ວັດທະນາ ອິນທະລັກສາ ໄວໜຸ່ມຜູ້ທີ່ສົ່ງເສີມ ສິດທິຂອງ LGBTQ ແລະ ເຍົາວະຊົນ ຜູ້ທີ່ມີຜົນງານໃນການສ້າງຊື່ສຽງໃຫ້ໄວໝຸ່ມລາວ ໃນເວທີລະດັບສາກົນ

ສິດທິຂອງ LGBTQ

ທ. ວັດທະນາ ອິນທະລັກສາ ຊື່ຫຼິ້ນແມ່ນ ແບ້ງກີ້ ເປັນນັກສຶກສາປີສຸດທ້າຍຂອງ ມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ລັດຖະສາດ ພາກວິຊາພົວພັນສາກົນ ເຊິ່ງເປັນຜູ້ທີ່ສົ່ງເສີມ ກຸ່ມຄົນທີ່ເປັນ LGBTQ ແລະ ຍັງເປັນຄົນທີ່ມີຄວາມສາມາດທີ່ຫຼາກຫຼາຍ ໃນດ້ານວຽກງານ ແລະ ໄດ້ເຂົ້າຮ່ວມກັບອົງກອນໃຫຍ່ໆທັງຢູ່ໃນລາວ ແລະ ຕ່າງປະເທດ. ການຮ່ຳຮຽນສຶກສາກໍໂດດເດັ່ນ ມີຄວາມຫ້າວຫັນ ພັດທະນາຕົນເອງຢູ່ເລື້ອຍໆ ທີ່ສຳຄັນມັກລ່າທຶນການສຶກສາ ມັກຫາຄວາມຮູ້ໃໝ່ໆຢູ່ສະເໝີ. ພິເສດສຸດ ມັກພິສູດຕົນເອງໃຫ້ທຸກຄົນໄດ້ຮູ້ວ່າ ບໍ່ວ່າຈະເປັນເພດໃດ ກໍສາມາດປະສົບຜົນສຳເລັດໄດ້ ສາມາດເປັນຜູ້ນຳໄດ້.

ທຶນຫຼ້າສຸດທີ່ໄດ້ກໍແມ່ນທຶນ Global UGRAD ທີ່ຈະໄດ້ໄປແລກປ່ຽນລະດັບປະລິນຍາຕີ ໄລຍະເວລາ 1 ເທີມ ຢູ່ທີ່ປະເທດສະຫະລັດອາເມຣິກາ ແລະ ຜ່ານມາບໍ່ດົນນີ້ກໍໄດ້ທຶນໄປປະເທດສິງກະໂປ ແລະ ທຶນຢູ່ປະເທດສະວິດເຊີແລນ ພ້ອມໄດ້ມີໂອກາດໄດ້ຖ່າຍຮູບຢູ່ໜ້າອົງການສະຫະປະຊາຊາດ UN ທີ່ ເຈນີວາ.

ສິດທິຂອງ LGBTQ

ປັດຈຸບັນ ກໍໄດ້ດຳລົງເປັນຕຳແໜ່ງ ປະທານກຸ່ມນັກສຶກສາກົດໝາຍ ອາຊີ-ລາວ ALSA Laos (Asian Law Students’ Association Laos National Chapter) ແລະ ສະມາຊິກກຸ່ມ ສິດທິມະນຸດ Human Rights Group FLP ຂອງຄະນະນິຕິສາດ ແລະ ລັດຖະສາດ. ໄດ້ທຶນ Youth Regional Affair Dialogue 2022 ທີ່ເປັນຄົນລາວຄົນດຽວໃນປີນີ້, ໄດ້ທຶນ SDG Summer School ທີ່ Switzerland ໃນການເຮັດບົດວິໄຈ ແລະ ສ້າງໂຄງການ ເຜີຍແຜ່ຄວາມຮູ້ ຂອງພະຍາດ ວັນນະໂລກ, HIV ແລະ ພະຍາດໄຂ້ເລືອດອອກ ຢູ່ທະວີບ ອາຟຣິກາ, ເປັນຕົວແທນປະເທດລາວໃນການແຂ່ງຂັນສານມະນຸດສະທຳສາກົນ 20th Red Cross International Humanitarian Law Moot, ຕົວແທນນັກສຶກສາລາວຜູ້ເຂົ້າຮ່ວມ ASEAN-Korea Youth Summit 2020, ນັກສຶກສາຜູ້ໄດ້ຮັບທຶນແລກປ່ຽນປະລິນຍາຕີ Global UGARD 2022 ທີ່ USA, Youth Leaders at ChildFund Laos 🇱🇦, ໄດ້ອັນດັບທີ 7 ໃນການແຂ່ງຂັນເລກຢູ່ທີ່ ຍີ່ປຸ່ນ World Mathematics Invitational 2020. ນອກຈາກນີ້ ກໍໄດ້ເຄີຍໄດ້ຮ່ວມໃນທາງໂຊຊ່ຽວມີເດຍ ເປັນກະບອກສຽງໃນການໂຄສະນາທີ່ສົ່ງຜົນດີໃຫ້ແກ່ໄວໜຸ່ມ-ສັງຄົມ.

