John Goodenough ເຈົ້າຂອງຮາງວັນໂນເບລທີ່ອາຍຸຫຼາຍທີ່ສຸດໃນໂລກໄດ້ເສຍຊີວິດໃນໄວ 100 ປີ


ອີງຕາມລາຍງານຂອງມະຫາວິທະຍາໄລ Texas ທີ່ Austin, John Goodenough ເຈົ້າຂອງຮາງວັນໂນເບລທີ່ອາຍຸຫຼາຍທີ່ສຸດໃນໂລກ, ເຊິ່ງເປັນໜຶ່ງໃນຜູ້ຮ່ວມຄິດຄົ້ນເທັກໂນໂລຢີເເບັດເຕີຣີ Lithium Ion ເເລະ ໜ່ວຍຄວາມຈຳຂອງຄອມພິວເຕີ (Ram) ໄດ້ເສຍຊີວິດເເລ້ວໃນອາຍຸ 100 ປີ ເມື່ອວັນອາທິດທີ່ຜ່ານມາ

Jay Hartzell ປະທານມະຫາວິທະຍາໄລ Texas ຢູ່ Austin ກ່າວວ່າ “ມໍລະດົກຂອງ John ທີ່ຫຼົງເຫຼືອໄວ້ໃຫ້ໃນຖານະນັກວິທະຍາສາດທີ່ມີຄວາມສະຫຼຽວສະຫຼາດນັ້ນບໍ່ສາມາດປະເມີນມູນຄ່າໄດ້”

John Goodenough ນັ້ນເກີດທີ່ເມືອງ Jena ປະເທດເຢຍລະມັນ ມີພໍ່ ເເລະ ເເມ່ ເປັນຊາວອາເມຣິກາ, Goodenough ໄດ້ສຳເລັດການສຶກສາລະດັບປະລິນຍາຕີດ້ານຄະນິດສາດຈາກມະຫາວິທະຍາໄລ Yale ໃນປີ 1943, ປະລິນຍາໂທ ແລະ ປະລິນຍາເອກດ້ານຟີຊິກຈາກມະຫາວິທະຍາໄລ Chicago ໃນປີ 1951 ແລະ 1952, ຕາມລໍາດັບ.

ຫຼັງຈາກຮຽນຈົບ Goodenough ກໍໄດ້ເຂົ້າເຮັດວຽກເປັນນັກວິທະຍາສາດຄົ້ນຄວ້າຢູ່ທີ່ Bell Telephone Laboratories, ໂດຍເຂົາໄດ້ຄົ້ນຄວ້າກ່ຽວກັບການສ້າງໜ່ວຍຄວາມຈຳ (Ram) ຂອງຄອມພິວເຕີໃນປີ 1962 ເເລະ ເປັນໜຶ່ງໃນຜູ້ຮ່ວມຄົ້ນຄວ້າພັດທະນາຂອງການສ້າງ lithium cobalt oxide cathode, ເຊິ່ງເປັນອົງປະກອບທີ່ສໍາຄັນຂອງເເບັດເຕີຣີ Lithium Ion.

ໂດຍເເບັດເຕີຣີດັ່ງກ່າວ ໄດ້ປະຕິວັດອຸດສາຫະກຳເເບັດເຕີຣີ ເເລະ ເປັນສ່ວນປະກອບທີ່ສຳຄັນທີ່ຢູ່ພາຍໃນອຸປະກອນນອີເລັກໂທຣນິກທີ່ໃຊ້ໃນຊີວິດປະຈໍາວັນເຊັ່ນ: Notebook, smart phone, tablet ເເລະ ເເບັດເຕີຣີຂອງລົດຍົນທີ່ໃຊ້ພະລັງງານໄຟຟ້າ.

Goodenough ຍັງຄົງຄົ້ນຄວ້າກ່ຽວກັບເເບັດເຕີຣີ Lithium Ion ທີ່ມະຫາວິທະຍາໄລ Texas ຢູ່ Austin ຕັ້ງແຕ່ປີ 1986 ແລະ ໃນປີ 2019 ລາວໄດ້ຮັບຮາງວັນໂນເບລ ສາຂາເຄມີຈາກຜົນງານຄົ້ນຄວ້າກ່ຽວກັບເເບັດເຕີຣີ Lithium Ion.

ຫຼ້າສຸດ John Goodenough ກໍໄດ້ເສຍຊີວິດລົງໃນວັນທີ 25 ເດືອນມິຖຸນາ 2023 ໃນໄວອາຍຸ 100 ປີ.

ທີ່ມາ:

https://cutt.ly/HwyblIFq

https://cutt.ly/VwyblJpo

https://cutt.ly/fwyblXwQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/