Attack on Titan ປະກາດວັນທີ່ຈະສາຍຕອນຈົບແລ້ວ!


ຫຼັງຈາກການລໍຄອຍຂອງແຟນໆ Attack on Titan ອະນິເມະດັງຈາກຍີ່ປຸ່ນໄດ້ປະກາດຈະສາຍຊີຊັນສຸດທ້າຍເຊິ່ງເປັນຊີຊັນທີ 4 Part 2 ໃນເດືອນມັງກອນຂອງປີ 2022 ນີ້. ໃນວັນທີ 22 ເດືອນສິງຫາທີ່ຜ່ານມານັ້ນ, ທາງສະຕູດີໂອ MAPPA ທີ່ເປັນບໍລິສັດເຮັດອະນິເມຊັນໃຫ້ແກ່ກາຕູນຍີ່ປູ່ນດັງຫຼາຍເລື່ອງ ໄດ້ອອກມາປະກາດຢ່າງເປັນທາງການຕໍ່ການກັບມາຂອງ Attack on Titan ທີ່ຈະເປັນຊີຊັນສຸດທ້າຍ.

ອະນິເມະຊີຊັນທີ 4 ນັ້ນ, ທາງສະຕູດີໂອໄດ້ປະກາດຈະປ່ອຍໂດຍແບ່ງອອກເປັນ 2 ສ່ວນ. ຊີຊັນ 4 ສ່ວນທີ 1 ໄດ້ຖືກສາຍໃນເດືອນທັນວາປີ 2020 ໂດຍມີ 16 ຕອນຈົນຮອດມີນາຂອງປີ 2021 ແລະ ສ່ວນທີ 2 ແມ່ນຈະເລີ່ມສາຍໃນເດືອນມັງກອນຂອງປີ 2022 ເປັນຕົ້ນໄປ.

ແນວໃດກໍຕາມ, ທາງສະຕູດີໂອ MAPPA ກໍໄດ້ປ່ອຍຕົວຢ່າງອອກມາເປັນທີ່ຮຽບຮ້ອຍແລ້ວ. ແລະແຟນໆຕ່າງກໍມີຄຳຖາມເປັນຈຳນວນຫຼວງຫຼາຍ ວ່າເນື້ອເລື່ອງຈະສາມາດຈົບລົງພາຍໃນເຄິ່ງຊີຊັນຫຼັງຂອງອະນິເມະໄດ້ແທ້ບໍ? ຫຼືຈະເປັນການປ່ຽນແປງຂອງຕອນຈົບທີ່ຕ່າງອອກຈາກໃນມັງງະ? ເຖິງແມ່ນວ່າເຄິ່ງທຳອິດຂອງຊີຊັນທີ 4 ທີ່ປ່ອຍອອກໄປແລ້ວຈະມີ 16 ຕອນ, ແຕ່ທາງສະຕູດິໂອກໍບໍ່ໄດ້ບອກລາຍລະອຽດວ່າເຄິ່ງຫຼັງຈະມີຈັກຕອນ.

ຮັບຊົມຕົວຢ່າງ:

https://www.youtube.com/watch?v=5gq3YK5wlV0

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/