ສສຊ ແຂວງຫົວພັນ ສະເໜີໃຫ້ ເພີ່ມເງິນເດືອນຂັ້ນຕ່ຳ ຫຼາຍກວ່າ 1.300.000 ເພື່ອໃຫ້ສອດຄ່ອງກັບເສດຖະກິດປັດຈຸບັນ


ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງໂດຍລວມແລ້ວແມ່ນ ເຫັນດີເປັນເອກະພາບທາງດ້ານເນື້ອໃນ, ແຕ່ຍັງມີບາງບັນຫາທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ແຮງງານ, ຄຸນະພາບຂອງປະກັນສັງຄົມ, ການສຶກສາ, ແລະ ອື່ນໆ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 8 ແຂວງຫົວພັນ ໄດ້ກ່າວວ່າ: ໄລຍະຜ່ານມາ ທະນາຄານກາງ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາເງິນເຟີ້ ໃນນັ້ນ ໄດ້ອອກກົດໝາຍ ໃຫ້ປິດກິດຈະການຮ້ານແລກປ່ຽນເງິນຕາ ເຫັນວ່າມີຄວາມເຂັ້ມງວດຈິງຈັງເຮັດແທ້, ແຕ່ຈາກການສຳຫຼວດ ພົບວ່າສາເຫດຫຼັກໆ ທີ່ພາໃຫ້ເກີດອັດຕາເງິນເຟີ້ເພີ່ມຂຶ້ນ ແມ່ນເກີດຈາກອັດຕາແລກປ່ຽນ, ປະລິມານເງິນ, ຄວາມຕ້ອງການ ແລະ ການສະໜອງ, ການນຳເຂົ້າສິນຄ້າ. ສະນັ້ນການແກ້ໄຂບັນຫາອັດຕາແລກປ່ຽນ ໃນປັດຈຸບັນ ແມ່ນເປົ້າໝາຍທີ່ຖືກຕ້ອງ ສະເໜີໃຫ້ທະນາຄານກາງ ເພີ່ມຄວາມເຂັ້ມງວດການບໍລິຫານຂຶ້ນຕື່ມ ໂດຍສະເພາະແມ່ນການຊຳລະສະສາງ ທີ່ເປັນສະກຸນເງິນກີບ ຕ້ອງລະດົມໃຫ້ທົ່ວສັງຄົມ ຫັນມາໃຊ້ສະກຸນເງິນກີບແບບຈິງຈັງ ເພື່ອຮ່ວມກັນໃນການແກ້ໄຂບັນຫາດັ່ງກ່າວ. ນອກຈາກນີ້, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຍັງຍົກໃຫ້ເຫັນເຖິງບັນຫາແຮງງານຂັ້ນຕ່ຳ ເຊິ່ງປັດຈຸບັນແມ່ນໄດ້ປັບເພີ່ມຈາກປີຜ່ານມາ 1.200.000 ກີບ ເປັນ 1.300.000 ກີບ ແຕ່ເຖິງຢ່າງໃດກໍຕາມ ກໍຍັງບໍ່ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ ເຮັດໃຫ້ບັນດາແຮງງານ ຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດ. ຈາກຜົນສໍາຫຼວດຂອງສະຖາບັນການຄ້າ ໃນປີ 2023 ເຫັນວ່າວິສາຫະກິດຂະໜາດນ້ອຍ ແລະ ກາງ 70% ເຫັນດີໃຫ້ເພີ່ມຄ່າແຮງງານໃຫ້ຢູ່ໃນລະດັບ 1.800.000 – 2 000.000 ກີບ, ທັງນີ້ ກໍເພື່ອຄຳນຶງເຖິງຄວາມຢູ່ລອດຂອງແຮງງານ, ໃນຂະນະທີ່ມີພຽງ 15% ບໍ່ເຫັນດີໃຫ້ເພີ່ມຄ່າແຮງງານ.

