Elon Musk ພ້ອມຂະຫຍາຍລະບົບອິນເຕີເນັດດາວທຽມ “Starlink” ໃຫ້ເຂົ້າເຖິງຜູ້ໃຊ້ໃນວົງກວ້າງຂຶ້ນພາຍໃນອີກ 1 ປີ


Starlink ຄືນະວັດຕະກຳ Internet ທີ່ສົ່ງສັນຍານຜ່ານດາວທຽມ, ຖືກພັດທະນາຂຶ້ນໂດຍບໍລິສັດ SpaceX ຂອງ Elon Musk ເຊິ່ງເປັນ Internet ຄວາມໄວສູງ ເພາະຖືກສົ່ງສັນຍານມາຈາກດາວທຽມທີ່ມີວົງໂຄຈອນຮອບຕ່ຳຫຼາຍ (Low Earth Orbit) ຈຶ່ງສາມາສົ່ງສັນຍານກັບມາໂລກໄດ້ສະດວກຂຶ້ນ.

ໂດຍ Internet ດາວທຽມ Starlink ໄດ້ເລີ່ມຖືກທົດສອບການໃຊ້ງານຕັ້ງແຕ່ເດືອນຕຸລາ ປີ 2020 ໃນປະເທດສະຫະລັດອາເມຣິກາ ແລະ ບາງປະເທດ ຈົນຮອດປັດຈຸບັນໄດ້ມີຜູ້ທີ່ໄດ້ນຳໃຊ້ອິນເຕີເນັດຂອງ Starlink ຫຼາຍກວ່າ 69,420 ຄົນ ໃນທົ່ວໂລກ.

ທາງ Elon Musk ເອງກໍໄດ້ຊຸກຍູ້ ແລະ ພັດທະນາ Starlink ໃຫ້ທົ່ວເຖິງ ແລະ ເຂົ້າເຖິງຜູ້ຄົນໄດ້ຫຼາຍຂຶ້ນ, ເຊິ່ງໃນງານ “Mobile World Congress (MWC)” ທີ່ໄດ້ຈັດຂຶ້ນແບບ ອອນໄລນ໌ເມື່ອວັນທີ 1 ກໍລະກົດ 2021 ທີ່ຜ່ານມາ ທາງ Elon Musk ເອງກໍໄດ້ອອກມາປະກາດວ່າ ຢາກຈະໃຫ້ຈຳນວນຜູ້ຊົມໃຊ້ Starlink ເພີ່ມຂຶ້ນຫຼາຍກວ່າ 500,000 ຄົນທົ່ວໂລກໃຫ້ໄດ້ ພາຍໃນ 12 ເດືອນຕໍ່ໜ້າ.

ມີການເປີດເຜີຍຂໍ້ມູນວ່າທາງ SpaceX ໄດ້ກຽມພ້ອມສຳລັບການຮອງຮັບຜູ້ໃຊ້ງານທີ່ຈະເພີ່ມຂຶ້ນດ້ວຍການ ປ່ອຍດາວທຽມຈຳນວນຫຼາຍກວ່າ 1,800 ດວງເຂົ້າສູ່ວົງໂຄຈອນເປັນທີ່ຮຽບຮ້ອຍແລ້ວ ໂດຍມີເປົ້າໝາຍໃຫຍ່ກໍຄືການປ່ອຍໃຫ້ຄົບ 12,000 ດວງ ພາຍໃນອີກ 5 ປີ ຕໍ່ຈາກນີ້ ເພື່ອພັດທະນາໃຫ້ Starlink ເຂົ້າເຖິງຜູ້ໃຊ້ງານໃນທຸກໆພື້ນທີ່ໃນໂລກ.

ປັດຈຸບັນອັດຕາຄ່າບໍລິການຂອງອິນເຕີເນັດ Starlink ຕົກຢູ່ທີ່ $99 ຕໍ່ເດືອນ ແລະ ມີຄ່າຕິດຕັ້ງພ້ອມກັບອຸປະກອນຮັບສັນຍານເລີ່ມຕົ້ນຢູ່ທີ່ $499 ເຊິ່ງແລກມາກັບຄວາມໄວໃນການດາວໂຫຼດຢູ່ທີ່ 100Mbps ແລະ ອັບໂຫຼດຢູ່ທີ່ 20Mbps.

ເຖິງວ່າອິນເຕີເນັດດາວທຽມຈະມີສ່ວນສະດວກສະບາຍເທົ່າໃດ ແຕ່ຂໍ້ເສຍກໍຄືການທີ່ຄ່າບໍລິການຂ້ອນຂ້າງສູງ ເມື່ອທຽບກັບຄວາມໄວທີ່ໄດ້ຮັບມາ ແລະ ຍັງມີຄວາມບໍ່ສະຖຽນ ເພາະການຮັບສັນຍານແມ່ນຕ້ອງຜ່ານຈານຮັບ ແລະ ສະພາບແວດລ້ອມອ້ອມຂ້າງກໍມີຜົນຫຼາຍ.

ຂອບໃຈຂໍ້ມູນຈາກ:​

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/