NASA ປະສົບຄວາມສຳເລັດ ຣິໄຊເຄິນ ນໍ້າປັດສາວະ ແລະ ເຫື່ອ ຂອງນັກບິນ ອະວະກາດ ໃຫ້ກັບມາເປັນນໍ້າດື່ມ ໄດ້ເຖິງ 98%


NASA ປະສົບຄວາມສຳເລັດກັບການທົດສອບລະບົບຊ່ວຍຊີວິດຂັ້ນພື້ນທາງເທິງອະວະກາດ (ECLSS) ດ້ວຍການ ຣີໄຊເຄິນ ເຫື່ອ ແລະ ນໍ້າປັດສາວະຂອງນັກບິນອະວະກາດໃຫ້ເປັນນໍ້າດື່ມ ແລະ ນໍ້າໃຊ້ໄດ້ເຖິງ 98% ລະຫວ່າງປະຕິບັດໜ້າທີ່ຢູ່ໃນສະຖານີອະວະກາດ. ຖືວ່າເປັນຄວາມສຳເລັດຄັ້ງສຳຄັນ ສຳລັບພາລະກິດໃນອະວະກາດທີ່ມີວົງໂຄຈອນຕໍ່າ ແລະ ຍັງຖືເປັນລະບົບຊ່ວຍຊີວິດພື້ນຖານທີ່ເຮັດໃຫ້ນັກບິນອະວະກາດປະຕິບັດພາລະກິດໄດ້ເປັນເວລາດົນຂຶ້ນ ຜ່ານການຣີໄຊເຄິນ ອາຫານ ອາກາດ ແລະ ນໍ້າ.

ໂດຍທົ່ວໄປແລ້ວ ນັກບິນອະວະກາດທີ່ເຮັດພາລະກິດ ເທິງອະວະກາດຕ້ອງການນໍ້າປະມານ 3,7 ລິດຕໍ່ມື້ ເພື່ອໃຊ້ໃນການດື່ມ ກຽມອາຫານ ຫຼື ໃຊ້ເພື່ອສຸຂະອະນາໄມ ເຊັ່ນ ຖູແຂ້ວ, ອາບນໍ້າ ແລະ ອື່ນໆ.

ECLSS ປະກອບໄປດ້ວຍອຸປະກອນເທັກໂນໂລຢີຫຼາຍຢ່າງລວມກັນ ເຊິ່ງລວມເຖິງ Water Recovery System ທີ່ລວບລວມນໍ້າເສຍ ແລະ ເຄື່ອງລົດຄວາມຊື້ນຂັ້ນສູງທີ່ດັກຈັບຄວາມຊື້ນຈາກອາກາດຂອງ ISS ອັນເປັນຜົນມາຈາກລົມຫາຍໃຈ ແລະ ເຫື່ອຂອງນັກບິນອະວະກາດ ແລະ ນໍ້າທີ່ລວບລວມໄດ້ນີ້ຈະຖືກສົ່ງໄປ Water Processor Assembly (WPA) ເພື່ອຜະລິດເປັນນໍ້າດື່ມ.

ນໍ້າທີ່ໄດ້ຈະຖືກນຳໄປບຳບັດໃນຊຸດເຄື່ອງກອງແບບພິເສດ ແລະ ເຄື່ອງປະຕິກອນ ແບບ ເລັ່ງປະຕິກິລິຍາທີ່ຈະແຍກສານປົນເປື້ອນທີ່ອາດຫຼົງເຫຼືອຢູ່ອອກ ຈາກນັ້ນເຊັນເຊີ ຈະກວດສອບເຖິງຄວາມບໍລິສຸດຂອງນໍ້າ ແລະ ແຍກນໍ້າທີ່ຍັງບໍ່ໄດ້ມາດຕະຖານກັບໄປ ຣີໄຊເຄິນໃໝ່ ສ່ວນນໍ້າທີ່ບໍລິສຸດແລ້ວ ຈະຖືກຕື່ມສານ ໄອໂອດີນ ລົງໄປເພື່ອປ້ອງກັນການເຕີບໃຫຍ່ຂອງ ຈຸລິນຊີ ແລະ ຖືກນຳໄປເກັບໄວ້ ເພື່ອໃຫ້ນັກບິນອະວະກາດມານຳໃຊ້ຕໍ່.

ຈິວ ວິນລຽມຊັນ (Jill Williamson) ຜູ້ຈັດການລະບົບຍ່ອຍຂອງ ECLSS ລະບຸວ່າ: “ຕອນນີ້ເຮົາໄດ້ສະແດງໃຫ້ເຫັນແລ້ວວ່າເຮົາສາມາດນໍານໍ້າກັບມາໃຊ້ໃໝ່ໄດ້ທັງໝົດເຖິງ 98% ຈາກແຕ່ກ່ອນທີ່ເຄີຍ ຣີໄຊເຄິນ ໄດ້ພຽງ 93 ຫາ 94% ເທົ່ານັ້ນ”

ຂອບໃຈຂໍ້ມູນຈາກ: beartaiBRIEF, space

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/