ທ່ານ ມາຍຟອງ ມາຍຊາຍ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 12 ແຂວງຄຳມ່ວນ ໄດ້ຍົກ ໃຫ້ເຫັນບັນຫາການປະລະການຮຽນຂອງໄວໜຸ່ມ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ຫຼາຍທ່ານໄດ້ສະເໜີໃຫ້ເປັນ ວາລະແຫ່ງຊາດ, ສະເໜີໃຫ້ເປັນວາລະພິເສດ ຫລື ເປັນບູລິມະສິດພິເສດ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາດັ່ງກ່າວ ແບບຈິງຈັງ. ມີຫຼາຍຜົນການວິໄຈ ໄດ້ຊີ້ໃຫ້ເຫັນວ່າໃນບັນດາປະເທດທີ່ມີພົນລະເມືອງ ມີລະດັບການສຶກສາສູງ ການພັດທະນາຢູ່ໃນປະເທດນັ້ນໆ ຈະມີຄວາມຈະເລີນວ່ອງໄວ ສ່ວນປະເທດທີ່ມີພົນລະເມືອງ ທີ່ມີລະດັບການສຶກສາບໍ່ສູງ ການພັດທະນາປະເທດນັ້ນໆ ກໍຊັກຊ້າບໍ່ຂະຫຍາຍຕົວ. ມາຮອດປັດຈຸບັນ ສປປ ລາວ ໄດ້ປະສົບກັບບັນຫານັກສຶກສາປະລະການຮຽນເພີ່ມຂຶ້ນ ເຊິ່ງໄດ້ຕິດພັນກັບຫຼາຍຢ່າງເຊັ່ນ: ສິ່ງອຳນວຍຄວາມສະດວກໃນການເຂົ້າຮຽນ, ທີ່ຕັ້ງຂອງໂຮງຮຽນ, ການຂາດຄູສອນ, ຄຸນະພາບການຮຽນ-ການສອນ ບໍ່ໜ້າດຶງດູດ, ບັນດາຜູ້ປົກຄອງໄປເຮັດວຽກຢູ່ຕ່າງປະເທດ ບາງຄັ້ງມີລູກ, ຫຼານໄປນຳ ລວມໄປເຖິງຄວາມຫຍຸ້ງຍາກທາງເສດຖະກິດ ເຮັດໃຫ້ນັກຮຽນ, ນັກສຶກສາປະລະການຮຽນ ເພື່ອໄປຊອກຫາວຽກເຮັດງານທຳ.

ນອກຈາກນີ້, ຍັງມີປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນວ່າ: ບໍ່ຈຳເປັນຮຽນສູງກໍ່ສາມາດສ້າງເສດຖະກິດ, ສາມາດຫາເງິນໄດ້ ທັງໝົດນີ້ເປັນປັດໄຈສົ່ງເສີມໃຫ້ໄວໜຸ່ມປະລະການຮຽນເພີ່ມຂຶ້ນ ເຊິ່ງຈະສົ່ງຜົນກະທົບໃນໄລຍະສັ້ນ ແລະ ໄລຍະຍາວ ຕໍ່ກັບການພັດທະນາບຸກຄະລາກອນທີ່ມີຄຸນະພາບ, ສົ່ງຜົນກະທົບຕໍ່ ການພັດທະນາເສດຖະກິດ-ສັງຄົມໃນອະນາຄົດ. ດັ່ງນັ້ນ ຈຶ່ງສະເໜີໃຫ້ລັດຖະບານ ເພີ່ມທະວີການປູກຈິດສຳນຶກໃຫ້ເດັກນ້ອຍ, ໄວໜຸ່ມ ເຫັນຄວາມສຳຄັນຂອງການສຶກສາ, ສ້າງສື່ໂຄສະນາຕ່າງໆ ເພື່ອເປັນແຮງຈູງໃຈໃຫ້ໄວໜຸ່ມ ເຫັນຄວາມສຳຄັນຂອງກາານສຶກສາ ແລະ ຄວນຈັດບູລິມະສິດນັກສຶກສາມີວຽກເຮັດງານທຳ ໃນເວລາທີ່ເຂົາເຈົ້າວ່າງຈາກການຮຽນ. ສຳລັບຕົວເລກແຮງງານທີ່ໄປເຮັດວຽກ ຢູ່ປະເທດເພື່ອນບ້ານ 4 ແສນກວ່າຄົນ ສະເໜີໃຫ້ພາກສ່ວນກ່ຽວຂ້ອງສຳຫຼວດວ່າໃນນັ້ນມີເດັກນ້ອຍ, ໄວໜຸ່ມຈັກຄົນ ທີ່ປະລະການຮຽນ ເພື່ອທີ່ຕິດຕາມພໍ່,ແມ່ ໄປ ແລະ ເຫດຜົນທີ່ຕ້ອງໄປ, ມີໂອກາດກັບຄືນສູ່ລະບົບການສຶກສາຫຼືບໍ່? ໂດຍນຳເອົາຂໍ້ມູນດັ່ງກ່າວມາວິເຄາະ, ວິໄຈ ເພື່ອຈະນຳໄປແກ້ໄຂບັນຫາດັ່ງກ່າວໃຫ້ຖືກຈຸດ.

ນອກຈາກນີ້, ບັນດາມາສະມາຊິກສະພາແຫ່ງຊາດ ຫຼາຍທ່ານ ກໍໄດ້ສະເໜີໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂຫຼາຍບັນຫາຕື່ມອີກ ເປັນຕົ້ນແແມ່ນການພັດທະນາພື້ນ ຖານໂຄງລ່າງ, ພ້ອມສະເໜີໃຫ້ລັດຖະບານ ເພີ່ມເງິນເດືອນຂັ້ນຕໍ່າ ກໍຄືເງິນເດືອນຂອງລັດຖະກອນ, ເພີ່ມເງິນອຸດໜູນໃຫ້ພະນັກງານຂັ້ນບ້ານ, ສ້າງຄວາມເຂັ້ມງວດໃນການຈັດສັນທີ່ດິນໃນຂັ້ນທ້ອງຖິ່ນ.

ຂໍ້ມູນຈາກ: https://cutt.ly/iwyvAbSf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/