ສິດທິຂອງ LGBTQ

ນອກຈາກນີ້ ໃນຂົງເຂດວຽກງານຕ່າງໆ ກໍຄືໄດ້ໄປແຂ່ງກົດໝາຍມະນຸດສະທຳໂລກ, ໄດ້ຮ່ວມ ອາຊຽນເກົາຫຼີ ເຊິ່ງກ່ຽວກັບສິດທິຜູ້ຍິງ ແລະ ເຍົາວະຊົນ ເຊິ່ງນ້ອງກໍໄດ້ນຳສະເໜີໃນບົດຄວາມຕ່າງໆ ເພື່ອຮຽກຮ້ອງສິດທິ ໃຫ້ທຸກເພດບໍ່ວ່າຈະເປັນຍິງ ຫຼື ຊາຍ. ພ້ອມກັນນີ້ ກໍມີໂອກາດໄດ້ລົງຢ້ຽມຢາມຕາມໂຮງຮຽນ ແລ້ວກໍໄດ້ເຫັນເຖິງບັນຫາຄວາມທຸກໃຈຂອງໃຜຫຼາຍໆຄົນ ເຊິ່ງບາງຄົນກໍບໍ່ຮູ້ວິທີຮັບມືກັບບັນຫາ ຈຶ່ງຢາກປຸກລະດົມສ້າງຄວາມສຸກໃຫ້ແກ່ພວກເຂົາ.

ສິດທິຂອງ LGBTQ

ພິເສດໄປກວ່ານັ້ນ ນ້ອງຍັງມີສະໂລແກນປະຈຳໃຈນັ້ນກໍຄື: Banky Around the World 🌏 ເຊິ່ງມີຄວາມໝາຍເລິກໆວ່າ ເຮົາບໍ່ສາມາດເລືອກເກີດໄດ້, ບໍ່ສາມາດເລືອກເພດໄດ້ ແລະ ບໍ່ສາມາດເລືອກຍົດຖາບັນດາສັກ ໃນສັງຄົມໄດ້ ແຕ່ສິ່ງທີ່ເຮົາໄດ້ກໍຄືເຮັດໃຫ້ຕົນເອງມີຄວາມສຸກທີ່ສຸດ, ສ້າງບຸກຄົນອື່ນໃຫ້ມີກຳລັງໃຈສູ້ຕໍ່ໄປໃນການດຳລົງຊີວິດຢູ່ ແລະ ຊ່ວຍເຫຼືອ ເດັກນ້ອຍ, ເຍົາວະຊົນ ແລະ ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ ບໍ່ແມ່ນພຽງແຕ່ພາຍໃນປະເທດ ແຕ່ເປັນທົ່ວໂລກ.

ສິດທິຂອງ LGBTQ

ຕະຫຼອດໄລຍະທີ່ຜ່ານມາ ຖືໄດ້ວ່ານ້ອງໄດ້ສ້າງຄວາມພາກພູມໃຈ ໃຫ້ແກ່ໃຜຫຼາຍໆຄົນ ສາມາດເປັນກະບອກສຽງໃຫ້ແກ່ກຸ່ມ LGBTQ, ເຮັດທຸກວິທີທາງເທົ່າທີ່ຈະເຮັດໄດ້, ປຸກລະດົມໃຫ້ກຸ່ມຄົນດັ່ງກ່່າວ ໃຫ້ໃຊ້ຊີວິດຢ່າງມີຄວາມສຸກ ໃຫ້ເຫັນເຖິງຄຸນຄ່າຂອງຕົນເອງ, ຊ່ວຍແນະນຳວິທີຕ່າງໆໃນການຮຽນຮູ້ສິ່ງໃໝ່ໆໃຫ້ແກ່ພວກເຂົາ ໄປເວທີໃດ ກໍບໍ່ອາຍທີ່ໄດ້ສະບັດທຸງລາວ.

ສິດທິຂອງ LGBTQ

ສາມາດຕິດຕາມນ້ອງໄດ້ທີ່: https://cutt.ly/IC9LvUr

ຕິດຕາມຜົນງານນ້ອງໄດ້ທີ່:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