ສາຫຼ່າຍທະເລ ເເລະ ການປ່ຽນເເປງຂອງສະພາບອາກາດ ສົ່ງຜົນກະທົບທີ່ເປັນອັນຕະລາຍຕໍ່ໍຊີວິດຂອງສັດໃນທະເລ


ອີງຕາມການລາຍງານຂອງ National Oceanic and Atmospheric Administration (NOAA) ໃນເດືອນມິຖຸນາ ໄດ້ພົບເຫັນສັດຫຼາຍກວ່າ 1.000 ໂຕປ່ວຍ ເເລະ ລົ້ມຕາຍເທິງຊາຍຝັ່ງ California, ໂດຍຜູ້ຊ່ຽວຊານກ່າວວ່າ ການເພີ່ມຂຶ້ນຂອງສາຫຼ່າຍຢ່າງໄວວາກໍ່ໃຫ້ເກີດບັນຫາຕາມລະດູການ ເເລະ ການປ່ຽນເເປງຂອງສະພາບອາກາດ ເຮັດໃຫ້ບັນຫາຮ້າຍເເຮງຂຶ້ນ.

David Caron ອາຈານສອນດ້ານວິທະຍາສາດຊີວະພາບຂອງມະຫາວິທະຍາໄລ Southern California ກ່າວວ່າ ສາຫຼ່າຍທີ່ເຕີບໂຕຂຶ້ນຢ່າງໄວວາສົ່ງຜົນກະທົບຕໍ່ນົກທະເລ, ໂລມາ ແລະ ຊ້າງທະເລ. ເນື່ອງຈາກສາຫຼ່າຍບາງຊະນິດຈະສ້າງສານພິດທີ່ເອີ້ນວ່າອາຊິດ Domoic ເຊິ່ງສານພິດເຫຼົ່ານີ້ຈະລົບກວນລະບົບໃຍອາຫານ ສິ່ງທີ່ມີຊີວິດຂະໜາດນ້ອຍເຊັ່ນ: ຫອຍ, ປາແອນໂຊວີ່ ແລະ ປາຊາດີນຈະກິນສານພິດນີ້ເຂົ້າໄປກ່ອນ ແລ້ວກໍຖືກກິນໂດຍສັດລ້ຽງລູກດ້ວຍນົມຂະໜາດໃຫຍ່ໃນທະເລອີກເທື່ອ, ຖ້າຫາກສັດລ້ຽງລູກຂະໜາດໃຫຍ່ເຫຼົ່ານັ້ນໄດ້ຮັບສານພິດທີ່ພຽງພໍກໍຈະເຮັດໃຫ້ພວກມັນຕາຍໄດ້.

David Caron ກ່າວຕື່ມວ່າ ສາຫຼ່າຍເຫຼົ່ານີ້ຍັງເປັນອັນຕະລາຍຕໍ່ມະນຸດເຮົາເຊັ່ນກັນ ໂດຍເຮົາອາດເຈັບປ່ວຍໄດ້ຖ້າຫາກບໍລິໂພກປາທີ່ເຕັມໄປດ້ວຍສານພິດ.

ສາຫຼ່າຍພິດເຫຼົ່ານີ້ອາດຈະຂະຫຍາຍໄປຍັງພື້ນທີ່ອື່ນ ຍ້ອນການປ່ຽນເເປງຂອງສະພາບອາກາດ ເຮັດໃຫ້ອຸນຫະພູມຂອງນ້ຳສູງຂຶ້ນ, ໃນທີ່ສຸດພື້ນທີ່ຕ່າງໆກໍຈະກາຍເປັນເເຫຼ່ງທີ່ຢູ່ອາໄສຂອງສາຫຼ່າຍພິດອັນຕະລາຍນີ້.

ທີ່ມາ:

https://cutt.ly/DwyfPJMF

https://cutt.ly/xwyfP2MV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/