5 ຂໍ້ທີ່ຄວນລະມັດລະວັງ ໃນການນຳໃຊ້ລົດເວລາທີ່ຝົນຕົກ


ເມື່ອກ້າວເຂົ້າສູ່ລະດູຝົນ ປະຕິເສດບໍ່ໄດ້ເລີຍວ່າອຸປະສັກຫຼັກໆຂອງການເດີນທາງກໍແມ່ນເວລາທີ່ຝົນຕົກ ເຊິ່ງສົ່ງຜົນກະທົບຫຼາຍຢ່າງຕໍ່ຜູ້ທີ່ນຳໃຊ້ລົດ ແລະ ຫົນທາງ ບໍ່ວ່າຈະເປັນທັງລົດຈັກ ແລະ ລົດໃຫຍ່, ອາດຈະສ້າງຄວາມເປິເປື້ອນໄປຈົນຮອດເກີດອຸບັດຕິເຫດ.

ຈຶ່ງຢາກຈະສະເໜີ 5 ຂໍ້ຄວນລະວັງໃນການນຳໃຊ້ລົດໃນຂະນະທີ່ຝົນຕົກ ໂດຍສະເພາະລົດໃຫຍ່ເພື່ອໃຫ້ເກີດຄວາມປອດໄພໃນການຂັບລົດທ່າມກາງສາຍຝົນ.

  1. ບໍ່ຄວນເປີດໄຟສຸກເສີນ

ການເປີດໄຟສຸກເສີນໃນຂະນະທີ່ຝົນຕົກ ອາດມີຈຸດປະສົງເພື່ອໃຫ້ລົດ ຫຼື ຜູ້ທີ່ນຳໃຊ້ຫົນທາງຮ່ວມກັນສັງເກດເຫັນລົດຂອງເຮົາງ່າຍຂຶ້ນ ແຕ່ກໍສົ່ງຜົນກະທົບຫຼາຍຢ່າງເຊັ່ນ: ອາດຈະເຮັດໃຫ້ລົດຄັນທີ່ຢູ່ດ້ານຫຼັງເກີດຄວາມສັບສົນ ແລະ ຕາລາຍເນື່ອງຈາກຈັງຫວະມິບມັບຂອງແສງໄຟ ບວກກັບເມັດຝົນທີ່ຕົກລົງມາ ຈຶ່ງອາດຈະເຮັດໃຫ້ການຕັດສິນໃຈໃນການຂັບຂີ່ຂອງລົດຄັນອື່ນມີຄວາມຜິດພາດໄປ.

ນອກຈາກນີ້ ຂະນະທີ່ມີການເປີດໄຟສຸກເສີນ ຈະເຮັດໃຫ້ໄຟລ້ຽວບໍ່ສາມາດໃຊ້ງານໄດ້ຕາມປົກກະຕິ ຈົນເຮັດໃຫ້ລົດທີ່ຢູ່ດ້ານຫຼັງບໍ່ສາມາດຮູ້ວ່າ ເຮົາຈະປ່ຽນເລນ ຫຼື ລ້ຽວໄປໃນທິດທາງໃດ, ເຊິ່ງອາດຈະກໍ່ໃຫ້ເກີດອຸບັດຕິດເຫດຕາມມາໄດ້.

  1. ງົດການໃຊ້ຄວາມໄວສູງ

ໃນເວລາທີ່ຝົນຕົກອາດຈະສົ່ງຜົນກະທົບໃຫ້ຫົນທາງປຽກ ແລະ ມື່ນ ສາມາດເຮັດໃຫ້ລົດເສຍຫຼັກໄດ້ງ່າຍຈົນອາດຈະໄປຕຳກັບລົດຄັນອື່ນ ຫຼື ເສຍຫຼັກໄດ້.

  1. ບໍ່ຂົບລົດໃກ້ກັບລົດຄັນອື່ນຫຼາຍເກີນໄປ

ປົກກະຕິແລ້ວການເບກລົດກໍຕ້ອງມີໄລຍະເບກ ຍິ່ງເປັນເວລາທີ່ຝົນຕົກແລ້ວການເບກກໍຈຳເປັນຕ້ອງໃຊ້ໄລຍະໄກກວ່າປົກກະຕິ ເຊິ່ງຖ້າຂັບໃກ້ກັນຈົນເກີນໄປ ກໍລະນີທີ່ຕ້ອງມີການເບກຫຼືຢຸດກະທັນຫັນກໍອາດຈະເຮັດໃຫ້ໄປຕຳກັບລົດທີ່ຢູ່ດ້ານໜ້າໄດ້ງ່າຍກວ່າ ຄວນຈະຂັບໃຫ້ຫ່າງອອກໄປໄລຍະປະມານ 3-4 ຄັນລົດ ຈຶ່ງຖືວ່າເປັນໄລຍະທີ່ເໝາະສົມ ແລະປອດໄພ.

  1. ບໍ່ຫັກພວງມາໄລລົດແຮງຈົນເກີນໄປ

ໃນຂະນະທີ່ເຮົາກຳລັງຂັບລົດດ້ວຍຄວາມໄວຢູ່ນັ້ນ ການຫັກພວງມາໄລ ແບບກະທັນຫັນ ຫຼື ແຮງເກີນໄປອາດຈະເຮັດໃຫ້ລົດເສຍຫຼັກໄດ້ງ່າຍໂດຍສະເພາະຢູ່ເທິງພື້ນຫົນທາງທີ່ປຽກ ກໍລະນີທີ່ຕ້ອງຫຼົບຫຼີກສີ່ງກີດຂວາງທີ່ຢູ່ດ້ານໜ້າ.

  1. ບໍ່ຂີ່ລົດລຸຍນ້ຳເລິກຫາກບໍ່ຈຳເປັນ

ຫຼາຍໆເທື່ອທີ່ມີຝົນຕົກອາດເຮັດໃຫ້ເກີດມີນ້ຳຖ້ວມຂັງຕາມຫົນທາງ ທາງທີ່ດີກໍຄືບໍ່ຄວນຂັບລົດລຸຍໄປໃນຈຸດທີ່ເປັນນ້ຳຂັງ ຫຼື ດິນຫຼຸບທີ່ມີນ້ຳຢູ່ ເພາະອາດຈະເຮັດໃຫ້ນ້ຳຖືກດູດເຂົ້າໄປໃນເຄື່ອງຈັກຂອງລົດໄດ້ ຈົນສົ່ງຜົນເສຍຢ່າງຫຼວງຫຼາຍແກ່ເຄື່ອງຈັກ ຄວນຫຼີກເວັ້ນທາງທີ່ມີຂຸມເລິກ ຫຼື ບ່ອນທີ່ເປັນນ້ຳຂັງ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍດັ່ງກ່າວ.

ຂໍ້ມູນຈາກ : https://www.sanook.com/auto/80428/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/