ສ.ເກົາຫຼີ ປ່ຽນຕຸກນ້ຳດື່ມທຸກແບຣນ ເປັນຕຸກນ້ຳທີ່ບໍ່ມີສະຫຼາກພລາສຕິກຫຸ້ມຫໍ່ແລ້ວ!!!


ສ.ເກົາຫຼີ ເປັນອີກປະເທດໜຶ່ງທີ່ຈິງຈັງກັບການແຍກຂີ້ເຫຍື້ອ ເຖິງຂັ້ນທີ່ວ່າ ກ່ອນຈະຖິ້ມຕຸກນ້ຳ ຕ້ອງແກະພລາສຕິກທີ່ຫຸ້ມຫໍ່ຢູ່ກັບຕຸກນ້ຳອອກກ່ອນ ເຊິ່ງສະຫຼາກພລາສຕິກພວກນີ້ສ່ວນໃຫຍ່ກໍຈະເປັນ PVC ຈຶ່ງເຮັດໃຫ້ກຳຈັດລຳບາກ ກະຊວງສິ່ງແວດລ້ອມເລີຍແກ້ບັນຫາດ້ວຍການຕັດສິ່ງເຫຼົ່ານັ້ນອອກໄປເລີຍ.

ຕຸກນ້ຳແຕ່ລະແບຣນແກ້ບັນຫາດ້ວຍການປ້ຳກາແບຣນນູນຂຶ້ນມາແທນ ຫຼື ຈະເລເຊີ້ສັກລົງໄປເລີຍກໍໄດ້ ແລະ ໃນບາງແບຣນກໍຍັງມີອັກສອນເບວສຳລັບຜູ້ພິການທາງສາຍຕາໃຫ້ອ່ານໄດ້ອີກດ້ວຍ!!!

ນີ້ເປັນພຽງ 1 ໃນ 3 ນະໂຍບາຍໃນປີ 2021 ຂອງກະຊວງສິ່ງແວດລ້ອມເກົາຫຼີເທົ່ານັ້ນ ຍັງມີອີກ 2 ນະໂຍບາຍທີ່ສົ່ງເສີມການຣີໄຊເຄິນຕຸກນ້ຳ ເຊິ່ງເຮັດໃຫ້ມີລາຄາສູງຂຶ້ນ ຜູ້ຜະລິດຈ່າຍພາສີ EPR ໜ້ອຍລົງ.

ນອກຈາກນັ້ນ ຍັງມີນະໂຍບາຍ ຣີຟິລ ໂດຍມີເປົ້າໝາຍວ່າ ການເຕີມຣີຟິລນັ້ນຈະຕ້ອງຖືກກວ່າຊື້ນ້ຳຕຸກໃໝ່ສະເໝີ!!!

ຂອບໃຈຂໍ້ມູນຈາກ:

https://cutt.ly/2mnEFXn

https://cutt.ly/FmnESEg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/