ວັດຊຽງທອງ ໃນມື້ທີ່ພິດໂຄວິດລິຂິດໃຫ້ສະຫງົບ


ໃນມື້ທີ່ພິດຂອງໂຄວິດລະບາດ ທີ່ວັດຊຽງທອງແຫ່ງນະຄອນຫຼວງພະບາງ ວັດທີ່ຂຶ້ນຊື່ດ້ວຍສະຖາປັດຕະຍະກຳທີ່ງົດງາມ ແລະ ເປັນເອກະລັກ ວັດທີ່ນັກທ່ອງທ່ຽວທຸກຄົນທີ່ເດີນທາງມາເມືອງແຫ່ງນີ້ ຈະຕ້ອງມາຮອດມາເຖິງໃຫ້ໄດ້ ຈາກປີ 2020 ທີ່ຜ່ານຈົນເຖິງປີນີ້ 2021 ຄວາມສະຫງົບໃນໄລຍະທີ່ການທ່ອງທ່ຽວບໍ່ຟົດຟື້ນຄືເມື່ອກ່ອນ ກໍໄດ້ໃຫ້ອີກຄວາມຮູ້ສຶກຄວາມສະຫງົບໜຶ່ງດັ່ງເວລາໄດ້ຢຸດລົງ,  ຍາກທີ່ຈະຮູ້ສຶກໄດ້ເຖິງລະດູການທ່ອງທ່ຽວ.

ຕາມປະຫວັດຂອງວັດຊຽງທອງແລ້ວ ເພິ່ນກ່າວໄວ້ວ່າ ວັດຊຽງທອງສ້າງຂຶ້ນເມື່ອກາງສະຕະວັດທີ 16 ໂດຍພະເຈົ້າໄຊເສດຖາທິລາດໃນໄລຍະປີ ຄ.ສ 1559-1560 ຕັ້ງຢູ່ແຄມນ້ຳຂອງ ໄກຈາກປາກນ້ຳຄານມາທາງໃຕ້ປະມານ 300 ແມັດ ເປັນວັດໜຶ່ງທີ່ໃຫຍ່ ແລະ ມີຄວາມສວຍງາມ.

ເປັນວັດທີ່ໄດ້ຮັບການອຸປະຖຳເບິ່ງແຍງຈາກເຈົ້າຊີວິດ ສີສະຫວ່າງວົງ ແລະ ເຈົ້າສີສະຫວ່າງວັດທະນາ ເປັນພິເສດ ໂດຍມອບໃຫ້ສາທຸໃຫຍ່ຄຳມ້າວບົວລະບັດຮັກສາ ບູລະນະສ້ອມແປງເປັນພິເສດໃນໄລຍະນັ້ນ.

ທີ່ວັດຊຽງທອງແຫ່ງນີ້ ມີສິ່ງກໍ່ສ້າງໃຫ້ຄຸນຄ່າທາງດ້ານປະຫວັດສາດ, ສິລະປະ ແລະ ວັດທະນະທຳ ທີ່ເປັນຮູບແບບຂອງລາວແທ້ໆ ບໍ່ວ່າຈະເປັນພຸດທະສີມາ, ຫໍໄຕ, ຫໍໄຫວ້, ພຣະທາດເຈດີ, ພຣະພຸດທະຮູບ ແລະ ອື່ນໆ ເຊິ່ງທີ່ຜ່ານມາກໍມີການບູລະນະຮັກສາໃໝ່ບາງບ່ອນ ແຕ່ກໍຍັງຮັກສາຮູບຊົງພື້ນຖານຂອງສິລະປະຕາມໂຄງເດີມ ເຊິ່ງຈຸດນີ້ເອງໄດ້ສະແດງໃຫ້ເຫັນເຖິງຄວາມງາມຂອງສິລະປະ ແລະ ສະຖາປັດຕະຍະກຳແບບສະກຸນຊ່າງລາວໂດຍແທ້.

ແລະ ໃນສ່ວນຂອງ ພຸດທະສີມາວັດຊຽງທອງນີ້ ໄດ້ຮັບການບູລະນະສ້ອມແປງເມື່ອປີ ຄ.ສ 1928, 1952-1960 ແລະ ພິເສດໃນປີ 1962 ເຊິ່ງໄດ້ມີການກໍສ້າງຫໍກອງປະກອບສິລະປະຕົກແຕ່ງທີ່ງົດງາມ ແລະ ໄດ້ປຸກສ້າງໂຮງມ້ຽນໂກດ (ພະເມມສົບ) ຂອງພະເຈົ້າຊີວິດ ສີສະຫວ່າງວົງ ໃນເວລາດຽວກັນ.

ເຊິ່ງການບູລະນະຄັ້ງຫຼ້າສຸດແມ່ນປີ 2015 ກໍໄດ້ມີການບູລະນະໂຄງສ້າງຫຼັງຄາ, ຕິດແກ້ວໂມເສກ, ຍອດຊໍ່ຟ້າແບບ 17 ຜາສາດ ແລະ ມີໂງຫົວນາກປະດັບໄວ້ເທິງຫຼັງຄາ ເຊິ່ງຄັ້ງນີ້ໄດ້ມີການນຳໃຊ້ວັດສະດຸໃໝ່ບາງພາກສ່ວນ ແຕ່ກໍຍັງຮັກສາໄວ້ເສັ້ນສີດັ້ງເດີມຢ່າງຄົບຖ້ວນ.

ໃຜທີ່ມີແຜນ ຫຼື ກຳລັງຄິດຈະວາງແຜນໄປຫຼວງພະບາງ ໄປຢ້ຽມຢາມວັດຊຽງທອງຫຼັງຈົບໄລຍະລັອກດາວນີ້ ກໍຢ່າລືມປະຕິບັດມາດຕະການທີ່ເພິ່ນວາງອອກຢ່າງເຄັ່ງຄັດນຳກັນ ສ່ວນໃຜທີ່ໄປແລ້ວກໍຢ່າລືມບອກໃຫ້ພວກເຮົາຮູ້ນຳເດີວ່າໄປແລ້ວມັກຫຍັງທີ່ສຸດຢູ່ວັດແຫ່ງນີ້.

ພາບ: LaoX Team

ຂໍ້ມູນ: Timeless Luangprabang, ພະແນກຖະແຫຼງຂ່າວ,​ວັດທະນະທຳ ແລະ ການທ່ອງທ່ຽວແຂວງຫຼວງພະບາງ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/