“ແລມດາ” ໄວຣັສສາຍພັນໃໝ່ທີ່ອາດຈະອັນຕະລາຍກວ່າ “ເດລຕາ”


ແລມດາ (Lamda) ໄວຣັສໂຄວິດສາຍພັນໃໝ່ ຫຼື ສາຍພັນ C.37 ກຳລັງແຜ່ລະບາດໜັກໃນອາເມຣິກາໃຕ້ ເຊິ່ງເປັນທີ່ໜ້າກັງວົນວ່າອາດຈະເປັນອີກສາຍພັນທີ່ເຮັດໃຫ້ເກີດການລະບາດໄດ້ວ່ອງໄວ ແລະ ຮຸນແຮງເກີນຄາດ.

ປັດຈຸບັນ ມີຢ່າງໜ້ອຍ 29 ປະເທດ ທີ່ພົບສາຍພັນແລມດາ ໂດຍທາງກະຊວງສະທາລະນະສຸກຂອງມາເລເຊຍໄດ້ອອກມາເຕືອນວ່າ ໄວຣັສຊະນິດນີ້ຮ້າຍແຮງກວ່າສາຍພັນເດລຕາອີກ.

ຮອດດຽວນີ້ ອົງການອະນາໄມໂລກຍັງຄົງກຳນົດໃຫ້ໄວຣັສສາຍພັນແລມດາເປັນ Variant of Interest (VOI) ຫຼື ໄວຣັສກາຍພັນທີ່ຕ້ອງໃຫ້ຄວາມສົນໃຈເຝົ້າລະວັງ ເຊິ່ງຕ່າງຈາກໄວຣັສສາຍພັນເດລຕາທີ່ເປັນ Variant of Concern (VOC) ຫຼື ໄວຣັສກາຍພັນທີ່ໜ້າເປັນຫ່ວງ ແລະ ໜ້າວິຕົກກັງວົນໄປແລ້ວ.

ໄວຣັສສາຍພັນແລມດາ ຖືກພົບຄັ້ງທຳອິດໃນປະເທດເປຣູເມື່ອເດືອນສິງຫາ ປີ 2020 ໂດຍພົບຜູ້ຕິດເຊື້ອສາຍພັນນີ້ສູງເຖິງ 81% ຂອງຜູ້ປ່ວຍໂຄວິດໃນເປຣູ ແລະ 1/3 ຂອງຈຳນວນຜູ້ປ່ວຍໂຄວິດໃນປະເທດຊິລີ ແລະ ຍັງມີຜູ້ຕິດເຊື້ອໃນປະເທດແມັກຊິໂກ ແລະ ອາເຈນຕິນາອີກດ້ວຍ, ເຊິ່ງໃນເປຣູກໍເປັນປະເທດທີ່ມີອັດຕາການເສຍຊີວິດຈາກໂຄວິດສູງເປັນອັນດັບຕົ້ນໆຂອງໂລກອີກປະເທດ.

ເມື່ອທ້າຍເດືອນມິຖຸນາ 2021 ທີ່ຜ່ານມາ ສະຫະລັດອາເມຣິກາພົບຜູ້ຕິດເຊື້ອສາຍພັນນີ້ເຖິງ 600 ຄົນ ເຊິ່ງໄວຣັສກາຍພັນແລມດານັ້ນມີລັກສະນະທີ່ຊັບຊ້ອນຫຼາຍຕຳແໜ່ງ ໂດຍພົບຈຸດກາຍພັນ 7 ຈຸດໃນໂປຣຕີນທີ່ເປັນສ່ວນໜາມຂອງຕົວໄວຣັສ ເມື່ອທຽບກັບໄວຣັສໂຄວິດດັ້ງເດີມທີ່ພົບໃນອູ່ຮັນ, ມັນສາມາດແຜ່ລະບາດໄດ້ຢ່າງໄວວາ ແລະ ຍັງສາມາດລົດປະສິດທິພາບຂອງພູມຕ້ານທານບາງຕົວທີ່ມີຄວາມສາມາດຢຸດໄວຣັສໄດ້ອີກດ້ວຍ.

ທີມນັກວິໄຈຈາກມະຫາວິທະຍາໄລນິວຢອກ ໄດ້ລະບຸວ່າ ໄວຣັສກາຍພັນແລມດາສາມາດຕ້ານທານພູມຕ້ານທານຈາກວັກຊີນສູງກວ່າໄວຣັສໂຄວິດແບບດັ້ງເດີມເຖິງ 3.3 ເທົ່າ.

ເຖິງຈະເປັນແບບນັ້ນ ແຕ່ຈາກການທົດລອງພົບວ່າ ຖ້າຫາກສັກວັກຊີນຊະນິດ mRNA ເຊິ່ງໄດ້ແກ່ວັກຊີນຂອງ Pfizer ແລະ Moderna ເຖິງຈະມີພູມຕ້ານທານຕ່ຳລົງກວ່າເກົ່າແຕ່ກໍບໍ່ໄດ້ແມ່ນບັນຫາ ເພາະວັກຊີນປະເພດ mRNA ສາມາດຮັບມືກັບໄວຣັສກາຍພັນຊະນິດນີ້ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/