ນິວຊີແລນ ທົດລອງໃຊ້ລະບົບສົ່ງໄຟຟ້າທາງໄກແບບໄຮ້ສາຍ ໃນດ້ານການຄ້າ ເປັນບ່ອນທຳອິດຂອງໂລກ

ນິວຊີແລນ

Emrod ບໍລິສັດ Start Up ຈາກ ນິວຊີແລນ ພັດທະນາວິທີການສົ່ງພະລັງງານໄຟຟ້າ ແບບໄຮ້ສາຍໃນໄລຍະທາງໄກຢ່າງປອດໄພໂດຍບໍ່ຕ້ອງມີສາຍໄຟເພື່ອນຳພາພະລັງງງານໄປສູ່ພື້ນທີ່ຫ່າງໄກສອກຫຼີກ ເໝາະສຳລັບພື້ນທີ່ ທີ່ມີຄວາມທຸລະກັນດານຫຼາຍ.

ຄວາມຄິດເລື່ອງກະແສໄຟຟ້າແບບໄຮ້ສາຍນີ້ ມີມາຕັ້ງແຕ່ຍຸກເລີ່ມຕົ້ນຂອງໄຟຟ້າເມື່ອ 100 ກວ່າປີທີ່ແລ້ວ ແລະ ຄົນທຳອິດທີ່ເປັນຄົນຄິດເລື່ອງນີ້ກໍຄື ນິໂຄລາ ເທສລາ (Nikola Tesla) ຜູ້ໃຫ້ກຳເນີດໄຟຟ້າກະແສສະຫຼັບ ແລະ ເຄື່ອງປະດິດຂອງລາວຢ່າງ ເທສລາ ຄອຍ (Tesla coil) ກໍເປັນຕົວຢ່າງສຳຄັນຂອງການພະຍາຍາມສົ່ງກະແສໄຟຟ້າແບບໄຮ້ສາຍໃນຍຸກນັ້ນເຊັ່ນດຽວກັນ.

ນິວຊີແລນ

ໂດຍພວກເຂົາຈະໃຊ້ເສົາອາກາດໃນການສົ່ງພະລັງງານໄຟຟ້າທີ່ຖືກແປງເປັນຄື້ນ ໄມໂຄຣເວຟ ແລະ ບີບມັນໃຫ້ແໜ້ນຈົນເຂັ້ມຂຸ້ນຄ້າຍກັບລຳແສງ ແລ້ວຍິງໄປທີ່ຈຸດຮັບພະລັງງານ, ເງື່ອນໄຂ ຫຼື ສິ່ງທີ່ຕ້ອງຄຳນຶງກໍຄື ຈຸດອ້າງອີງສາຍຕາຈະຕ້ອງບໍ່ມີຫຍັງມາກັ້ນຈາກຈຸດໜຶ່ງໄປອີກຈຸດໜຶ່ງ ເຊິ່ງປົກກະຕິແລ້ວຈຸດຮັບ ຈະຖືກຕັ້ງໄວ້ບ່ອນສູງ ເໝາະກັບປະເທດທີ່ມີພູມສັນຖານເປັນພູສູງ, ຈາກນັ້ນຕົວຮັບສັນຍານທີ່ມີຊື່ວ່າ “Rectenna” ຈະແປງສັນຍານນັ້ນກັບໄປເປັນໄຟຟ້າ ແລ້ວຈຶ່ງນຳໄປໃຊ້ງານ.

ເກຣກ ຄຸສນີ້ (Greg Kushnir) ຜູ້ກໍ່ຕັ້ງບໍລິສັດ Emrod ກ່າວວ່າ ມີຄວາມພະຍາຍາມເກີດຂຶ້ນທົ່ວໂລກ ບໍ່ວ່າຈະເປັນອົງການອະວະກາດຈາກຍີ່ປຸ່ນ ຫຼື ນານາຊາດ ພວກເຂົາມີໂຄງການທີ່ໃຊ້ງານຢູ່ມາແລ້ວຫຼາຍປີ ແຕ່ເປົ້າໝາຍຂອງພວກເຂົາແຕກຕ່າງຈາກເຮົາ ພວກເຂົາບໍ່ໄດ້ພິຈາລະນາເຖິງປະສິດທິພາບ ເພາະບໍ່ໄດ້ເບິ່ງຫາການໃຊ້ງານໃນທາງການຄ້າ ໂດຍກຳຈັດຄວາມຈຳເປັນໃນການເດີນສາຍທອງແດງຍາວໆແບບເກົ່າອອກໄປ ເຊິ່ງອາດຕ້ອງຕັດຕົ້ນໄມ້ເພື່ອວາງເສົາທີ່ສົ່ງສາຍໄຟຟ້າແຮງສູງ ຫຼື ສາຍເຄເບິນໃນນໍ້າທີ່ມີລາຄາແພງ ເຊິ່ງໂຄງສ້າງເຫຼົ່ານີ້ຈະມີຜົນຕໍ່ສິ່ງແວດລ້ອມ.

