ແນະນຳ 3 ເກມ NFT ເທັກໂນໂລຢີ Blockchain ທີ່ສາມາດສ້າງລາຍໄດ້ໃຫ້ຕົນເອງ


ມາຮູ້ຈັກກັບ 3 ເກມສຸດປັງທີ່ຂຶ້ນກັບ Blockchain ທີ່ສາມາດສ້າງລາຍໄດ້ ທີ່ຕອນນີ້ກຳລັງເປັນທີ່ນິຍົມກັນໃນທົ່ວໂລກ

  1. Decentraland
    ເປັນເກມແນວຈຳລອງໂລກ Virtual World ທີ່ຖືກສ້າງຂຶ້ນເທິງ Ethereum ໂດຍຕົວເກມອອກແບບມາໃຫ້ຜູ້ຫຼິ້ນສາມາດໃຊ້ຕົວລະຄອນຂອງຕົນເອງເຂົ້າມາເຮັດກິດຈະກຳຕ່າງໆກັບຜູ້ຫຼິ້ນອື່ນ ໃນດິນທີ່ມີການຊື້ຂາຍກັນ ແລະ ພື້ນທີ່ດິນໃນເກມຍັງສາມາດນຳໄປສ້າງສັນສິ່ງກໍ່ສ້າງຕ່າງໆ ໄດ້ຫຼາຍເຊັ່ນ: ສະໜາມກິລາ, ຄາສິໂນ, ພິພິທະພັນ ເປັນຕົ້ນ. ເຈົ້າຂອງດິນຈະສາມາດເກັບຄ່າທຳນຽມຈາກການໃຊ້ ຫຼືຄ່າເຊົ່າໄດ້.
    ໃນລະບົບຂອງເກມນັ້ນມີ MANA ເປັນສະກຸນເງິນດິຈິຕອລຊື່ດັງທີ່ທຸກຄົນອາດຈະເຄີຍເຫັນຜ່ານຕາກັນມາ ໄຮໄລສຳຄັນຄືການ ຊື້ຂາຍດິນໃນຮູບແບບ NFTs ທີ່ມີມູນຄ່າທຽບເທົ່າກັບອະສັງຫາລິມາຊັບແທ້ໃນປັດຈຸບັນ, ໂດຍດິນທີ່ຊື່ວ່າ LAND 259 ແຫ່ງ ຖືກຂາຍໄປເປັນມູນຄ່າກວ່າ 913,000 ໂດລ່າ ຫຼື ປະມານ 8,794,367,000 ກີບ.
    Decentraland ສາມາດສະໝັກ ແລະ ຫຼິ້ນໄດ້ຟຣີແຕ່ຕ້ອງມີ Decentraland Account ແລະ Crypto Wallet ເພື່ອເຊື່ອມກະເປົາກ່ອນ.
  1. CryptoBlades
    ເປັນເກມແນວ Auto Fight ປະດິດໄອເທັມ, ອຸປະກອນ ແລະ ເກັບເລເວວຕົວລະຄອນໃນຮູບແບບ NFTs ຖືກສ້າງຂຶ້ນເທິງ Binance Smart Chain. ເມື່ອເລເວວຕົວລະຄອນ ແລະ ອາວຸດສູງຫຼາຍເທົ່າໃດ ກໍຍິ່ງມີໂອກາດໃນການໂຈມຕີ ແລະ ຕໍ່ສູ້ເພື່ອທີ່ຈະໄດ້ຮັບ Skill Token ຫຼຽນປະຈຳເກມ Cryptoblades ຫຼາຍຂຶ້ນເທົ່ານັ້ນ, ເຊິ່ງລະບົບຂອງເກມນີ້ຢູ່ໃນລັກສະນະຂອງ Play to Earn ເຮັດໃຫ້ໄດ້ຮັບຄວາມນິຍົມຈຳນວນຫຼາຍ.
