ວັກຊີນເຮັດວຽກແນວໃດ?


ເມື່ອໄດ້ຮັບການສັກວັກຊີນແລ້ວ, ມັນຈະຊ່ວຍເຮົາຈາກໂຣກຕ່າງໆແນວໃດ?

ໃນຄວາມເປັນຈິງແລ້ວ, ຮ່າງກາຍຂອງຄົນເຮົານັ້ນມີລະບົບປ້ອງກັນ ແລະ ກຳຈັດຕໍ່ສິ່ງແປກປອມທີ່ເຂົ້າມາ. ດັ່ງນັ້ນ, ການໃຊ້ວັກຊີນບໍ່ແມ່ນເປັນຢາແກ້ ແຕ່ກໍເພື່ອໄປກະຕຸ້ນໃຫ້ຮ່າງກາຍກຳຈັດເຊື້ອໄປດ້ວຍຕົນເອງ.​

ເຊື້ອໂຣກແມ່ນ: ແບັກທີເຣຍ, ໄວຣັສ,​ ແມ່ພະຍາດ ຫຼື ເຊື້ອຣາ ທີ່ສາມາດກໍ່ໃຫ້ເກີດໂຣກຕ່າງໆກັບຮ່າງກາຍ. ມັນສ້າງຂຶ້ນໂດຍການຮວມຕົວຂອງເຊື້ອຕ່າງໆ ເພື່ອໄປກະຕຸ້ນແອນຕິເຈນ (Antigen). ເມື່ອເຂົ້າໄປໃນຮ່າງກາຍ,​ ລະບົບພູມຕ້ານທານຂອງເຮົາຈະໃຊ້ເວລາເພື່ອຈື່ຈຳ ແອນຕິເຈນນັ້ນໆໂດຍເຈາະຈົງ ແລ້ວສ້າງແອນຕິບໍດີ ຫຼື ໂປຣຕີນຕໍ່ຕ້ານເຊື້ອໂຣກໃນຮ່າງກາຍ (Antibodies).

ເມື່ອຜະລິດແອນຕິບໍດີສຳລັບກຳຈັດແອນຕິເຈນແບບນັ້ນໆແລ້ວ (Antigen-Specific Antibodies) ພວກມັນຈະເຮັດວຽກກັບລະບົບພູມຕ້ານທານເພື່ອທຳລາຍເຊື້ອໂຣກ ແລະ ຢຸດໂຣກນັ້ນໆໄດ້. ພ້ອມກັນນັ້ນ ເຊວໃນຮ່າງກາຍກໍຈະສາມາດຈື່ຈຳເຊື້ອນັ້ນໄດ້ ຕໍ່ໃຫ້ເຊື້ອໄດ້ຕາຍໄປແລ້ວກໍຕາມ, ເພື່ອທີ່ໃນອະນາຄົດ ເມື່ອມີເຊື້ອຕົວເກົ່າເຂົ້າມາ ແອນຕິບໍດີກໍຈະເຮັດວຽກໃນທັນທີ ແລະ ຈະໄວຂຶ້ນ ເນື່ອງຈາກວ່າຮ່າງກາຍພ້ອມທີ່ຈະຜະລິດແອນຕິບໍດີທີ່ຈະກຳຈັດແອນຕິເຈນນັ້ນໆ.

ພາຍໃນວັກຊີນນັ້ນ ຈະມີສ່ວນທີ່ອ່ອນແອຂອງແອນຕິເຈນ ຫຼື ເປັນເຊື້ອທີ່ຕາຍແລ້ວ. ເມື່ອເຂົ້າໄປໃນຮ່າງກາຍ ຕົວແອນຕິເຈນໃນວັກຊີນຈະໄປກະຕຸ້ນລະບົບພູມຕ້ານທານໃນຮ່າງກາຍເພື່ອຜະລິດແອນຕິບໍດີອອກມາ ໃຫ້ຮ່າງກາຍຈື່ຈຳແອນຕິເຈນນັ້ນ ແລະ ພ້ອມກຳຈັດມັນໄປເມື່ອພາຍພາກໜ້າທີ່ແອນຕິເຈນຕົວເກົ່າເຂົ້າມາອີກຄັ້ງ.

ເຖິງແມ່ນວ່າວັກຊີນຈະຖືກສ້າງຈາກເຊື້ອນັ້ນໆ ແຕ່ກໍເປັນເຊື້ອທີ່ອ່ອນ ແລະຈະບໍ່ກໍ່ໃຫ້ເກີດໂຣກຕ່າງໆໄດ້. ວັກຊີນບາງປະເພດອາດຕ້ອງໄດ້ໃຊ້ຫຼາຍກວ່າໜຶ່ງເຂັມ ບວກກັບຕ້ອງໃຊ້ເວລາຫຼາຍອາທິດ ໄປຈົນຮອດຫຼາຍເດືອນ ນັ້ນກໍເພື່ອຈະໄດ້ສ້າງແອນຕິບໍດີທີ່ມີອາຍຸຍືນຍາວ ພ້ອມຍັງພັດທະນາລະບົບຈື່ຈຳຂອງເຊວ. ດ້ວຍເຫດນີ້ ຮ່າງກາຍຈຶ່ງກຽມພ້ອມຮັບມືກັບແອນຕິເຈນທີ່ເຂົ້າມາໃໝ່ໄດ້ທັນທີທັນໃດ.

ເຖິງຢ່າງໃດກໍຕາມ,​ ກໍຍັງມີກຸ່ມຄົນທີ່ບໍ່ສາມາດຮັບວັກຊີນໄດ້ເຊັ່ນ: ຜູ້ທີ່ມີໂຣກປະຈຳຕົວຮຸນແຮງ, ຜູ້ທີ່ມີພູມຕ້ານທານທີ່ບໍ່ແຂງແຮງ (ເຊັ່ນມີເຊື້ອມະເຮັງ, HIV) ຫຼື ຜູ້ທີ່ເປັນພູມແພ້ຕໍ່ສ່ວນປະກອບໃນວັກຊີນ. ແຕ່ພວກເຂົາກໍສາມາດໃຊ້ຊີວິດໄດ້ຢ່າງປອດໄພໃນລະດັບໜຶ່ງ ຖ້າຢູ່ກັບກຸ່ມຄົນທີ່ສັກວັກຊີນໝົດ. ຍ້ອນວ່າເຊື້ອໂຣກຈະບໍ່ສາມາດສ້າງວົງຈອນຕິດຕໍ່ໃຫ້ໄດ້ອີກ ເມື່ອແຕ່ລະຄົນສັກວັກຊີນ ທີ່ມີແອນຕິບໍດີກຳຈັດມັນແລ້ວ.

ທີ່ມາ: https://bit.ly/3yaJ7a2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/