ນິວຊີແລນ

ຢ່າງໃດກໍຕາມ Emrod ລະບຸວ່າຄວາມທ້າທາຍທີ່ແທ້ຈິງກໍຄືການສ້າງຄວາມໝັ້ນໃຈວ່າມັນຈະປອດໄພ ແລະ ໃຫ້ຄວາມຮູ້ແກ່ສາທາລະນະຊົນ ເພາະເມື່ອກ່າວເຖິງລຳແສງແລ້ວ ຜູ້ຄົນອາດຄິດວ່າມັນເປັນສິ່ງທີ່ອັນຕະລາຍ. ແຕ່ທາງບໍລິສັດໄດ້ຢືນຢັນວ່າມັນປອດໄພແນ່ນອນ ເພາະການສົ່ງ ແລະ ຮັບພະລັງງານລະຫວ່າງສອງຈຸດນີ້ບໍ່ໄດ້ສຳຜັດສິ່ງໃດນອກຈາກອາກາດ ເຖິງແມ່ນວ່າຈະມີນົກບິນຜ່ານໄປຜ່ານມາ ລຳແສງນີ້ກໍຈະບໍ່ເຈາະຜ່ານວັດຖຸຫຼືສິ່ງທີ່ມີຊີວິດໃດໆທັງນັ້ນ.

ນິວຊີແລນ

ທາງບໍລິສັດລະບຸວ່າ ເຮົາສາມາດເອົາມືຂອງເຮົາໄປວາງໄວ້ທາງກາງຂອງການສົ່ງກຳລັງພະລັງແຮງສູງໄດ້ເລີຍ ມັນບໍ່ແມ່ນເລເຊີ້, ມັນບໍ່ສາມາດເຈາະຜ່ານຮ່າງກາຍເຮົາໄດ້ ແລະ ເຮົາຕ້ອງຢູ່ໃນລະຫວ່າງລຳແສງນັ້ນເປັນເວລາດົນພໍສົມຄວນຈຶ່ງຈະຮູ້ສຶກເຖິງຄວາມຮ້ອນຈາກລຳແສງດັ່ງກ່າວ ປຽບເໝືອນເຮົາໄປຢືນຢູ່ກາງແດດທີ່ມີດວງຕາເວັນສົ່ງພະລັງງານຄວາມຮ້ອນລົງມາສູ່ເຮົານັ້ນເອງ.

ບໍລິສັດຍັງລະບຸອີກວ່າ ຕົວສົ່ງພະລັງງານຈະປິດການສົ່ງພະລັງງານທັນທີກ່ອນວັດຖຸໃດໆ ເຊັ່ນ: ນົກ ຫຼື ເຮືອບິນ ຈະມາສຳຜັດກັບລຳແສງງຫຼັກ ແລະ ລະບົບການກວດຈັບຕົວນີ້ ຈະເຮັດວຽກໄດ້ໃນທຸກສະພາບອາກາດ ບໍ່ວ່າຈະເປັນຝົນຕົກ, ໝອກລົງ, ຝຸ່ນ ຫຼື ລະອອງຕ່າງໆ.

ເກຣກ ຄຸສນີ້ ໝັ້ນໃຈວ່າຄວາມສຳເລັດຄັ້ງນີ້ຂອງ Emrod ຈະເປັນບາດກ້າວສຳຄັນທີ່ຈະພາເຮົາໄປສູ່ລະດັບຕໍ່ໄປຢ່າງແທ້ຈິງ ແລະ ບອກວ່າການຍິງລຳແສງເປັນສິ່ງທີ່ໜ້າຕື່ນເຕັ້ນທີ່ສຸດໃນດ້ານພະລັງງານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