Liang Shi ເສດຖີເງິນລ້ານຊາວຈີນ ອາຍຸ 56 ປີ ຜູ້ທີ່ພະຍາຍາມສອບເສັງເຂົ້າມະຫາວິທະຍາໄລ ມາແລ້ວ 27 ເທື່ອ ແຕ່ກໍຍັງບໍ່ຜ່ານ


ຂຶ້ນຊື່ວ່າຄວາມຝັນ ເຖິງວ່າຈະຢູໄກ ເປັນໄປໄດ້ຍາກ ລົ້ມເຫຼວມາແລ້ວຫຼາຍປານໃດ ແຕ່ກໍເປັນສິ່ງທີ່ເຮົາຕ້ອງພະຍາຍາມຂົນຂວາຍຍາດເອົາມັນມາໃຫ້ໄດ້ ເຊັ່ນດຽວກັນກັບ ຄວາມພະຍາຍາມອັນໜັກແໜ້ນຂອງ ຫຼຽງ ຊື (Liang Shi) ເສດຖີເງິນລ້ານຊາວຈີນ ອາຍຸ 56 ປີ ຜູ້ທີ່ພະຍາຍາມສອບເສັງເຂົ້າມະຫາວິທະຍາໄລທີ່ລາວຝັນໄວ້ ມາແລ້ວ 27 ເທື່ອ ແຕ່ກໍຍັງບໍ່ຜ່ານ.

ໂດຍ ຫຼຽງ ຊື ພະຍາຍາມເຮັດຂໍ້ສອບ ເກົາເຂົ່າ ( 高考) ເຊິ່ງເປັນບົດສອບເສັງຂອງນັກຮຽນມັດທະຍົມຈີນ ທີ່ຈະສອບເສັງເຂົ້າມະຫາວິທະຍາໄລ ເຊິ່ງມະຫາວິທະຍາໄລທີ່ ຫຼຽງ ຊື ພະຍາຍາມຈະເຂົ້າໃຫ້ໄດ້ກໍຄື ມະຫາວິທະຍາໄລ ເສສວນ (Sichuan University) ເຊິ່ງຄັ້ງຫຼ້າສຸດທີ່ລາວສອບເສັງນີ້ ນັບເປັນຄັ້ງທີ 27 ແລ້ວ ແຕ່ຜົນທີ່ອອກມາ ກໍຄືຍັງບໍ່ຜ່ານຄືທີ່ຜ່ານໆມາ.

ໂດຍຊາຍຈີນຄົນນີ້ ຕ້ອງຜິດຫວັງກັບຜົນສອບເສັງມາແລ້ວເປັນເວລາກວ່າ 4 ສະຕະວັດ ໂດຍລາວເລີ່ມສອບເສັງຕັ້ງແຕ່ເມື່ອ 40 ປີກ່ອນ ແລະ ຍັງສອບເສັງມາເລື້ອຍໆ ດ້ວຍຄວາມຫວັງທີ່ວ່າຈະໄດ້ເຂົ້າຮຽນມະຫາວິທະຍາໄລຊັ້ນນຳ ແລະ ເຕີມເຕັມຄວາມເປັນປັນຍາຊົນໃຫ້ກັບຕົນເອງ.

ໂດຍຜົນສອບເສັງຂອງ ຫຼຽງ ຊື ໃນຄັ້ງຫຼ້າສຸດນີ້ ລາວເຮັດຄະແນນໄດ້ພຽງ 428 ຈາກທັງໝົດ 750 ຄະແນນ ເຊິ່ງແນ່ນອນວ່າມັນບໍ່ພຽງພໍແມ່ນແຕ່ທີ່ຈະຍື່ນເຂົ້າມະຫາວິທະຍາໄລທົ່ວໄປໃນປະເທດຈີນ ລວມເຖິງ ມະຫາວິທະຍາໄລ ເສສວນ ທີ່ລາວໃຝ່ຟັນທີ່ຈະເຂົ້າ.

ຫຼຽງ ຊື ໃຫ້ສຳພາດວ່າ: “ກ່ອນຂ້ອຍຈະເຫັນຜົນຄະແນນ ຂ້ອຍຄິດວ່າຂ້ອຍຄົງຈະບໍ່ໄດ້ຄະແນນສູງພໍທີ່ຈະເຂົ້າມະຫາວິທະຍາໄລດັງໆ ແຕ່ກໍບໍ່ຄິດວ່າຈະຕໍ່າຈົນບໍ່ສາມາດເຂົ້າມະຫາໄລທົ່ວໄປໄດ້ແບບນີ້. ມັນຈົບລົງແລ້ວສຳລັບປີນີ້ ເຊິ່ງຂ້ອຍເສຍດາຍໂອກາດນີ້ຫຼາຍໆ.

ໂດຍການສອບເສັງ ລະດັບ ເກົາເຂົ່າ ເປັນການສອບເສັງແຂ່ງຂັນເຂົ້າມະຫາວິທະຍາໄລ ລະດັບຊາດ ທີ່ເກີດຂຶ້ນພຽງປີລະເທື່ອເທົ່ານັ້ນ ເຊິ່ງຈະເປັນການສອບເສັງ ວັດລະດັບ ພາສາຈີນ, ອັງກິດ, ຄະນິດສາດ ແລະ ເລືອກສອບເສັງລະຫວ່າງ ວິທະຍາສາດ ຫຼື ສິລະປະສາດໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າ ຫຼຽງ ຊື ຈະບໍ່ສາມາດເຂົ້າມະຫາວິທະຍາໄລຊັ້ນນຳຂອງໄດ້ ແຕ່ລາວກໍຖືເປັນບຸກຄົນທີ່ປະສົບຄວາມສຳເລັດຄົນໜຶ່ງ ລາວເປັນເສດຖີທີ່ລວຍມາຈາກ 2 ມື ຂອງລາວເອງ ໂດຍເລີ່ມຕົ້ນມາຈາກເຮັດວຽກໃນໂຮງຈັກໂຮງງານ ກ່ອນທີ່ຈະມາເປີດທຸລະກິດດ້ານອຸປະກອນການກໍ່ສ້າງ ຈົນສ້າງຖານະມີເງິນໃນລະດັບຫຼາຍລ້ານຢວນ.

ຂອບໃຈຂໍ້ມູນຈາກ: scmp, Thematter, cnn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/