ້ບໍ່ຮອດອາທິດ.

The Glory 2

The Glory 2 ສາມາດສ້າງຕຳນານລະດັບໂລກໄດ້ອີກຄັ້ງດ້ວຍການຂຶ້ນສູ່ອັນດັບ 1 ຈາກ Top 10 ໝວດລາຍການໂທລະພາບພາສາຕ່າງປະເທດທົ່ວໂລກຂອງ Netflix ຫຼັງຈາກທີ່ມີການປ່ອຍ The Glory 2 ພຽງເວລາ 3 ມື້ເທົ່ານັ້ນ ຍອດການຮັບຊົມສູງຮອດ 124,46 ລ້ານຊົ່ວໂມງພາຍໃນອາທິດທຳອິດທີ່ເປິດຕົວ (ສະຖິຕິໃນລະຫວ່າງວັນທີ 6-12 ມີນາ 2023) ແລະ ຍັງສາມາດຕິດ Top10 ໃນ 79 ປະເທດທົ່ວໂລກອີກດ້ວຍ.

ໂດຍ The Glory 2 ຈະເລົ່າເລື່ອງລາວຂອງ ມຸນດົງອຶນ ທີ່ເຄີຍຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງໃນໄວຮຽນ ແລະ ມັກຖືກທຳຮ້າຍຮ່າງກາຍ ເມື່ອເຕີບໃຫຍ່ຂຶ້ນມາກໍຈະມາກັບແກ້ນແຄ້ນຄົນທີ່ເຄີຍທຳຮ້າຍນາງໃນອະດີດ.

ດ້ວຍ Plot ເລື່ອງທີ່ໜ້າສົນໃຈບວກກັບການສະແດງອັນໂດດເດັ່ນແບບບໍ່ມີໃຜຍອມໃຜຂອງນັກສະແດງທຸກຄົນ ຍັງມີປົມທີ່ເຮັດໃຫ້ຫຼາຍຄົນຄ້າງຄາມາແຕ່ພາກ The Glory 1 ການມາຂອງ The Glory 2 ຈຶ່ງກາຍເປັນການກະຕຸ້ນຜູ້ຊົມໄດ້ດີ ເຮັດໃຫ້ຊີຣີ້ຂຶ້ນຄອງສະຖິຕິນີ້ໄດ້ໃນທີ່ສຸດ.

The Glory 2

The Glory ທັງ 2 ພາກກໍປິດສາກການແກ້ແຄ້ນລົງເປັນທີ່ຮຽບນ້ອຍ ດ້ວຍບົດສະຫຼຸບທີ່ສົມບູນແບບ ສົມເຫດສົມຜົນ ແລະ ຖ່າຍທອດອອກມາຢ່າງສົມຈິງ ຖືກໃຈຜູ້ຊົມຫຼາຍຄົນໆ ແລະ ຜົນຕອບຮັບເອງກໍດີເກີນຄາດໄວ້ຈົນສາມາດເຂົ້າໄປຢູ່ໃນ Top 10 ທົ່ວໂລກ ແລະ ເປັນອັນດັບ 1 ໃນໝວດ ລາຍການໂທລະພາບພາສາຕ່າງປະເທດທົ່ວໂລກຂອງ Netflix ຫາກໃຜຢາກຈະຮັບຊົມເລື່ອງລາວການແກ້ແຄ້ນ ທີ່ໃນລະຫວ່າງທາງບໍ່ໄດ້ມີພຽງແຕ່ການແກ້ແຄ້ນ ສາມາດຮັບຊົມໄດ້ທາງ Netflix ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/