ປະທານາທິບໍດີ ເຮຕິ ຖືກຄົນຮ້າຍລອບສັງຫານ ເສຍຊີວິດຄາທີ່


ໃນວັນທີ 7 ກໍລະກົດ 2021 ນີ້ ສຳນັກຂ່າວຕ່າງປະເທດລາຍງານຂ່າວດ່ວນວ່າ “ທ່ານ ໂຊເວເເນວ ມອຍສ” ປະທານາທິບໍດີ ສາທາລະນະລັດເຮຕິ ອາຍຸ 53 ປີ ຖືກລອບສັງຫານທີ່ເຮືອນພັກຂອງຕົນ ໃນນະຄອນຫຼວງປໍໂຕແປຣ ເມືອງຫຼວງຂອງ ສາທາລະນະລັດເຮຕິ ເວລາ 1:00 ກາງຄືນ ຕາມເວລາທ້ອງຖິ່ນ ໂດຍກຸ່ມທີ່ກໍ່ເຫດໄດ້ໃຊ້ອາວຸດບຸກເຂົ້າໄປໃນເຮືອນ ແລະ ໄດ້ຍິງ ທ່ານ ໂຊເວແນວຈົນເສຍຊີວິດ ໃນຂະນະທີ່ ທ່ານນາງ ມາຣີນ ໂມອີສ ພັນລະຍາຂອງທ່ານປະທານາທິບໍດີກໍໄດ້ຮັບບາດເຈັບ ແລະ ກຳລັງຮັບການຮັກສາຢູ່ໂຮງໝໍ.

ແນວໃດກໍຕາມ, ທ່ານ ໂຄຣດ ໂຈເຊບ ຮັກສາການປະທານາທິບໍດີ ສາທາລະນະລັດເຮຕິ ໄດ້ຖະແຫຼງການເລື່ອງດັ່ງກ່າວວ່າເປັນຄວາມຈິງ  ແລະ ຕົນເອງໄດ້ຮັກສາການຕຳແໜ່ງປະທານາທິບໍດີກ່ອນເປັນການຊົ່ວຄາວ ພ້ອມກັບປະນາມການກະທຳດັ່ງກ່າວວ່າເປັນການກະທຳທີ່ບໍ່ມີມະນຸດສະທຳ ແລະ ປ່າເຖື່ອນ.

ການສັງຫານຄັ້ງນີ້ເກີດຂຶ້ນຫຼັງຈາກບັນຫາຄວາມຂັດແຍ້ງທາງການເມືອງ ແລະ ສະພາບການທີ່ຍັງບໍ່ໝັ້ນຄົງໃນ ສາທາລະນະລັດເຮຕິ ເຊິ່ງເມື່ອກ່ອນ ທ່ານ ໂຊເວເເນວ ມອຍສ ໄດ້ຖືກພະຍາຍາມລອບສັງຫານມາກ່ອນແລ້ວ 1 ຄັ້ງ ເມື່ອເດືອນກຸມພາທີ່ຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/