    ນອກຈາກນີ້ຍັງມີຮູບແບບທີ່ດິນ, ການສ້າງເມືອງ, ກິວ, ສົງຄາມ, ສິ່ງກໍສ້າງ ເພື່ອຮອງຮັບຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຫຼິ້ນ ແລະ ໄອເທັມຕ່າງໆ ສາມາດຊື້ຂາຍກັນໃນ Market ອີກພ້ອມ.
    ສິ່ງໜຶ່ງທີ່ໄດ້ຮັບຄວາມນິຍົມເປັນຢ່າງຫຼາຍນັ້ນກໍຄື ການຊື້ຂາຍແລກປ່ຽນອາວຸດ ແລະ ໄອເທັມທີ່ໃຊ້ພາຍໃນເກມ, ເຊິ່ງສາມາດປະດິດໄດ້ໂດຍໄອເທັມພາຍໃນເກມຈະຢູ່ໃນຮູບແບບຂອງ NFTs. ດັງນັ້ນມັນຈຶ່ງຊ່ວຍໃຫ້ຜູ້ສ້າງສາມາດຫາລາຍໄດ້ຈາກການຂາຍອາວຸດໄດ້ອີກນຳ.
  1. Axie Infinity
    ເປັນເກມແນວ Turn Based ສັດລ້ຽງມອນສ໌ເຕີ້ (Axies) ສຸດໜ້າຮັກທີ່ຈະທຳໃຫ້ຜູ້ຫຼິ້ນມ່ວນຊື່ນໄປກັບມັນ. ພາຍໃນເກມຈະເປັນການລ້ຽງ Axies ເພື່ອໄປຕໍ່ສູ້ກັບຜູ້ຫຼິ້ນທ່ານອື່ນໃນເກມ, ແບ່ງຝັ່ງປ່ຽນກັນໂຈມຕີ ແລະ ເຮັດກິດຈະກຳເພື່ອຮັບຫຼຽນຮາງວັນໃນແຕ່ລະວັນເປັນຫຼຽນ SLP.
    ໃນການຫຼິ້ນ, ຜູ້ຫຼິ້ນຈະຕ້ອງມີ Axies ຢ່າງໜ້ອຍຈຳນວນ 3ໂຕຈຶ່ງສາມາດຫຼິ້ນໄດ້ ໝາຍຄວາມວ່າຜູ້ຫຼິ້ນຈະຕ້ອງໄດ້ລົງທຶນກ່ອນ, ປັດຈຸບັນລາຄາການລົງທຶນກໍລາຄາຫຼາຍໝື່ນບາດ. ໃນສັດລ້ຽງກໍຈະມີທາດ ແລະ ຄວາມສາມາດແຕກຕ່າງກັນຫຼາຍ, ອະໄວຍະວະຂອງສັດລ້ຽງກໍຈະແຕກຕ່າງກັນໄປຕາມສະກິວກາດຂອງສັດລ້ຽງອີກນຳ. ໃນການເກັບ SLP ຜູ້ຫຼິ້ນສາມາດເກັບໄດ້ໃນ Mode Arena (PVP), Mode Adventure (PVE) ແລະ Daily Quest ເຊິ່ງມີຈຳກັດໃນແຕ່ລະມື້.
    ນອກຈາກຫຼຽນ SLP ທີ່ມີມູນຄ່າແລ້ວ ຍັງມີອີກຫຼຽນທີ່ຊື່ວ່າ AXS ທີ່ເປັນມູນຄ່າໄດ້ອີກນຳ ເປັນຫຼຽນກິດຈະກຳຂອງແຕ່ລະຊີຊັນໃນເກມ, ເຊິ່ງຈະມີພຽງແຕ່ 300 ຄົນເທົ່ານັ້ນທີ່ຈະໄດ້ຮັບຫຼຽນນີ້.

 ທີ່ມາ: https://bit.ly/3sCooKU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/