ສະຫະພັນກິລາບານເຕະຄົນພິການ ຈັດຕັ້ງຄະນະບໍລິຫານໃໝ່ ເພື່ອສຸມໃສ່ວຽກງານໃຫ້ກ້າວໄກ


ສະຫະພັນບານເຕະຄົນພິການລາວ ຕະຫຼອດໄລຍະທີ່ຜ່ານມາໄດ້ມີການພັດທະນາຂຶ້ນເທື່ອລະກ້າວ ພ້ອມກັບປະກອບການປ່ຽນແປງ ປະກາດແຕ່ງຕັ້ງຄະນະບໍລິຫານຂຶ້ນຢ່າງເປັນທາງການເມື່ອບໍ່ດົນມານີ້.

ໃນວັນທີ 6 ກໍລະກົດ 2021 ທີ່ຜ່ານມາ, ໄດ້ຈັດຕັ້ງຄະນະບໍລິຫານງານ ສະຫະພັນບານເຕະຄົນພິການແຫ່ງຊາດລາວ ຂຶ້ນຢ່າງເປັນທາງການ ໂດຍແຕ່ງຕັ້ງ ທ່ານ ລິດທິໄກ ພູມມະສັກ ເປັນປະທານ ເປັນທີ່ຮຽບຮ້ອຍ.

ການແຕ່ງຕັ້ງໃນຄັ້ງນີ້ ກໍເພື່ອແນ່ໃສ່ປັບປຸງກົງຈັກການຈັດຕັ້ງສະຫະພັນບານເຕະຄົນພິການແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງມີຄວາມສາມາດ ມີການພັດທະນາຂຶ້ນກວ່າເກົ່າ ແລະ ສ້າງສະຫະພັນໃຫ້ເຕີບໃຫຍ່ຂຶ້ນນັບມື້.

ພ້ອມດຽວກັນນີ້ ກໍເພື່ອທີ່ຈະຂະຫຍາຍວົງການກິລາຄົນພິການລາວ ໃຫ້ມີຄວາມກວ້າງໄກ ໃຫ້ຜູ້ຄົນໄດ້ຮັບຮູ້ໃນວົງການບານເຕະຄົນພິການຍິ່ງຂຶ້ນ ປະກອບກັບຈະສ້າງຜົນງານໃນການແຂ່ງຂັນລະດັບພາກພື້ນໄປສູ່ລະດັບສາກົນ.

ຂອບໃຈຂໍ້ມູນຈາກ: https://bit.ly/3xm8RAI

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/