ສປປ ລາວ ຈັດການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ເພື່ອໃຫ້ສັງຄົມມີຄວາມຮຽບຮ້ອຍ-ສາມັກຄີ

ສປປ ລາວ

ກອງປະຊຸມສະຫຼຸບ, ຕີລາຄາ, ປະເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄຂຂຶ້ນໃນຕອນບ່າຍວັນທີ 15 ກັນຍາ 2022 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ມີບັນດາທ່ານການນຳພັກ-ລັດຂັ້ນສູງ, ບັນດາລັດຖະມົນຕີ, ຫົວໜ້າອົງການອ້ອມຂ້າງສູນກາງ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າເມືອງ, ເຈົ້ານະຄອນ, ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ, ວິລະຊົນແຮງງານ, ນັກພັດທະນາດີເດັ່ນແຫ່ງຊາດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາ (2016-2020) ແລະ ວາງທິດທາງແຜນການແຕ່ນີ້ຮອດປີ 2025, ພ້ອມທັງພິທີຍ້ອງຍໍນັກພັດທະນາ, ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ປະກາດເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຮອດປີ 2025.

ສປປ ລາວ

ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ມີຄໍາເຫັນວ່າ: ການຈັດຕັ້ງປະຕິບັດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມ 04 ເນື້ອໃນຂອງພັກ ແລະ ລັດຖະບານ ໃນໄລຍະຜ່ານມາ ທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ, ສັບສົນ, ຄາດຄະເນໄດ້ຍາກ ແລະ ການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດໂຄວິດ 19 ເຊິ່ງເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນັ້ນ ເຫັນວ່າ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດຫຼາຍດ້ານ: ຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງແຂງແຮງ; ເຖິງວ່າປະເທດເຮົາຈະມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ 19, ແຕ່ພວກເຮົາຍັງສາມາດຢຸດຢັ້ງບໍ່ໃຫ້ເກີດເຫດການຖົດຖອຍຮ້າຍແຮງຕໍ່ເສດຖະກິດ-ສັງຄົມ, ລະບົບການເມືອງຢູ່ຮາກຖານບ້ານເມືອງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນ; ຄຸນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນເປັນກ້າວໆ; ຊົນນະບົດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໂດຍມີສ່ວນຮ່ວມຢ່າງຕັ້ງໜ້າເປັນເຈົ້າການຂອງປະຊາຊົນບັນດາເຜົ່າ, ຄອບຄົວທຸກຍາກ, ບ້ານທຸກຍາກໄດ້ຮັບການແກ້ໄຂເປັນກ້າວໆມາ; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກຳລັງປະກອບອາວຸດກໍໄດ້ຮັບການປັບປຸງກໍ່ສ້າງກາຍເປັນກຳລັງທີ່ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ.

ຕະຫຼອດໄລຍະ 05 ປີ (2016-2020) ແລະ ໄລຍະປີ 2020 ມາເຖິງປັດຈຸບັນ ເຖິງວ່າພັກ-ລັດຖະບານ ໄດ້ສຸມໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍການບຸກບືນສູ້ຊົນປານໃດກໍຕາມ, ແຕ່ພວກເຮົາກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ທ້າທາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ທັງໝົດນັ້ນ ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກຳແໜ້ນ ແລະ ພິຈາລະນາຢ່າງພາວະວິໄສ ເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຂອງພວກເຮົາໃນຊຸມປີຕໍ່ໜ້າໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.

ສປປ ລາວ

ໃນໂອກາດດຽວກັນ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ໄດ້ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການຮອດປີ 2025 ໂດຍ ໄດ້ຍົກໃຫ້ເຫັນວ່າ: ລັດຖະບານໄດ້ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 03 ສ້າງເຂົ້າສູ່ລວງເລິກ, ຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໃນປີ 2015 ແລະ ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2019 ເປັນຕົ້ນມາ ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນລະບົບຕາມ 5 ຂັ້ນຕອນຂອງການແຂ່ງຂັນ ເປັນຕົ້ນ ວາງແຜນການ, ແຕ່ງຕັ້ງຄະນະຊີ້ນໍາ, ເປີດຂະບວນການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມກວດກາ ແລະ ສະຫຼຸບລາຍງານຂະບວນແຂ່ງຂັນເປັນແຕ່ລະໄລຍະ, ເຊິ່ງສາມາດສັງລວມການຍ້ອງຍໍຜົນງານ 05 ປີ (2016-2020) ໃຫ້ ບຸກຄົນ ແລະ ກົມກອງຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 86,327 ທ່ານ ແລະ 5,923 ກົມກອງ.

ໃນນີ້ກະຊວງ-ອົງການທຽບເທົ່າ ລວມມີ 23 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 19,008 ທ່ານ ແລະ 441 ກົມກອງ; 16 ແຂວງ ແລະ 01 ນະຄອນຫຼວງວຽງຈັນ, ສະເໜີຍ້ອງຍໍ ບຸກຄົນ 69,364 ທ່ານ ແລະ 3,437 ກົມກອງ; ມອບຫຼຽນປະເພດຕ່າງໆ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ມີ ຫຼຽນໄຊແຮງງານຊັ້ນ I ມອບໃຫ້ ບຸກຄົນ 2,945 ທ່ານ ແລະ 415 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ມອບໃຫ້ບຸກຄົນ 6,160 ທ່ານ ແລະ 571 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ມອບໃຫ້ບຸກຄົນ 10,916 ທ່ານ ແລະ 780 ກົມກອງ, ຫຼຽນນາມມະຍົດວິລະຊົນແຮງງານ ໃຫ້ບຸກຄົນ 01 ທ່ານ, ຫຼຽນນາມມະຍົດພັດທະນາດີເດັ່ນແຫ່ງຊາດ 02 ທ່ານ, ຫຼຽນກາແຮງງານ ບຸກຄົນ 19,949 ທ່ານ ແລະ 1,152 ກົມກອງ, ໃບຍ້ອງຍໍລັດຖະບານໃຫ້ບຸກຄົນ 47,246 ທ່ານ ແລະ 2,113 ກົມກອງ.

ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການປະກອບຄຳເຫັນຂອງ ບັນດາຕົວແບບດີເດັ່ນ ແລະ ນັກພັດທະນາດີເດັ່ນ ກ່ຽວກັບການລ້ຽງສັດ, ຫັດຖະກຳຕໍ່າຫູກ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ,ໃນກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025 ແລະ ຮັບຟັງການໂອ້ລົມຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.

ສປປ ລາວ

ຂອບໃຈຂໍ້ມູນຈາກ: https://cutt.ly/JC39zqg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