6 ເດືອນຜ່ານມາ! ໄຟຟ້າລາວສາຂາແຂວງເຊກອງ ມອບພັນທະໃຫ້ລັດ 1.8 ຕື້ກີບ

ໄຟຟ້າລາວ

ຕາມການລາຍງານຈາກ ທ່ານ ພູທົງ ຫຼວງໄຊຍະລາດ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງເຊກອງ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2022 ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ສາມາດເກັບລາຍຮັບໄດ້ທັງໝົດ 24 ຕື້ກວ່າກີບ. ໃນນີ້, ມອບພັນທະອາກອນເຂົ້າງົບປະມານ 1.8 ຕື້ກວ່າກີບ ແລະ ມີໜີ້ສິນຄ່າກະແສໄຟ ຟ້າຂອງຜູ້ຊົມໃຊ້ທັງໝົດ 2 ຕື້ກວ່າກີບ ທຽບໃສ່ທ້າຍປີ 2021 ລົດລົງ 68 ຕື້ກີບ. ໃນນັ້ນ ພາກສ່ວນທີ່ຂຶ້ນກັບສູນກາງ 360 ລ້ານກວ່າກີບ, ພາກສ່ວນທີ່ຂຶ້ນກັບງົບປະມານສາຍຕັ້ງ 742 ລ້ານກວ່າກີບ, ພາກສ່ວນທີ່ຂຶ້ນກັບງົບປະມານຂອງແຂວງ 828 ລ້ານກວ່າກີບ ແລະ ພາກສ່ວນທີ່ຂຶ້ນກັບງົບປະມານຂອງເມືອງ 116 ລ້ານກວ່າກີບ.

ໄຟຟ້າລາວ

ປັດຈຸບັນ, ທົ່ວແຂວງມີຕາຂ່າຍໄຟຟ້າ 0.4 ກິໂລໂວນ ຍາວ 415.,378 ກິໂລແມັດ ທຽບໃສ່ປີ 2021 ເພີ່ມຂຶ້ນ 6,556 ກິໂລແມັດ; ຕາຂ່າຍ 12.7 – 35 ກິໂລໂວນ, ຍາວ 953,304 ກິໂລແມັດ ເພີ່ມຂຶ້ນ 4,199 ກິໂລແມັດ; ມີໝໍ້ແປງ 572 ໜ່ວຍເພີ່ມຂຶ້ນ 14 ໜ່ວຍ, ມີກໍາລັງຕິດຕັ້ງທັງໝົດ 78,172 ກິໂລໂວນອໍາແປ; ມີໝໍ້ນັບໄຟ 20,096 ໜ່ວຍ ທຽບໃສ່ປີ 2021 ເພີ່ມຂຶ້ນ 649 ໜ່ວຍ; ມີບ້ານໄດ້ຊົມໃຊ້ໄຟຟ້າແລ້ວ 157 ບ້ານກວມເອົາ 78.89%, ເຮືອນໄດ້ຊົມໃຊ້ໄຟຟ້າ 17,940 ຫຼັງ, ກວມເອົາ 83.59% ຂອງຈໍານວນຫຼັງຄາເຮືອນທັງໝົດທົ່ວແຂວງ.

ທ່ານ ພູທົງ ຫຼວງໄຊຍະລາດ ໃຫ້ຮູ້ຕື່ມວ່າ: ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ເປັນລັດວິສາຫະກິດໜຶ່ງທີ່ສາຍຕັ້ງຂຶ້ນກັບ ລັດວິສາຫະກິດໄຟຟ້າລາວສໍານັກງານໃຫຍ່ນະຄອນຫຼວງວຽງຈັນ ແລະ ສາຍຂວາງຂຶ້ນກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງເຊກອງ. ໃນ 6 ເດືອນຕົ້ນປີ 2022 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງເຊກອງ ໄດ້ເຮັດໜ້າທີ່ທາງດ້ານການເມືອງ ແລະ ວິຊາສະເພາະຂອງຕົນຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ການບໍາລຸງຮັກສາສາຍສົ່ງໄຟຟ້າ ແລະ ຂະຫຍາຍຕາຂ່າຍໄຟຟ້າ ອອກສູ່ເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອສະໜອງກະແສໄຟຟ້າໃຫ້ປະຊາຊົນ ພາຍໃນແຂວງໄດ້ຊົມໃຊ້ຢ່າງທົ່ວເຖິງ.

ໄຟຟ້າລາວ

ຂໍ້ມູນໂດຍ:

https://cutt.ly/JC3NlQP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