ອົງການນົມດີເພື່ອຄົນລາວ ເປັນໂຄງການທີ່ຊຸກຍູ້ສົ່ງເສີມໃຫ້ປະຊາຊົນລ້ຽງໄກ່


ອົງການນົມດີເພື່ອຄົນລາວ ເປັນໂຄງການທີ່ຊຸກຍູ້ໃຫ້ປະຊາຊົນລ້ຽງໄກ່ ທີ່ນອນຢູ່ໃນໃນໂຄງການທາງສາທາລະນະລັດເກົາຫຼີ ປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍສະເພາະການຊຸກຍູ້ໃຫ້ປະຊາຊົນໃນການລ້ຽງໄກ່ແບບທຳມະຊາດ, ເຊິ່ງໄດ້ເລີ່ມປະຕິບັດມາແຕ່ປີ 2020 ໂດຍທາງໂຄງການຈະສະໜອງລູກໄກ່ໃຫ້ຄອບຄົວລະ 250 ໂຕ, ພ້ອມອາຫານ ແລະ ຈັດເຝິກອົບຮົມ ໃຫ້ປະຊາຊົນທີ່ເປັນສະມາຊິກ ມາສ້າງຄວາມຮູ້ໃຫ້ໄປປະຕິບັດບົວລະບັດຮັກສາໄກ່ໃຫ້ຖືກວິທີ.

ພາຍຫຼັງທີ່ທາງອົງການໄດ້ສະໜອງລູກໄກ່ ຫົວອາຫານ ພ້ອມຈັດເຝິກອົບຮົມໃຫ້ສະມາຊິກແລ້ວ ເມື່ອຮອດກຳນົດ 75​ມື້ ອົງການກໍຈະຊື້ຄືນຕາມລາຄາທີ່ທັງສອງຝ່າຍຕົກລົງເຫັນດີກັນ.

ກິດຈະກຳດັ່ງກ່າວນີ້ ຖືໄດ້ວ່າເຮັດໃຫ້ປະຊາຊົນຮູ້ຈັກກັບເຕັກນິກການລ້ຽງໄກ່ທີ່ຖືກວິທີ ແລ້ວຍັງສາມາດສ້າງລາຍຮັບໃຫ້ຄອບຄົວອີກ. ມາຮອດປັດຈຸບັນອົງການນົມດີເພື່ອຄົນລາວ ມີສະມາຊິກລ້ຽງໄກ່ທັງໝົດ 18 ຄອບຄົວ. ເຊິ່ງທາງຄອບຄົວກໍໄດ້ເວົ້າວ່າ ລາຍຮັບແຕ່ລະເດືອນປະມານ 2-3 ລ້ານ ສາມາດເຮັດໃຫ້ຄອບຄົວມີລາຍຮັບ ແລະ ສ້າງພື້ນຖານຄອບຄົວໃຫ້ກວ້າງໄກອອກໄປ.

ໃນອະນາຄົດຕໍ່ໜ້າ ໂຄງການກໍມີແຜນຂະຫຍາຍເປັນວົງກວ້າງ ແລະ ສະໜັບສະໜູນປະຊາຊົນ ໃຫ້ໄດ້ປະມານ 60 ຄອບຄົວ ຕາມເປົ້າໝາຍການຈັດຕັ້ງປະຕິບັດ.

ຂອບໃຈຂໍ້ມູນຈາກ: https://bit.ly/3AHzKRJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/