ມາຮູ້ຈັກກັບ “Sua” ນາງແບບດິຈິຕອນ ບາດກ້າວໃໝ່ຂອງວົງການບັນເທີງໃນອະນາຄົດ


Sua ແມ່ນ ມະນຸດ ດິຈິຕອນ (Human Digital) ທີ່ຖືກສ້າງຂຶ້ນໃນ ສ.ເກົາຫຼີ ເພື່ອນຳໄປໃຊ້ເພື່ອຕໍ່ຍອດຕາມສື່ບັນເທີງຕ່າງໆ ເຊິ່ງສ້າງຂຶ້ນມາໂດຍ ບໍລິສັດເທັກໂນໂລຢີ ອອນມາຍ On Mind ແລະ ມີປະທານບໍລິສັດຢ່າງ Hyeong-il Kim ເປັນຜູ້ນຳພາ.

ມະນຸດ ດິຈິຕອນ ເລີ່ມກາຍເປັນສິ່ງທີ່ຫຼາຍບໍລີສັດເທັກໂນໂລຢີໃຫ້ຄວາມສົນໃຈເປັນຈຳນວນຫຼາຍ ເຊິ່ງ Sua ເອງກໍແມ່ນບາດກ້າວໜຶ່ງ ທີ່ຈະນຳພາໄປສູ່ “ສັງຄົມຄົນມີຊື່ສຽງໃນໂລກດິຈິຕອນ” ຕໍ່ໄປໃນອານາຄົດ.

ເບື້ອງຫຼັງຂອງຄວາມທັນສະໄໝ ແລະ ສົມຈິງຂອງ Sua ແມ່ນເທັກໂນໂລຢີທີ່ມີຊື່ວ່າ High Definition Render Pipeline (HDRP) ເຊິ່ງເປັນຕົວສະແດງຜົນຂຶ້ນມາພ້ອມກັບວິດີໂອທີ່ມີຄວາມລະອຽດເຖິງ 4K ແລະ 30 ເຟຣມຂຶ້ນໄປ ດັ່ງນັ້ນຊັບພະຍາກອນທາງເອເລັກໂຕຣນິກທີ່ຖືກນຳໃຊ້ ຕ້ອງສູງພໍສົມຄວນ ໂດຍສະເພາະຫາກນຳໄປສະຕີມ ກັບຊອບແວອື່ນໆ ກໍຈະຕ້ອງເພີ່ມປະສິດທິພາບໄປຕາມແຕ່ລະກໍລະນີ. ເຄື່ອງມືດັ່ງກ່າວຈະສ້າງ ຕົ້ນແບບ (Model) ມະນຸດດິຈິຕອນ ຂຶ້ນມາໄດ້ດ້ວຍຟິສິກ ແລະ ແສງເງົາທີ່ຖືກຕ້ອງ ພ້ອມກັບ ຟັງຊັນທາງການເຄື່ອນໄຫວ ແລະ ອື່ນໆ.

ບໍລິສັດ ອອນມາຍຕັ້ງເປົ້າໄວ້ວ່າ ຈະໃຫ້ Sua ອອກມາຕີຕະຫຼາດວົງການບັນເທີງຂອງເກົາຫຼີ ແລະ ອາດຈະມີການປາກົດເຂົ້າໄປຮ່ວມເປັນສະມາຊິກໃນວົງ K-pop ວົງໃດວົງໜຶ່ງກໍເປັນໄປໄດ້ ພ້ອມກັນນັ້ນ ບໍລິສັດວ່າເບິ່ງການໄກວ່າ ຕະຫຼາດຈະຕ້ອງມີຄວາມຕ້ອງການ ມະນຸດ ດິຈິຕອນ ທີ່ສູງຂຶ້ນ ໂດຍຈະໃຊ້ປະໂຫຍດຂອງ AI ທີ່ສາມາດຈຳລອງສຽງ, ສັງເຄາະສຽງ, ຈື່ຈຳພາບ, ຈື່ຈຳທ່າທາງ ໂດຍບໍ່ຕ້ອງມີຄົນມາສະແດງອີກຕໍ່ໄປ.

ຖ້າທ່ານຢາກຕິດຕາມ ຄວາມຄືບໜ້າຂອງໂຄງການ Sua ແມ່ນສາມາດຕິດຕາມໄດ້ທີ່ ແອັບພິເຄຊັນ ທະວິດເຕີ (Twitter) ຂອງ Hyeong-il Kim.

ທີ່ມາ: https://www.gamingdose.com/news/tech/ทำความรู้จักกับ-sua-นางแบบ/

ພາບ: gamingdose

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/