ສິງກະໂປບໍ່ນັບຄົນທີ່ສັກວັກຊີນ Sinovac ເຂົ້າໃນລະບົບການສັກວັກຊີນໃນປະເທດ


ກະຊວງສາທາລະນະສຸກສິງກະໂປເຜີຍວ່າ ຈະບໍ່ນັບຜູ້ທີ່ສັກວັກຊີນ Sinovac ເຂົ້າໃນລະບົບສະຖິຕິການນັບຈຳນວນຜູ້ສັກວັກຊີນຂອງປະເທດ ຈະນັບເອົາແຕ່ຜູ້ທີ່ສັກ Pfizer ແລະ Moderna ເທົ່ານັ້ນ.

ໃນຂະນະດຽວກັນ ປະຊາຊົນໃນສິງກະໂປໄດ້ສັກວັກຊີນໄປແລ້ວເຖິງ 5.78 ລ້ານໂດສ ໃນນັ້ນ 2.2 ລ້ານຄົນແມ່ນໄດ້ສັກວັກຊີນໂດສທີ 2 ຄົບແລ້ວ ແລະ 3.6 ລ້ານຄົນໄດ້ຮັບວັກຊີນຂອງ Pfizer ແລະ Moderna ຢ່າງໜ້ອຍ 1 ໂດສ ນັບເປັນ 2/3 ຂອງປະຊາກອນທັງໝົດໃນປະເທດ.

ສ່ວນການສັກວັກຊີນ Sinovac ນັ້ນ ສິງກະໂປໄດ້ອະນຸມັດໃຫ້ຄີນິກເອກະຊົນບາງແຫ່ງເລີ່ມສັກໃຫ້ພົນລະເມືອງໄດ້ແລ້ວ. ຕັ້ງແຕ່ວັນທີ 18 ມິຖຸນາ 2021 ຮອດປັດຈຸບັນມີຄົນສັກວັກຊີນ Sinovac ໄປແລ້ວ 17,000 ຄົນທົ່ວປະເທດ ເຫດຜົນຫຼັກທີ່ເຮັດໃຫ້ຄົນສິງກະໂປຈຳນວນໜຶ່ງເລືອກສັກ Sinovac ກໍຍ້ອນວ່າບຸກຄົນເຫຼົ່ານັ້ນ ຕ້ອງການຈະເດີນທາງໄປປະເທດຈີນ. ໃນຂະນະດຽວກັນ ປະເທດຈີນໄດ້ມີນະໂຍບາຍໃຫ້ຄົນທີ່ສັກວັກຊີນໂຄວິດ-19 ຂອງຈີນເຊັ່ນ: Sinopharm ແລະ Sinovac ສາມາດເດີນທາງເຂົ້າປະເທດໄດ້ໂດຍໄດ້ຮັບການອຳນວຍຄວາມສະດວກທາງດ້ານວີຊ້າ ເຮັດໃຫ້ເຂົ້າປະເທດໄດ້ງ່າຍກວ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/