ຕຸລະກີ ດຳເນີນການສັກວັກຊິນ ເຂັມທີ 3 ໃຫ້ແກ່ບຸກຄະລາກອນທາງການແພດ


ຕຸລະກີ ເຄື່ອໄຫວການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ 3 ໃຫ້ແກ່ບຸກຄະລາກອນທາງການແພດ ແລະ ຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ຄວບຄູ່ໄປກັບແຜນການສັກວັກຊີນໃຫ້ແກ່ປະຊາຊົນທົ່ວປະເທດ.

ທ່ານ ຟາເຣດຕິນ ໂຄກາ, ລັດຖະມົນຕີສາທາລະນະສຸກ ຂອງປະເທດຕຸລະກີ ໄດ້ຖະແຫຼງຂ່າວວ່າ ຜົນການປະຊຸມຂອງຄະນະກຳມະການທີ່ປຶກສາທາງດ້ານວິທະຍາສາດກ່ຽວກັບໄວຣັດໂຄໂລນາ ໂດຍທີ່ປະຊຸມມີມະຕິໃຫ້ກຸ່ມບຸຄະລາກອນທາງການແພດ ລວມທັງຜູ້ທີ່ມີອາຍຸ 50 ຂຶ້ນໄປ ເປັນເກນໃນການກຳນົດທີ່ສາມາດຈອງຄິວ ເພື່ອຂໍຮັບວັກຊີນປ້ອງການພະຍາດໂຄວິດ-19 ເຂັມທີ 3 ໄດ້ທັນທີ.

ນອກຈາກນັ້ນ, ຄະນະກຳມະການດັ່ງກ່າວ ຍັງມີມະຕິໃຫ້ຜູ້ທີ່ປ່ວຍເປັນພະຍາດ ໂຄວິດ-19 ສາມາດເຂົ້າຮັບວັກຊີນໄດ້ຫຼັງຈາກປິ່ນປົວຫາຍດີແລ້ວ 3 ເດືອນ ຈາກມະຕິສະບັບເກົ່າທີ່ກຳນົດວ່າ 6 ເດືອນ, ເນື່ອງຈາກມີການປະເມີນແລ້ວວ່າໄລຍະເວລາດັ່ງກ່າວຈະຊ່ວຍສ້າງ ແລະ ເພີ່ມພູມຕ້ານທານ ແລະ ລະດັບໃນການປ້ອງກັນພະຍາດໂຄວິດ-19 ໄດ້ດີຂຶ້ນ.

ປະເທດຕຸລະກີ ມີປະຊາກອນທັງໝົດ ປະມານ 83 ລ້ານຄົນ ເຊິ່ງໄດ້ເລີ່ມສັກວັກຊີນຊີໂນແວັກ (Sinovac) ຂອງ ສປ ຈີນ ໃຫ້ແກ່ປະຊາຊົນທົ່ວປະເທດຕັ້ງແຕ່ເດືອນມັງກອນທີ່ຜ່ານມາ ໂດຍເລີ່ມຈາກສັກໃຫ້ແກ່ບຸກຄະລາກອນທາງການແພດ ແລະ ຜູ້ສູງອາຍຸ ກ່ອນທີ່ຈະເພີ່ມວັກຊີນ ໄຟເຊີ (Pfizer) ເຂົ້າມາ. ນອກຈາກນັ້ນ, ທ່ານ ຟາເຣດຕິນ ໂຄກາ ຍັງລະບຸວ່າ ການເວັ້ນໄລຍະການສັກວັກຊີນຈາກເຂັມທຳອິດ ແລະ ເຂັມທີ 2 ແມ່ນ 6 ອາທິດ ຈາກໄລຍະເກົ່າ ເຊິ່ງຈະລົດລົງເຫຼືອ 4 ອາທິດ ເພື່ອຕໍ່ສູ້ກັບການລະບາດຂອງໄວຣັດກາຍພັນ ໂດຍສະເພາະສາຍພັນເດວຕາ, ຫຼັງຈາກພົບວ່າ ຜູ້ຕິດເຊື້ອພະຍາດກາຍພັນ ແມ່ນເພີ່ມຫຼາຍຂຶ້ນທົ່ວປະເທດ ໂດຍພົບຜູ້ຕິດເຊື້ອ ໃນ 26 ແຂວງ.

ຢ່າງໃດກໍຕາມ, ກະຊວງສາທາລະນະສຸກ ຕຸລະກີ ຍັງລະບຸຕື່ມວ່າ ຕຸລະກີ ໄດ້ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນ ແລະ ບຸຄະລາກອນທາງການແພດໄປແລ້ວ ທັງໝົດລວມກັນ ຫຼາຍກວ່າ 50ລ້ານເຂັມ ແລະ ມີຄົນສັກວັກຊີນເຂັມ 2 ໄປແລ້ວຫຼາຍກວ່າ 15.1ລ້ານຄົນ.

ທີ່ມາ:  http://www.xinhuanet.com/english/2021-07/01/c_1310038431.htm

ພາບ: thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/